ຂປລ
ຂໍ້ມູນຫລ້າສຸດໃນ 3 ໄມຕາດ ທີ່ຜ່ານມາ, ຍອດມູນຄ່າ ການຄ້າຂາ ເຂົ້າ-ຂາອອກ ຂອງ ສປ ຈີນ ຕໍ່ອາຊຽນບັນລຸເຖິງ 5.570 ຕື້ຢວນ, ເພີ່ມຂຶ້ນ 9,6%ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ ເຊິ່ງເຫັນວ່າ ອາຊຽນ ຍັງສືບຕໍ່ຮັກສາຖານະ ທີ່ເປັນຄູ່ການຄ້າໃຫຍ່ ອັນດັບໜຶ່ງຂອງ ສປ ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 22 ຕຸລານີ້,ທ່ານ ກົ່ວເຈ່ຍຄູ່ນ ໂຄສົກກະຊວງ ການຕ່າງປະເທດຈີນ ເປີດຜີຍວ່າ ຂໍ້ມູນຫລ້າສຸດໃນ 3 ໄມຕາດ ທີ່ຜ່ານມາ, ຍອດມູນຄ່າ ການຄ້າຂາ ເຂົ້າ-ຂາອອກ ຂອງ ສປ ຈີນ ຕໍ່ອາຊຽນບັນລຸເຖິງ 5.570 ຕື້ຢວນ, ເພີ່ມຂຶ້ນ 9,6%ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ ເຊິ່ງເຫັນວ່າ ອາຊຽນ ຍັງສືບຕໍ່ຮັກສາຖານະ ທີ່ເປັນຄູ່ການຄ້າໃຫຍ່ ອັນດັບ ໜຶ່ງຂອງ ສປ ຈີນ. ຂະນະທີ່ ສປ ຈີນ ກັບ ອາຊຽນ ເອົາໃຈໃສ່ນຳການເຊື່ອມຕໍ່ ຍຸດທະສາດ ການພັດທະນາ ໃນລະດັບສູງ ໂດຍໄດ້ວາງ“ແຜນດຳເນີນງານການພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານ ສປ ຈີນ-ອາຊຽນ(2026-2030)”,ໂດຍສອງຝ່າຍ ໄດ້ຊ່ວຍຊູກຍູ້ກັນ ທາງດ້ານທ່າແຮງ ຢ່າງເຕັມທີ່, ເພີ່ມທະວີ ການເຊື່ອມໂຍງ ດ້ານຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ການສະໜອງ, ປີນີ້ ຍັງຈະລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບປັບປຸງ 3,0 ຢ່າງເປັນທາງ ການເພື່ອຊຸກຍູ້ເສດຖະກິດ ໃນພາກພື້ນ ໃຫ້ເຊື່ອມໂຍງເຂົ້າກັນ ແລະ ເພີ່ມກຳລັງແຮງຫລາຍກວ່າເກົ່າ ໃຫ້ກັບ ການຄ້າໂລກ. ທາງລົດໄຟຈີນ-ລາວ ແລະ ທາງລົດໄຟຄວາມໄວສູງ ຈາກາຕາ-ບັນດຸງ ໄດ້ໃຫ້ບໍລິການ ຢ່າງໝັ້ນທ່ຽງ ແລະ ໂດຍໄດ້ຊ່ວຍພັດທະນາ ເສດຖະກິດ ຢູ່ເຂດລຽບທາງ. ສຳລັບ ການແລກປ່ຽນ ດ້ານອະລິຍະທຳ ລະຫວ່າງ ສປ ຈີນ ກັບ ອາຊຽນ ກໍນັບມື້ ນັບພົ້ນເດັ່ນຂຶ້ນ ເປັນຕົ້ນ.ກິດຈະກຳ “ປີແລກປ່ຽນ ວັດທະນະທຳຈີນ-ອາຊຽນ” ໄດ້ຈັດຂຶ້ນ ຢ່າງຟົດຟື້ນ. ສປ ຈີນ ເປີດ “ວີຊາອາຊຽນ” ເຮັດໃຫ້ ການໄປມາ ຫາສູ່ກັນ ລະຫວ່າງ ສອງຝ່າຍ ຄືຍາດພີ່ນ້ອງ, ເຮັດໃຫ້ປະຊາຊົນ ເຂົ້າອົກເຂົ້າໃຈກັນ ຢ່າງໃກ້ຊິດກວ່າເກົ່າ. ສປ ຈີນ ກັບ ອາຊຽນ ພ້ອມກັນ ສຸມກຳລັງ ເຂົ້າໃນການຮັກສາ ສັນຕິພາບ ແລະ ສະຖຽນ ລະພາບ ໃນພາກພື້ນ. ສປ ຈີນ ເດັດດ່ຽວສະໜັບສະໜູນ ຖານະໃຈກາງ ຂອງອາຊຽນ ໃນໂຄງລ່າງພາກພື້ນ, ສະໜັບ ສະໜູນ ການແກ້ໄຂ ບັນຫາພາຍໃນອາຊຽນດ້ວຍ “ວິທີອາຊຽນ”.ສປ ຈີນ ສຸມໃສ່ ການແກ້ໄຂ ຂໍ້ຂັດແຍ້ງ ຢ່າງເໝາະສົມ ກັບປະເທດ ທີ່ກ່ຽວຂ້ອງໂດຍກົງກັບທະເລຈີນໃຕ້ ໂດຍຜ່ານການສົນທະນາ ປຶກສາຫາລື ເພື່ອພ້ອມກັນສ້າງທະເລ ໃຫ້ມີສັນຕິພາບ, ມິດຕະພາບ ແລະ ການ ຮ່ວມມື./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL