ຂປລ
ຂປລ. ປີ 2025, ຂະແໜງການຕ່າງປະເທດ ລາວ-ຫວຽດນາມ, ຫວຽດນາມ- ລາວ ລ້ວນແຕ່ຈະສະເຫລີມສະຫລອງ ວັນສ້າງຕັ້ງຄົບຮອບ 80 ປີ, ໃນນັ້ນ ວັນທີ 28/8/1945 ແມ່ນວັນມູນເຊື້ອ ຂອງຂະແໜງການການທູດຫວຽດນາມ ແລະ ວັນທີ 12/10/1945 ແມ່ນວັນການທູດລາວ.

ຂປລ. ປີ 2025, ຂະແໜງການຕ່າງປະເທດ ລາວ-ຫວຽດນາມ, ຫວຽດນາມ- ລາວ ລ້ວນແຕ່ຈະສະເຫລີມສະຫລອງ ວັນສ້າງຕັ້ງຄົບຮອບ 80 ປີ, ໃນນັ້ນ ວັນທີ 28/8/1945 ແມ່ນວັນມູນເຊື້ອ ຂອງຂະແໜງການການທູດຫວຽດນາມ ແລະ ວັນທີ 12/10/1945 ແມ່ນວັນການທູດລາວ. ຕະຫລອດ 80 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ຂະແໜງການຕ່າງປະເທດ ຫວຽດນາມ ແລະ ລາວ, ລາວ-ຫວຽດນາມ ລ້ວນແຕ່ມີການປະກອບສ່ວນທີ່ສຳຄັນ ເຂົ້າໃນພາລະກິດປະຕິວັດ ຂອງແຕ່ລະປະເທດ ແລະ ເປັນຂົວຕໍ່ອັນສຳຄັນ ເພື່ອຮັດແໜ້ນສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ; ເພື່ອສະເຫລີມສະຫລອງ ເຫດການທີ່ສຳຄັນຂອງຂະແໜງ ການຕ່າງປະເທດ ຫວຽດນາມ- ລາວ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ ຫງວຽນ ມິງ ເຕີມ ມີບົດຂຽນ “80ປີ, ຂະແໜງການຕ່າງປະເທດ ຫວຽດນາມ ແລະ ລາວ ຮັບໃຊ້ປະເທດຊາດ ແລະ ສາຍພົວພັນ ຫວຽດນາມ-ລາວ”.
ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະ ທ້ອນໂຮມປະເທດເປັນເອກະພາບ ກໍຄືພາລະກິດປ່ຽນແປງໃໝ່,ເຊື່ອມໂຍງ ແລະ ປົກປັກຮັກສາປະເທດຊາດ ຂອງແຕ່ລະປະເທດ,ພັກ,ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຮູ້ສຶກພາກພູມໃຈ ເປັນຢ່າງຍິ່ງທີ່ມີເພື່ອນມິດ,ທັງເປັນສະຫາຍ ແລະ ທັງເປັນອ້າຍນ້ອງທີ່ສະໜິດສະໜົມ ແມ່ນພັກ,ລັດ ແລະ ປະຊາຊົນລາວ ຍາມໃດກໍຄຽງບ່າຄຽງໄຫລ່ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ບັນລຸໄດ້ບັນດາຜົນສຳເລັດ ທີ່ເອກອ້າງທະນົງໃຈ. ພາຍໃຕ້ການນຳພາຂອງພັກ ກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ (ຕົ້ນກຳເນີດຈາກພັກກອມມູນິດອິນດູຈີນ)ເຊິ່ງໄດ້ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່,ປະທານໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ໄດ້ກໍ່ຕັ້ງ,ບັນດາຜູ້ນຳ ແລະ ປະຊາຊົນສອງປະເທດ ໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງ,ໄດ້ຜ່ານຜ່າວັນເວລາທີ່ຫຍຸ້ງຍາກລຳບາກ ແລະ ບັ້ນທົດສອບທີ່ໜັກໜ່ວງ ຢ່າງຮ້າຍກາດຂອງການຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນ ແລະ ຈັກກະພັດ ກໍຄືຂະບວນວິວັດປ່ຽນແປງໃໝ່, ເຊື່ອມໂຍງສາກົນ, ສາຍພົວພັນມິດຕະພາບທີ່ເປັນແບບຢ່າງ, ສົດໃສ, ສະເໝີຕົ້ນສະເໝີປາຍ, ສະໜິດຕິດແໜ້ນລະຫວ່າງ ຫວຽດນາມ ແລະ ລາວ, ລາວ ແລະ ຫວຽດນາມ ໄດ້ຮັບການພິສູດໃຫ້ເຫັນວ່າ ແມ່ນກົດເກນແຫ່ງການຄົງຕົວ ແລະ ພັດທະນາລວມ,ເປັນປັດໄຈຕັດສິນຊີ້ຂາດ ໃຫ້ແກ່ໄຊຊະນະ ການປະຕິວັດຂອງແຕ່ລະປະເທດແລະ ໄດ້ກາຍເປັນຊັບສົມບັດລວມຂອງສອງພັກ,ສອງລັດ ແລະ ປະຊາຊົນສອງຊາດ.
ນັບແຕ່ເວລານັ້ນເປັນຕົ້ນຕົ້ນມາ, ຂະແໜງການຕ່າງປະເທດຫວຽດນາມ ແລະ ລາວ, ລາວ ແລະ ຫວຽດນາມ ໄດ້ຮັບການນຳພາໂດຍກົງ ຈາກບັນພະບູລຸດບັນດາຜູ້ນຳ. ຢູ່ຫວຽດນາມ, ປະທານໂຮ່ຈີ່ມິງເປັນລັດຖະມົນຕີກະຊວງການຕ່າງປະເທດຜູ້ທຳອິດ. ຢູ່ ສປປ ລາວ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ນຳທີ່ໄດ້ວາງພື້ນຖານ ໃຫ້ແກ່ຂະແໜງການຕ່າງປະເທດຂອງລາວ, ໃນນັ້ນ ປະທານ ສຸພານຸວົງ ເປັນລັດຖະມົນຕີກະຊວງການຕ່າງປະເທດຜູ້ທຳອິດ. ບົນພື້ນຖານສາຍພົວພັນພິເສດ ທີ່ສະໜິດສະໜົມ ລະຫວ່າງ ສອງປະເທດ, ໄດ້ຮັບການລ້ຽງດູ ຈາກບັນດາບັນພະບຸລຸດ ປະຕິວັດຂອງສອງປະເທດ, ພ້ອມກັບບັນດາຂະແໜງການອື່ນໆ, ການພົວພັນຮ່ວມມື ລະຫວ່າງ ສອງຂະແໜງການຕ່າງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ ກໍນັບມື້ນັບສະໜິດຕິດແໜ້ນ, ສະໜິດສະໜົມ, ປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ. ທັດສະນະຂອງປະທານ ໂຮ່ຈີ່ ມິງ “ພວກເຮົາຖືຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງອ້າຍນ້ອງລາວກໍຄືຂອງເຮົາ” ແລະ ທິດນຳທີ່ວ່າ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ” ບັນດາການນຳຂອງຂະແໜງການຕ່າງປະເທດ ໄດ້ສືບຕໍ່ປັບປຸງ ແລະ ເພີ່ມພູນຄູນສ້າງໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນເລື້້ອຍໆ, ທັງເພື່ອ “ນ້ຳໃຈເພື່ອນມິດ, ນ້ຳໃຈສະຫາຍ, ນ້ຳໃຈອ້າຍນ້ອງ, ຄວາມສາມັກຄີພິເສດ”, ທັງຮັບປະກັນຜົນປະໂຫຍດຂອງປະເທດຊາດ.
ໃນພາລະກິດແຫ່ງການປົດປ່ອຍຊາດ, ພິເສດນັບແຕ່ສອງປະເທດ ສ້າງຕັ້ງສາຍພົວພັນທາງການທູດ ໃນວັນທີ 05/9/1962, ຂະແໜງການຕ່າງປະເທດ ຂອງສອງປະເທດ ກໍໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນຢູ່ບັນດາເວທີສາກົນ ກໍຄືການຂົນຂວາຍ ການສະໜັບສະໜູນຂອງສາກົນ, ຢືນຢັນຄວາມຊອບທຳຂອງ ພາລະກິດການປະຕິວັດ ຂອງສອງປະເທດ ຫວຽດນາມ - ລາວ, ລາວ-ຫວຽດນາມ. ສອງຝ່າຍໄດ້ຈັດຕັ້ງ ການເດີນທາງຢ້ຽມຢາມ ແລະ ການພົບປະ ລະຫວ່າງການນຳຂັ້ນສູງສອງພັກ, ສອງລັດເປັນປະຈຳ, ໂດດເດ່ັນແມ່ນ ການເດີນທາງໄປຢ້ຽມຢາມ ຮ່າໂນ້ຍ ຂອງປະທານ ສຸພານຸວົງ (10/1945), ການຢ້ຽມຢາມມິດຕະພາບ ຫວຽດນາມ ຂອງສະຫາຍເລຂາທິການໃຫຍ່ ໄກສອນ ພົມວິຫານ (1966), ແມ່ນການຢ້ຽມຢາມມິດຕະພາບ ຢ່າງເປັນທາງການຢູ່ເຂດ ປົດປ່ອຍຂອງລາວ ຂອງສະຫາຍເລຂາທີໜຶ່ງ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ (11/1973). ພ້ອມກັບບັນດາກຳລັງ ຕໍ່ສູ້ຢູ່ບັນດາສະໜາມຮົບອື່ນໆ, ການຮ່ວມມື ລະຫວ່າງ ຫວຽດນາມ - ລາວ, ລາວ-ຫວຽດນາມ ຢູ່ສະໜາມຮົບການທູດ ໄດ້ປະກອບສ່ວນສຳຄັນເຂົ້າໃນການປະຕິວັດ ພາລະກິດປົດປ່ອຍຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ໄດ້ຮັບໄຊຊະນະຢ່າງສົມບູນໃນປີ 1975.
ພາຍຫລັງໄດ້ຮັບສັນຕິພາບແລ້ວ, ສອງປະເທດທັງຮ່ວມມື ຮຳບາດແຜສົງຄາມ, ທັງຄຽງບ່າຄຽງໄຫລ່ນຳກັນໃນພາລະກິດສ້າງສາ, ປົກປັກຮັກສາ, ພັດທະນາປະເທດຊາດ ແລະ ເຊື່ອມໂຍງສາກົນ. ວັນທີ 18 ກໍລະກົດ 1977, ຫວຽດນາມ ແລະ ລາວ,ລາວ-ຫວຽດນາມ ໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື, ສົນທິສັນຍາວາງກຳນົດຊາຍແດນຫວຽດນາມ-ລາວ ແລະ ໄດ້ອອກຖະແຫລງການຮ່ວມ ໃນການເດີນທາງມາຢ້ຽມຢາມລາວຂອງສະຫາຍ Le Duan ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ສະຫາຍນາຍົກລັດຖະມົນຕີ ພິມ ວັນ ດົງ (Pham Van Dong). ບັນດາເອກະສານປະຫວັດສາດດັ່ງກ່າວ ໄດ້ຢັ້ງຢືນເຖິງຄວາມຕິດພັນອັນແໜ້ນແຟ້ນ, ຊາຕາກຳຂອງຊາດບໍ່ພຽງ ແຕ່ໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ການທ້ອນໂຮມປະເທດຊາດ ເປັນເອກະພາບເທົ່ານັ້ນ, ແຕ່ຍັງເປັນພື້ນຖານທາງດ້ານ ນິຕິກຳທີ່ສຳຄັນ ເພື່ອໃຫ້ສອງຝ່າຍສືບຕໍ່ປັບປຸງ, ພັດທະນາສາຍພົວພັນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເພື່ອເອກະລາດ ແລະ ຄວາມວັດທະນາຖາວອນຂອງແຕ່ລະປະເທດ.
ປັດຈຸບັນ, ຫວຽດນາມ ແລະ ລາວ, ລາວ ແລະ ຫວຽດນາມ ພວມກ້າວໄປໃນເສັ້ນທາງ ກໍ່ສ້າງສັງຄົມນິຍົມຢ່າງໜັກແໜ້ນ, ພ້ອມກັນນັ້ນ ກໍໄດ້ມີການເຊື່ອມໂຍງສາກົນຢ່າງກວ້າງຂວາງ. ບັນດາບົດຮຽນປະສົບການ ແລະ ແຜນນະໂຍບາຍ, ຍຸດທະສາດອັນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ແລະ ລາວ ສືບຕໍ່ສາຍພົວພັນພິເສດລະຫວ່າງ ສອງປະເທດເວົ້າລວມ, ສອງຂະແໜງການຕ່າງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ ເວົ້າສະເພາະ. ການພົວພັນດ້ານການເມືອງລະຫວ່າງສອງພັກ, ສອງລັດນັບມື້ສະໜິດຕິດແໜ້ນ ແລະ ໄວ້ເນື້ອເຊື່ອໃຈກັນ, ເປັນຫລັກແຫລ່ງ ກຳນົດທິດລວມ ໃຫ້ແກ່ການຮ່ວມມືຮອບດ້ານ ຂອງສອງຝ່າຍໃນທຸກໆຂົງເຂດວຽກງານ. ການພົບລະຫວ່າງການນຳຂອງພັກ, ລັດ ແລະ ທ້ອງຖິ່ນ, ການແລກປ່ຽນຂໍ້ມູນ, ແລກປ່ຽນປະສົບການ ລະຫວ່າງບັນດາກະຊວງ, ອົງການຂອງພັກ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງສັງຄົມ ແລະ ປະຊາຊົນສອງປະເທດນັບມື້ນັບຟົດຟື້ນ ແລະ ອຸດົມສົມບູນ.
ບົນພື້ນຖານສັນຍາການຮ່ວມ ມືລະຫວ່າງສອງ ກະຊວງການຕ່າງປະເທດໄລຍະ 2021-2025, ສອງຝ່າຍສືບຕໍ່ຮັກສາ ແລະ ເຮັດໃຫ້ບັນດາກົນໄກຮ່ວມມື ລະຫວ່າງສອງກະຊວງ ໄດ້ຮັບການເສີມຂະຫຍາຍກວ່າເກົ່າ ຄື: ກົນໄກປຶກສາຫາລື ດ້ານການເມືອງຂັ້ນລັດຖະມົນຕີ ກະຊວງການຕ່າງປະເທດປະຈຳປີ, ການປຶກສາຫາລືດ້ານ ການເມືອງຂັ້ນຮອງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ-ລາວ ແລະ ບັນດາຮູບການຮ່ວມມື ລະຫວ່າງບັນດາກົມກອງທີ່ກ່ຽວຂ້ອງຄືກົງສຸນ, ວຽກງານຊາຍແດນ, ກະຊວງການຕ່າງປະເທດ, ແລກປ່ຽນຂໍ້ມູນ, ແລກປ່ຽນບົດຮຽນປະສົບການກ່ຽວກັບວຽກງານການທູດ, ກໍ່ສ້າງຂະແໜງການ, ການຮ່ວມມືດ້ານການສຶກສາກໍ່ສ້າງ, ບຳລຸງສ້າງວິຊາສະເພາະ, ຖະແຫລງຂ່າວ, ການຮ່ວມມືຫລາຍຝ່າຍ, ແຜນການເຄື່ອນໄຫວ ວ່າດ້ວຍການເພີ່ມທະວີ ການຮ່ວມມືດ້ານການທູດເສດຖະກິດໄລຍະ 2020-2025… ບັນດາກົນໄກຮ່ວມມືດັ່ງກ່າວ ໄດ້ປະກອບສ່ວນຮັດແໜ້ນເລິກເຊິ່ງ ດ້ານການພົວພັນຮ່ວມມື ລະຫວ່າງຂະແໜງການທູດຫວຽດນາມ ແລະ ລາວ, ລາວ-ຫວຽດນາມ.
ບໍ່ພຽງແຕ່ມີການຮ່ວມມືຮອບດ້ານ ແລະ ກວ້າງຂວາງໃນຂອບເຂດສອງຝ່າຍເທົ່ານັ້ນ, ນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ ກໍຍັງໄດ້ຮັບການຢືນຢັນຢ່າງເຂັ້ມແຂງແຮງກ້າ ໃນລະດັບຫລາຍຝ່າຍ. ສອງປະເທດໄດ້ແລກປ່ຽນຂໍ້ມູນ, ສົມທົບດ້ານທັດສະນະ, ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ປະສານຢ່າງແໜ້ນແຟ້ນຢູ່ບັນດາເວທີພາກພື້ນ ແລະ ສາກົນ, ໂດຍສະເພາະ ແມ່ນສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງ ຂອງສະຫະປະຊາຊາດ, ສະຫະສະມາຄົມບັນດາ ປະເທດອາຊີຕາເວັນອອກສຽງໃຕ້ (ASEAN) ແລະ ກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ (GMS). ພິເສດ, ສອງຝ່າຍຍາມໃດກໍສະໜັບສະໜູນເຊິ່ງກັນ ແລະ ກັນໃນການຈັດຕັ້ງ ບັນດາເຫດການໃຫຍ່ຂອງສາກົນ, ໂດຍສະເພາະ ແມ່ນການປະຕິບັດສຳເລັດຜົນການດຳລົງຕຳແໜ່ງເປັນປະທານ ASEAN/AIPA ໃນປີ 2016 ແລະ 2024 ຂອງ ສປປ ລາວ; ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ໄດ້ເຂົ້າຮ່ວມເວທີອະນາຄົດອາຊຽນຄັ້ງທຳອິດໃນປີ 2024, ກໍຄືກອງປະຊຸມສຸດຍອດ ການຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍໂລກປີ 2030 (P4G) ຄັ້ງທີ 4 (04/2025). ການຮ່ວມມື ແລະ ປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ຫວຽດນາມ ແລະ ລາວ ໃນຂົງເຂດການຕ່າງປະເທດ ໄດ້ປະກອບສ່ວນຍົກສູງຖາ ນະບົດບາດຂອງລາວ ແລະ ຫວຽດນາມ ໃນພາກພື້ນ ແລະ ສາກົນ, ພ້ອມທັງປະກອບສ່ວນເຂົ້າໃນ ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຂອງປະຊາຄົມອາຊຽນ.
ສາມາດຢືນຢັນໄດ້ວ່າ, ການພົວພັນລະຫວ່າງຂະແໜງການ ຕ່າງປະເທດຫວຽດນາມ-ລາວ, ລາວ-ຫວຽດນາມ ແມ່ນຫລັກຖານທີ່ເປັນແບບຢ່າງ ໃນການປະສານສົມທົບ ຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ. ໃນໄລຍະຕໍ່ສູ້ກູ້ຊາດ, ຂະແໜງການຕ່າງປະເທດ ຂອງສອງປະເທດໄດ້ປະສານສົມທົບ ຢ່າງແໜ້ນແຟ້ນ ໃນການເຈລະຈາ, ລະດົມການສະໜັບສະໜູນ ຈາກປະຊາຄົມສາກົນ, ແບ່ງປັນຂໍ້ມູນເປັນປະຈຳ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ. ໃນເວລາສັນຕິພາບ, ການທູດຂອງສອງປະເທດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່, ຊຸກຍູ້ການຮ່ວມມືຮອບດ້ານໃນທຸກຂົງເຂດ. ບັນດາກົນໄກຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດຄື: ການປຶກສາຫາລືດ້ານການເມືອງ, ການປະສານງານຢູ່ບັນດາເວທີ ແລະ ອົງການຈັດຕັ້ງຫລາຍຝ່າຍ, ການຮ່ວມມືລະຫວ່າງ ບັນດາອົງການຜູ້ຕາງໜ້າຢູ່ຕ່າງປະເທດ, ການຮ່ວມມືດ້ານການທູດເສດຖະກິດ ນັບມື້ນັບມີປະສິດທິຜົນ ແລະ ແທດຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການປົກປັກຮັກສາຜົນປະໂຫຍດ ຍຸດທະສາດລວມຂອງສອງປະເທດ.
ແນວໃດກໍດີ, 80 ປີແຫ່ງວັນມູນເຊື້ອ ຂອງຂະແໜງການຕ່າງປະເທດ ລາວ ແລະ ຫວຽດນາມ ແມ່ນ 80 ປີ ທີ່ຂະແໜງການຕ່າງປະເທດ ຂອງສອງປະເທດໄດ້ພ້ອມກັນ ຮ່ວມເດີນທາງພ້ອມກັບປະເທດ, ພ້ອມກັນຢືນຢັນຄວາມເກັ່ງກ້າສາມາດ ແລະ ສະຕິປັນຍາຂອງພື້ນຖານ ການທູດທີ່ເອກະລາດ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ; ນຳປະເທດເຂົ້າສູ່ການເຊື່ອມໂຍງສາກົນ; ຍົກສູງພາລະບົດບາດ ແລະ ອິດທິພົນຂອງປະເທດ ໃນເວທີສາກົນ ແລະ ພາກພື້ນ. ໃນໄລຍະຈະມາເຖິງນີ້, ເຖິງວ່າສະພາບການສາກົນສືບຕໍ່ ມີການຫັນປ່ຽນຢ່າງສັບສົນ ໄວວາກໍຕາມ, ແຕ່ພວກເຮົາເຊື່ອໝັ້ນວ່າ ສອງຂະແໜງການຕ່າງປະເທດ ຫວຽດນາມ ແລະ ລາວ, ລາວ ແລະ ຫວຽດນາມ ຈະສືບຕໍ່ ຈັບມືກັນຢ່າງແໜ້ນແຟ້ນ ແລະ ພະຍາຍາມສຸດຄວາມສາມາດ ເພື່ອຍົກສູງປະສິດທິຜົນ ຂອງການຮ່ວມມື; ສືບຕໍ່ປັບປຸງບັນດາກົນໄກ ການປະສານງານສອງຝ່າຍ; ຊຸກຍູ້ການຮ່ວມມືໃນທຸກຊ່ອງທາງຢ່າງຕັ້ງໜ້າ; ຍູ້ແຮງການສົມທົບຄຸ້ມຄອງຊາຍແດນ, ຮັບປະກັນສະຖຽນລະພາບ ແລະ ຄວາມສະຫງົບຢູ່ເຂດຊາຍແດນ, ຮັບມືຢ່າງມີປະສິດທິຜົນກັບ ບັນດາສິ່ງທ້າທາຍດ້ານຕ່າງໆ; ເພີ່ມທະວີການປະສານງານ ທາງດ້ານການທູດເສດຖະກິດ; ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດສ້າງສາ ແລະ ພັດທະນາຢູ່ແຕ່ລະປະເທດ, ປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ໃຫ້ພັດທະນາຂຶ້ນສູ່ລະດັບສູງ, ງອກງາມ , ໝັ້ນຄົງຂະໜົງແກ່ນຕະຫລອດໄປ, ເພື່ອຜົນປະໂຫຍດຂອງ ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ ຢູ່ພາກພື້ນ ແລະ ໃນທົ່ວໂລກ.
KPL