ຂປລ
ຂປລ. ການຕໍ່າຫູກທໍໄໝ ແມ່ນໜຶ່ງໃນມູນເຊື້ອທີ່ມີມາ ແຕ່ບູຮານນະການສືບທອດກັນມາ ແຕ່ປູ່,ຍ່າ ຕານາຍ ຈົນຮອດປັດຈຸບັນທີ່ຂາດບໍ່ໄດ້ ຊຶ່ງແມ່ນອາຊີບໜຶ່ງຖ້າເຮັດຢ່າງຈິງຈັງ ກໍສາມາດສ້າງລາຍຮັບເຂົ້າສູ່ ຄອບຄົວເຊັ່ນດຽວກັນກັບອາຊີບອື່ນໆ,ໃນເມື່ອກ່ອນການຕໍ່າຫູກ ແມ່ນໃຊ້ໃນຄອບຄົວ

ຂປລ. ການຕໍ່າຫູກທໍໄໝ ແມ່ນໜຶ່ງໃນມູນເຊື້ອທີ່ມີມາ ແຕ່ບູຮານນະການສືບທອດກັນມາ ແຕ່ປູ່,ຍ່າ ຕານາຍ ຈົນຮອດປັດຈຸບັນທີ່ຂາດບໍ່ໄດ້ ຊຶ່ງແມ່ນອາຊີບໜຶ່ງຖ້າເຮັດຢ່າງຈິງຈັງ ກໍສາມາດສ້າງລາຍຮັບເຂົ້າສູ່ ຄອບຄົວເຊັ່ນດຽວກັນກັບອາຊີບອື່ນໆ, ໃນເມື່ອກ່ອນການຕໍ່າຫູກ ແມ່ນໃຊ້ໃນຄອບຄົວເຊັ່ນ: ຕ່ຳເພື່ອນຸ່ງຫົມເທົ່ານັ້ນ, ຕໍ່າເພື່ອໃຫ້ຍາດພີ່ນ້ອງ, ໃຊ້ເປັນ ເຄື່ອງຕ້ອນຂອງຝາກ,ໃຊ້ໃນພິທີກຳຕ່າງໆ ເປັນຕົ້ນ ງານດອງ, ງານແປງຮີດ, ງານບຸນລະປືບ ແລະ ງານອື່ນໆ ແຕ່ປັດຈຸບັນບ້ານເມືອງ ມີການພັດທະນາ, ມີຄວາມຈະເລີນຮຸ່ງເຮືອງ ຍິ່ງມີຄວາມຕ້ອງການ ດ້ານຜະລິດຕະພັນ ທີ່ເປັນເອກະລັກຂອງເຜົ່າ, ໜຶ່ງໃນນັ້ນກໍຄືຜະລິດຕະພັນແຜນແພ, ຜ້າລາຍຂອງເຜົ່າກະຕາງ ເມືອງຕຸ້ມລານ ແຂວງສາລະວັນ ກໍເປັນອີກຜະລິດຕະພັນເອກະລັກ ທີ່ຫລາຍຄົນຫັນມາຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບເຂົ້າຄອບຄົວ. ເໝືອນດັ່ງຄອບຄົວ ທ້າວ ສຸກມີໄຊ ຄຸນລາດສຸວັນນະວົງ, ອາຍຸ 28 ປີ ປະຊາຊົນ ບ້ານດິນດາກ, ເມືອງຕຸ້ມລານ, ແຂວງສາລະວັນ.

ທ້າວ ສຸກມີໄຊ ຄຸນລາດສຸວັນນະວົງ, ອາຍຸ 28 ປີ ປະຊາຊົນ ບ້ານດິນດາກ, ເມືອງຕຸ້ມລານ, ແຂວງສາລະວັນ ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນທີ່ມາເຮັດອາຊີບນີ້ ຍ້ອນຢາກສ້າງເສດຖະກິດຄອບຄົວ ຈຶ່ງມີແນວຄິດລິເລີ່ມການຊື່, ຂາຍ ຜະລິດຕະພັນ ຫັດຖະກຳຕໍ່ຳແຜ່ນຊຶ່ງ ໃນເບື້ອງຕົ້ນໄດ້ເອົາສິ້ນ ຂອງແມ່ທີ່ຕ່ຳເອງໄປຂາຍ ໃຫ້ຄູ-ອາຈານ ຢູ່ໂຮງຮຽນມໍປາຍໂພນສະຫັວນ ຈຳນວນ 10 ຜືນໃນລາຄາ 50.000ກີບ/ຜືນ ແລະ ກໍຂາຍໝົດເປັນເງິນ 500.000 ກີບເຫັນວ່າໄດ້ຂາຍດີຄືແນວນັ້ນ,ຈຶ່ງຕັດສິນໃຈນຳເອົາເງິນ ຈຳນວນດັ່ງກ່າວ ໄປຊື້ຜະລິດຕະພັນ ນໍາພໍ່ແມ່ ປະຊາຊົນພາຍໃນບ້ານຕື່ມອີກ 50.000 ຜືນ,ແລ້ວຂາຍໝົດໄດ້ເງິນ 2,5 ລ້ານກີບ ແລະໄດ້ສືບຕໍ່ຊື້ ແລະ ຮັບໄປຂາຍຕື່ມ ຢູ່ຕະຫລາດສະຫວັນໄຊ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ ດ້ວຍຕົນເອງ, ຂາຍໜົດໄດ້ເງິນປະມານ 17 ລ້ານກີບ. ມາຮອດປີ 2018-2022 ມີລູກຄ້າ ຈາກນະຄອນຫລວງວຽງຈັນ ຕິດຕໍ່ຮັບຊື້ປະເພດສິ້ນ, ແຜ ເສື້ອດຳຮານິນ, ຜ້າຫູນ, ສິ້ນມັດໝີ່ ແລະ ອື່ນໆ ທີ່ເປັນເອກະລັກ ຂອງເຜົ່າເມືອງຕຸ້ມລານ ໄດ້ເງິນ 25.000.000 ກີບ, ເມື່ອເຫັນວ່າສິນຄ້າໄດ້ຮັບ ຄວາມນິຍົມຊົມຊອບ ເປັນທີ່ຕ້ອງການ ຂອງຕະຫລາດ ຫລາຍຂຶ້ນເລື້ອຍໆ .ຕໍ່ມາໄດ້ ສຶກສາຊ່ອງທາງ ການຂາຍທາງອອນລາຍ,ໂພດຂາຍ ແລະ ໄລສົດຂາຍ,ເຫັນວ່າມີລູກຄ້າທັງພາຍໃນແຂວງ,ຕ່າງແຂວງ ແລະ ຕ່າງປະເທດ ຮູ້ຈັກຫລາຍຂຶ້ນ ສະເລ່ຍລາຍຮັບຈາກການຂາຍ ຜະລິດຕະພັນ ໃນປີ 2023 ໄດ້ 100-200 ລ້ານກີບ. ຕົກມາປີ 2024-2025 ສາມາດສ້າງລາຍຮັບ ຈາກການຂາຍຜະລິດຕະພັນຫັດຖະກໍາຕໍ່າແຜ່ນ ເມືອງຕຸ້ມລານ ໄດ້ປະມານ 350 ລ້ານກີບ ໃນນັ້ນໄດ້ຫັກໃຫ້ກຸ່ມຜູ້ຜະລິດ ຈຳນວນ 230 ລ້ານ, ເຫລືອເງິນຕົວຈິງ 120 ລ້ານກີບ.

ທ້າວ ສຸກມີໄຊ ເວົ້າຕື່ມວ່າ: ປັດຈຸບັນໃນຄອບຄົວຕົນເອງ ຍັງໄດ້ຮັບຕໍ່າແຜ່ນ ຕາມແບບທີ່ລູກຄ້າຕ້ອງການ. ສະນັ້ນ ຈຶ່ງໄດ້ສ້າງກຸ່ມຕໍ່າແຜ່ນຂຶ້ນ ໃນເບື້ອງຕົ້ນມີ 2 ກຸ່ມ, 2 ບ້ານ ຄື: ບ້ານນາ ຮ່ອງນ້ອຍ ແລະ ບ້ານຕະເວີຍ ມີທັງໝົດ 20 ກີ່, ແຕ່ກໍ່ຍັງບໍ່ພຽງພໍກັບ ຄວາມຮຽກຮ້ອງຕ້ອງຂອງລູກຄ້າ, ດັ່ງນັ້ນຈຶ່ງໄດ້ຂະຫຍາຍກີ່ເພີ່ມເປັນ 100 ກວ່າກີ່ ມີ 12 ບ້ານ ແລະ ຕໍ່າຫລາຍ ຮູບແບບເປັນຕົ້ນ: ຜ້າຕູ້ມລາຍນາກໄຕເຄືອ, ລາຍຄໍເກາະ, ຜ້າຫຸນລາຍໃບໄມ້, ສິ້ນລາຍດອກຕາເວັນ, ສິ້ນໝີ່ລາຍຫອນພະຍານາກ, ສິ້ນຈົກລາຍເກາະໂສ້, ສິ້ນລາຍຕາແຫ, ສິ້ນໝີ່ຕາແຂກ, ສິ້ນຂັນກອມ, ຜ້າຫົ່ມລາຍນາກ, ສິ້ນຈົກລາຍນາກ ແລະ ແພບ່ຽງລາຍນາກ. ແນວໃດກໍດີ, ການເຮັດອາຊີບນີ້ ເຮັດໃຫ້ຊີວິດການເປັນຢູ່ ດີຂຶ້ນກວ່າເກົ່າຫລາຍ ມາຮອດປັດຈຸບັນຄອບຄົວ ມີເຮືອນຢູ່ແໜ້ນໜາຖາວອນ 1 ຫລັງ, ມີດິນ 1 ຕອນ, ມີລົດຈັກ 4 ຄັນ, ລົດໄຖນາ ແລະ ມີທຶນໝູນວຽນສໍາລັບວຽກງານ ແລະ ໄວ້ໃຊ້ໃນຍາມສຸກເສີນ.
ໂດຍ: ຄຳສອນ ແກ້ວບຸນທະວົງ
KPL