ສານອວຍພອນວັນຊາດ ສະມາພັນທະລັດ ສະວິດຄົບຮອບ 733 ປີ

01/08/2024 19:59
Email Print 752
ຂປລ ຂປລ. ວັນທີ 1 ສິງ​ຫາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ສົ່ງ​ສານ​ອວຍພອນ ​ເຖິງ ທ່ານ ນາງ ວີໂອລາ ອາມແອກ ປະທາ ນາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ ເນື່ອງໃນໂອກາດວັນຊາດ ແຫ່ງ ສະມາພັນທະລັດ ສະວິດ ຄົບຮອບ 733 ປີ.

ຂປລ. ວັນທີ 1 ສິງຫາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ສົ່ງ​ສານ​ອວຍພອນ ​ເຖິງ ທ່ານ ນາງ ວີໂອລາ ອາມແອກ ປະທາ ນາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ ເນື່ອງໃນໂອກາດວັນຊາດ ແຫ່ງ ສະມາພັນທະລັດ ສະວິດ ຄົບຮອບ 733 ປີ.

          ເນື້ອ​ໃນ​ສານ​ອວຍພອນ ​ໄດ້​ລະບຸ​ວ່າ: ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະ ເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ທ່ານ ແລະ ປະຊາຊົນ ສະວິດ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສະມາພັນທະລັດ ສະວິດ ຄົບຮອບ 733 ປີ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະມາພັນທະລັດ ສະວິດ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ໃນຊຸມປີຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ສາ ກົນ.

ຂ້າພະເຈົ້າ ຂໍອວຍພອນໃຫ້ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສຳເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ປະຊາຊົນ ສະວິດຈົ່ງມີຄວາມກ້າວໜ້າ ແລະ ວັດທະ ນະຖາວອນ.

          ໃນໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນ  ເຖິງ ທ່ານ ອິກນາຊີໂອ ກາດຊິດສ໌ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ ເນື່ອງໃນໂອກາດວັນຊາດ ແຫ່ງ ສະມາພັນທະລັດ ສະວິດ ຄົບຮອບ 733 ປີ ​ເຊັ່ນ​ດຽວ​ກັນ.
KPL

ຂ່າວອື່ນໆ

ads
ads

Top