ຂປລ
ໃນວັນທີ 15 ກັນຍາ 2026 ນີ້, ບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໄດ້ສືບຕໍ່ປະກອບຄໍາເຫັນ ແລະ ແລກປ່ຽນທັດສະນະໃນຫລາຍຫົວຂໍ້ສໍາຄັນ.
ຂປລ. ເປັນຕົ້ນການຈັດຕັ້ງປະຕິບັດ ແລະ ການທົບທວນບັນດາຈຸດປະສົງຫລັກຂອງສົນທິສັນຍາ, ການສືບຕໍ່ຊຸກການເຂົ້າຮ່ວມເປັນພາຄີ ແລະ ການເພີ່ມທະວີການຮ່ວມມືທີ່ແໜ້ນແຟ້ນຂຶ້ນ ລະຫວ່າງ ບັນດາລັດພາຄີ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອກ້າວໄປສູ່ໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ ໂດຍການເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ ແລະ ຜູ້ປະຈຳການ ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບ່ໍທັນແຕກທ່ີຕົກຄ້າງ ຢູ່ ສປປ ລາວ (ຄຊກລ).
ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຕາງໜ້າໃຫ້ຄະນະຜູ້ແທນ ສປປ ລາວ ປະກອບຄໍາເຫັນໃນຫົວຂໍ້ (Univer-salization) ໂດຍໄດ້ເນັ້ນເຖິງ 3 ທິດທາງຫລັກເພື່ອຊຸກຍູ້ການເຂົ້າຮ່ວມເປັນພາຄີສົນທິສັນຍາໃນຂອບເຂດທີ່ກວ້າງຂວາງຂຶ້ນ ໂດຍຜ່ານການຍົກລະດັບການເຄື່ອນໄຫວທາງການທູດ ແລະ ຊຸກຍູ້ການມີສ່ວນຮ່ວມຂອງບັນດາປະເທດທີ່ຍັງບໍ່ທັນເປັນພາຄີຂອງສົນທິສັນຍາ ໂດຍສະເພາະບັນດາປະເທດໃນພາກພື້ນອາຊີ-ປາຊີຟິກ; ສືບຕໍ່ຍຶດ ໝັ້ນຫລັກການສາກົນບໍ່ໃຫ້ນໍາໃຊ້ລະເບີດລູກຫວ່ານ ແລະ ຫລັກການດ້ານມະນຸດສະທຳ; ຍົກລະດັບການຮ່ວມມືກັບບັນດາປະເທດພາຄີ, ໜ່ວຍງານສະໜັບສະໜູນການຈັດຕັ້ງປະຕິບັດ (Implementation Support Unit/ISU), ການມີສ່ວນຮ່ວມຂອງອົງການຈັດຕັ້ງສາກົນອື່ນ ແລະ ຊາວໜຸ່ມ ເພື່ອຂະຫຍາຍຂອບເຂດການດໍາເນີນງານ.
ພ້ອມນີ້, ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການຄະນະກຳມະການແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຢູ່ ສປປ ລາວ ໄດ້ລາຍງານຄວາມຄືບໜ້າອັນພົ້ນເດັ່ນໃນໄລຍະໜຶ່ງປີທີ່ຜ່ານມາ, ສະເພາະປີ 2025, ສປປ ລາວ ສາມາດກວດກູ້ພື້ນທີ່ດິນຫລາຍກວ່າ 6.879 ເຮັກຕາ ໃນ 15 ແຂວງ ຊຶ່ງລວມ ທັງພື້ນທີ່ກະສິກຳ ແລະ ພື້ນທີ່ການພັດທະນາ ແລະ ທໍາລາຍລະເບີດບໍ່ທັນແຕກ ຈໍານວນຫລາຍກວ່າ 73.000 ໜ່ວຍ, ໃນນັ້ນມີລະເບີດ ໂບມບີ ເກືອບ 69.000 ໜ່ວຍ. ໃນ ໄລຍະ 8 ເດືອນຜ່ານມາສາມາດ ກຳນົດພື້ນທີ່ທີ່ມີຄວາມສ່ຽງຈາກລະເບີດບໍ່ທັນແຕກ (ຫລື ພື້ນທີ່ອັນຕະລາຍທີ່ໄດ້ຮັບການຢືນຢັນ) ເພີ່ມຂຶ້ນຫລາຍກວ່າ 6.738 ເຮັກຕາ, ມີການກວດກູ້ພື້ນທ່ີດິນຫລາຍກວ່າ 4.285 ເຮັກຕາ ແລະ ທໍາລາຍລະເບີດບໍ່ທັນແຕກ ໄດ້ຫລາຍກວ່າ 49.000 ໜ່ວຍ, ໃນນັ້ນມີລະເບີດ ໂບມບີ ປະມານ 31.000 ໜ່ວຍ. ໃນວັນດຽວກັນ, ໄດ້ມີພິທີລົງນາມໃນຖະແຫລງການສະແດງ ເຈຕະນາລົມການເຂົ້າຮ່ວມເປັນພາຄີສົນທິສັນຍາຂອງຕີມໍແລັດສະເຕ ຕື່ມອີກ.
ຕະຫລອດໄລຍະກອງປະຊຸມຍັງມີການວາງສະແດງຂອງບັນດາອົງການປະຕິບັດງານ ແລະ ອົງການຈັດຕັ້ງສາກົນຫລາຍອົງການ ທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ), ສູນແກ້ໄຂລະເບີດບໍ່ທັນແຕກ ແລະ ຝຶກອົບຮົມບັນເທົາໄພພິບັດ ກອງທັບປະຊາຊົນລາວ ຫລື ສູນ 523, ອົງການ Mine Advisory Groups (MAG), Norweigian People’s Aid (NPA), Humanity and Inclusion (HI), Halo Trust, Terra Renaissance, United Nation Development Programm (UNDP) ເພື່ອເຜີຍແຜ່, ໂຄສະນາ ແລະ ໃຫ້ຂໍ້ມູນແກ່ບັນດາຄະນະຜູ້ແທນກອງປະຊຸມ.
ພາບ: ອ່າຍຄຳ
KPL