ຂປລ
ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານ ຫວຽດນາມ ໄດ້ພົບປະເຈລະຈາກັບ ທ່ານ ດິງຊ່ຽວຊຽງ (Ding Xuexiang) ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານຈີນ.

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ວັນທີ 16 ກັນຍາ, ຢູ່ນະຄອນ ໜານໜິງ, ແຂວງກວາງຊີ ຂອງສປ ຈີນ, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານ ຫວຽດນາມ ໄດ້ພົບປະເຈລະຈາກັບ ທ່ານ ດິງຊ່ຽວຊຽງ (Ding Xuexiang) ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານຈີນ. ທີ່ການພົບປະ ເນື່ອງໃນໂອກາດ ຮອງນາຍົກລັດຖະມົນຕີ ສອງປະເທດພ້ອມກັນ ເຂົ້າຮ່ວມງານຕະຫລາດນັດ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດ ການຄ້າ ການລົງທຶນຈີນ ອາຊຽນ(CABIS) ຄັ້ງທີ 23. ຈາກນັ້ນ ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານ ຫວຽດນາມ ໄດ້ສະເໜີ ຈີນສ້າງເງື່ອນໄຂ ທີ່ສະດວກກວ່າ ໃຫ້ຜະລິດຕະພັນກະສິກຳ ຫວຽດນາມ ສົ່ງອອກໄປຍັງ ສປ ຈີນ, ສືບຕໍ່ຮ່ວມມື ຢ່າງເລິກເຊິ່ງກ່ຽວກັບ ການກັກກັນພະຍາດ ຢ່າງເລິກເຊິ່ງກວ່າອີກ, ລົງນາມບົດບັນທຶກຊ່ວຍຈຳ ວ່າດ້ວຍການກຳນົດ ຫວຽດນາມ ແມ່ນປະເທດເຈົ້າຂອງ ຂອງກິດຈະກຳ “ແບ່ງປັນຕະຫລາດໃຫຍ່-ການສົ່ງອອກຈີນ”ໃນປີ 2027 ໂດຍໄວ. ກ່ຽວຂ້ອງເຖິງການຄ້າ ແລະ ການເຊື່ອມຕໍ່, ຫວຽດນາມ ສະ ເໜີສ້າງບັນດາເຂດຮ່ວມມື ເສດຖະກິດ ຜ່ານຊາຍແດນໂດຍໄວ, ຜັນຂະຫຍາຍຮູບແບບ ດ່ານຊາຍແດນ ອັດສະລິຍະ, ຊຸກຍູ້ການຮ່ວມມື ດ້ານວິທະຍາສາດ ເຕັກໂນໂລຢີ, ບຳລຸງສ້າງແຫລ່ງ ຊັບພະຍາກອນມະນຸດ, ການຖ່າຍທອດເຕັກໂນໂລຢີ ແລະ ຍູ້ແຮງບັນດາໂຄງການອຸປະຖຳໃຫ້ແກ່ ສສ ຫວຽດນາມ ຢ່າງແຮງກວ່າອີກ. ສ່ວນ ທ່ານ Ding Xuexiang ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດຖະບານຈີນ ຢັ້ງຢືນວ່າ ສປ ຈີນ ພ້ອມແລ້ວ ທີ່ຈະຊຸກຍູ້ ບັນດາໂຄງການ ຮ່ວມມື ອັນແທ້ຈິງ ສືບຕໍ່ບັນລຸຄວາມຄືບໜ້າ, ຍູ້ແຮງການສ້າງບັນດາເສັ້ນທາງລົດໄຟ ບັນລຸມາດ ຖານເຊື່ອມຈອດ ສອງປະເທດ ແລະ ເຊື່ອມຈອດກັບ ເສັ້ນທາງລົດໄຟຈີນ-ເອີຣົບ ກຽມພ້ອມກັບ ສສ ຫວຽດນາມ ສ້າງລະບົບສະໜອງ, ລະບົບຜະລິດ ເປັນປົກກະຕິ, ຍູ້ແຮງການຜັນຂະຫຍາຍ ຮູບແບບ ດ່ານຊາຍແດນ ອັດສະລິຍະ ແລະ ເຂດຮ່ວມມື ເສດຖະກິດ ຜ່ານຊາຍແດນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL