ທ່ານ ສີ ຈິ້ນຜິງ ໃຫ້ທິດຊີ້ນຳສຳຄັນ ກ່ຽວກັບ ການພັດທະນາ ອຸດສາຫະກຳ ການຜະລິດ ທີ່ກ້າວໜ້າ

17/09/2026 16:21
Email Print 107
ຂປລ ທ່ານ ສີ​ ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ກຳ​ມະ​ການ​ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້​ໃຫ້​ທິດ​ຊີ້​ນຳ ​ທີ່​ສຳ​ຄັນ​ກ່ຽວ​ກັບ​​ ການ​ພັດ​ທະ​ນາ ອຸດ​ສາ​ຫະ​ກຳ​ ການ​ຜະ​ລິດ​ ທີ່​ກ້າວ​ໜ້າ ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່ ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ ເປັນ​ຕົ້ນ​ມາ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ສີ​ ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ ຄະ​ນະ​ກຳ​ມະ​ການ​ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້​ໃຫ້​ທິດ​ຊີ້​ນຳ ​ທີ່​ສຳ​ຄັນ​ກ່ຽວ​ກັບ​​ ການ​ພັດ​ທະ​ນາ ອຸດ​ສາ​ຫະ​ກຳ​ ການ​ຜະ​ລິດ​ ທີ່​ກ້າວ​ໜ້າ ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່ ​ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ ເປັນ​ຕົ້ນ​ມາ, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ​ຂອງ ສປ ​ຈີນ ​ໄດ້​ຮັບ​ການ​ພັດ​ທະ​ນາ​ ແລະ ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ກຳ​ລັງ​ປະ​ດິດ​ສ້າງ​ໃໝ່, ກຳ​ລັງ​ແຂ່ງ​ຂັນ​ ແລະ​ ກຳ​ລັງ​ສັງ​ລວມ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຂຶ້ນ ​ຢ່າງ​ຈະ​ແຈ້ງ, ການ​ສ້າງ​ປະ​ເທດ ​ທີ່​ເຂັ້ມ​ແຂງ​ ດ້ານ​ການ​ຜະ​ລິດ​ ໄດ້​ມີບາດ​ກ້າວ​ ທີ່​ໜັກ​ແໜ້ນ. ທ່ານ ສີ ​ຈິ້ນ​ຜິງ ​ເນັ້ນ​ໜັກ​ວ່າ: ຕ້ອງ​ສ້າງ​ອຸດ​ສາ​ຫະ​ກຳ ​ການ​ຜະ​ລິດ​ ໃຫ້​ເຂັ້ມ​ແຂງຂຶ້ນ​​ຢ່າງ​ຫລວງ​ຫລາຍ, ຍົກ​ລະ​ດັບ​ຕ່ອງ​ໂສ້ ​ການ​ຜະ​ລິດ​ທີ່​ສາ​ມາດ​ຄວບ​ຄຸມ​​ ໄດ້ດ້ວຍ​ຕົນ​ເອງ​, ເລັ່ງ​ລັດ​ສ້າງ​ລະ​ບົບ ​ອຸດ​ສາ​ຫະ​ກຳ ​ທີ່ທັນ​ສະ​ໄໝ ​ໂດຍ​ຖື​ເອົາ​ ອຸດ​ສາ​ຫະ​ກຳ​ ການ​ຜະ​ລິດ​ ທີ່​ກ້າວ​ໜ້າ​ເປັນ​ໃຈ​ກາງ, ປັບ​ປຸງ ​ແລະ ​ເປີດກວ້າງ​ພື້ນ​ຖານ ເສດ​ຖະ​ກິດ​​ຮູບ​ປະ​ທຳ​​ ໃຫ້ສົມ​ບູນ ​ຂຶ້ນ​ຕື່ມ​ອີກ ເພື່ອ​ເປັນ​ການ ​ຄ້ຳ​ປະ​ກັນ​ ທີ່​ເຂັ້ມ​ແຂງ​ໃຫ້​ແກ່ ​ການ​ຊຸກ​ຍູ້​​ ຄວາມ​ທັນ​ສະ​ໄໝ​ແບບ​ຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top