ລາວ-ຣັດເຊຍ ເຈລະຈາຮ່າງສົນທິສັນຍາ ປົກປ້ອງພົນລະເມືອງຈາກການລະເມີດຄວາມຍຸຕິທຳລະຫວ່າງປະເທດ

17/09/2026 12:59
ຂປລ ປະຕິບັດຕາມການຕົກລົງຂອງລັດຖະບານ ແຫ່ງ ສປປ ລາວ, ໃນວັນທີ 15 ກັນຍາ 2026 ນີ້, ຄະນະຜູ້ແທນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນ ແຫ່ງ ສະຫະພັນ ຣັດເຊຍ ໄດ້ດຳເນີນການເຈລະຈາສອງຝ່າຍ ຜ່ານລະບົບທາງໄກ ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນມົດສະກູ ກ່ຽວກັບຮ່າງສົນທິສັນຍາ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ ວ່າດ້ວຍການປົກປ້ອງພົນລະເມືອງເຊິ່ງກັນ ແລະ ກັນ ຈາກການລະເມີດຄວາມຍຸຕິທຳລະຫວ່າງປະເທດ,

 ຝ່າຍລາວ ນຳໂດຍ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ຝ່າຍສະຫະພັນ ຣັດເຊຍ ນຳໂດຍ ທ່ານ ປານເຟໂຣບ ຄອນສະຕັນຕິນ ຢູຣີເຢວິດ (Panferov Konstantin Yuryevich) ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສະຫະພັນ ຣັດເຊຍ ໂດຍມີຄະນະຜູ້ແທນຈາກບັນດາອົງການທີ່ກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ.

ໃນການເຈລະຈາ, ຫົວໜ້າຄະນະຜູ້ແທນສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ, ຄວາມໄວ້ວາງໃຈ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ. ຝ່າຍລາວ ໄດ້ສະແດງຄວາມຂອບໃຈຕໍ່ກະຊວງຍຸຕິທຳ ແຫ່ງ ສະຫະພັນ ຣັດເຊຍ, ສະຖານທູດຣັດເຊຍ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍຣັດເຊຍ ທີ່ໄດ້ປະສານສົມທົບຢ່າງໃກ້ຊິດ, ຈິງໃຈ ແລະ ສ້າງສັນ ຕະຫຼອດໄລຍະການຄົ້ນຄວ້າ ແລະ ກະກຽມການເຈລະຈາ.

ການເຈລະຈາ ໄດ້ດຳເນີນໄປດ້ວຍບັນຍາກາດມິດສະຫາຍ, ກົງໄປກົງມາ, ສ້າງສັນ ແລະ ບົນຈິດໃຈແຫ່ງຄວາມເຄົາລົບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ; ສອງຝ່າຍໄດ້ພິຈາລະນາຮ່າງສົນທິສັນຍາເປັນແຕ່ລະມາດຕາ, ແລກປ່ຽນທັດສະນະທາງດ້ານກົດໝາຍ, ປັບປຸງຖ້ອຍຄຳທາງດ້ານນິຕິກຳ ແລະ ພິຈາລະນາກົນໄກການປະສານງານ ເພື່ອໃຫ້ເນື້ອໃນຂອງສົນທິສັນຍາມີຄວາມຈະແຈ້ງ, ຮັດກຸມ, ສົມດຸນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ຊຶ່ງຮ່າງສົນທິສັນຍາປະກອບດ້ວຍ 19 ມາດຕາ, ໂດຍກຳນົດຫຼັກການ ແລະ ກົນໄກສຳຄັນກ່ຽວກັບພື້ນຖານການນຳໃຊ້ສົນທິສັນຍາ, ນິຍາມຂອງບຸກຄົນທີ່ໄດ້ຮັບການປົກປ້ອງ, ບຸກຄົນທີສາມ ແລະ ຄຳຮ້ອງຂໍ, ການບໍ່ແຊກແຊງກິດຈະການພາຍໃນ, ການພິຈາລະນາຄຳຮ້ອງຂໍ, ສິດຄຸ້ມກັນຂອງພະນັກງານຂອງລັດ, ອົງການໃຈກາງປະສານງານ, ການຮັກສາຄວາມລັບ, ຄ່າໃຊ້ຈ່າຍ, ການໃຫ້ສັດຕະຍາບັນ, ຜົນສັກສິດ ແລະ ການສິ້ນສຸດສົນທິສັນຍາ. ໂດຍລວມແລ້ວ, ສອງຝ່າຍເຫັນດີເປັນເອກະພາບກັນ ກ່ຽວກັບເນື້ອໃນຂອງຮ່າງສົນທິສັນຍາ ຊຶ່ງຈະເປັນພື້ນຖານສຳຄັນ ໃຫ້ແກ່ການລົງນາມ ແລະ ໃຫ້ສັດຕະຍາບັນ ໃນຂັ້ນຕໍ່ໄປ ຕາມກົດໝາຍ.

KPL

ຂ່າວອື່ນໆ

ads
ads

Top