ຕີມໍແລັດສະເຕ ລົງນາມເຂົ້າເປັນພາຄີສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

17/09/2026 08:39
Email Print 117
ຂປລ ໃນໄລຍະດໍາເນີນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ໃນວັນທີ 15 ກັນຍາ 2026 ນີ້, ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ໄດ້ລົງນາມໃນຖະແຫລງການການເຂົ້າຮ່ວມເປັນພາຄີ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) .

   ຂປລ. ຕາງໜ້າລົງນາມໂດຍ ທ່ານ ເບັນດິໂຕ ດອສ ຊານໂຕສ ເຟຣຕາສ (H.E Mr. Bendito dos Santos Freitas) ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຕີມໍແລັດສະເຕ ໂດຍ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມປະທານກອງປະຊຸມ ໄດ້ຮ່ວມລົງນາມເປັນພິຍານ ໃນຖະແຫລງການ ການເຂົ້າຮ່ວມເປັນພາຄີດັ່ງກ່າວ. 

    ໃນໂອກາດນ້ີ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍຢ່າງອົບອຸ່ນຕໍ່ທ່ານ ເບັນ ດິໂຕ ດອສ ຊານໂຕສ ເຟຣຕາສ ທີ່ໄດ້ສະແດງເຈດຈໍານົງ ແລະ ໃຫ້ຄໍາໝາຍໝັ້ນໃນການລົງນາມໃນການເຂົ້າຮ່ວມເປັນພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ. 

    ການລົງນາມໃນຖະແຫລງການ ການເຂົ້າຮ່ວມເປັນພາຄີຂອງປະເທດ ຕີມໍແລັດສະເຕ ແມ່ນຜົນສໍາເລັດຈາກຄວາມພະຍາຍາມອັນຕໍ່ເນື່ອງ ຂອງ ສປປ ລາວ ໃນຖານະປະທານ CCM ຮ່ວມກັບວົງຄະນາຍາດສາກົນ ຂົນຂວາຍໃນການລະດົມໃຫ້ມີປະເທດລັດພາຄີຂອງສົນທິສັນຍາເພີ່ມຂຶ້ນ. ໃນໄລຍະຂອງການເປັນປະທານ ສປປ ລາວ ໄດ້ມີການຈັດກອງປະຊຸມ-ສໍາມະນາການຈັດຕັ້ງປະຕິບັດສົນທິສົນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ 2 ຄັ້ງ ສໍາລັບພາກພື້ນອາຊີ-ປາຊິຟິກ ທີ່ຈັດຂຶ້ນໃນວັນທີ 27-29 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ ແລະ ພາກພື້ນອາຟຣິກາທີ່ຈັດຂຶ້ນໃນວັນທີ 4-5 ມິຖຸນາ 2026 ຢູ່ນະຄອນຫລວງ ອາດິສ ອາບາບາ, ປະເທດ ເອທິ ໂອປີ ຊຶ່ງເຫັນໄດ້ຢ່າງຈະແຈ້ງວ່າການໂຄສະນາໃຫ້ເຫັນເຖິງຄວາມອັນຕະລາຍຂອງຜົນກະທົບຂອງລະເບີດລູກຫວ່ານ ແລະ ການພົວພັນ 2 ຝ່າຍທີ່ດີລະຫວ່າງ ສປປ ລາວ ແລະ ຕີມໍແລັດສະເຕ ແມ່ນເປັນສິ່ງທີ່ສໍາຄັນທີ່ຊຸກຍູ້ການຂະຫຍາຍສະມາຊິກໃນຄັ້ງນີ້. ການເຂົ້າເປັນພາຄີຂອງ ຕີມໍແລັດສະເຕ ໄດ້ສະແດງເຖິງຄວາມສາມັກຄີໃນຄອບຄົວ ອາຊຽນຊຶ່ງເປັນການສະແດງໃຫ້ວົງຄະນາຍາດສາກົນເຫັນວ່າການລົບລ້າງຜົນກະທົບທີ່ເກີດຈາກລະເບີດບໍ່ທັນແຕກ ແມ່ນພັນທະໜ້າທີ່ລວມຂອງທຸກປະເທດ, ທັງປະເທດທີ່ໄດ້ຮັບຜົນກະທົບ ແລະ ບໍ່ໄດ້ຮັບຜົນກະທົບ.

    ການຕັດສິນໃຈຂອງປະເທດ ຕີມໍແລັດສະເຕ ຄັ້ງປະຫວັດສາດນີ້ ແມ່ນເປັນບາດກ້າວທີ່ສໍາຄັນຢ່າງຍິ່ງ ໃນການສົ່ງເສີມການຂະຫຍາຍສະມາຊິກຂອງພາຄີຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ແລະ ຈະປະກອບສ່ວນອັນສໍາຄັນໃຫ້ກັບຂະບວນການຫລຸດຜ່ອນອາວຸດຂອງສາກົນ. ເຖິງວ່າປະເທດ ຕີມໍແລັດສະເຕ ຈະບ່ໍເຄີຍຮັບຜົນກະທົບໂດຍກົງຈາກລະເບີດລູກຫວ່ານກໍຕາມ, ແຕ່ປະເທດ ຕີມໍແລັດສະເຕ ໄດ້ເລືອກທີ່ຈະຢືນຄຽງຂ້າງບັນດາປະເທດທີ່ໄດ້ຮັບຜົນກະທົບດັ່ງກ່າວເພື່ອສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ຫລັກການມະນຸດສະທໍາສາກົນ.

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top