ຂປລ
6 ພື້ນ ຖານເສດຖະກິດ ໃຫຍ່ທີ່ສຸດພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້ ລວມມີ: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ສສ ຫວຽດນາມ ອາດສາມາດບັນລຸ ໄດ້ການເຕີບໂຕ ສະເລ່ຍ 4,8%/ປີ ໃນໄລຍະ 10 ປີ

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ບົດລາຍງານໂດຍ ບັນດາອົງການຈັດຕັ້ງ Bain & Company (ອາເມລິກາ), DBS Bank ແລະ Vriens & Partners (ສິງກະໂປ) ປະກາດ ໃນວັນທີ 16 ກັນຍາ ໃຫ້ຂໍ້ສັງເກດວ່າ, 6 ພື້ນ ຖານເສດຖະກິດ ໃຫຍ່ທີ່ສຸດພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້ ລວມມີ: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ສສ ຫວຽດນາມ ອາດສາມາດບັນລຸ ໄດ້ການເຕີບໂຕ ສະເລ່ຍ 4,8%/ປີ ໃນໄລຍະ 10 ປີ, ສິ້ນສຸດໃນປີ 2035. ບົດລາຍງານໃຫ້ຮູ້ວ່າ ການເຕີບໂຕ ລະຫວ່າງ ບັນດາພື້ນຖານເສດຖະກິດ ໃນພາກພື້ນມີການຈັດແບ່ງຢ່າງຈະແຈ້ງ. ໃນປີ 2024 ແລະ 2025, ສສ ຫວຽດນາມ, ມາເລເຊຍ ແລະ ສິງກະໂປ ມີການເຕີບໂຕ ລື່ນກາຍຄວາມຄາດຫວັງ, ໂດຍໄດ້ຮັບການໜູນຊວ່ຍ ຈາກຫລາຍກຳລັງຜັກດັນຄື ຄວາມຕ້ອງການຊິບເຄິ່ງຊັກນຳໄຟຟ້າ ກ່ຽວຂ້ອງເຖິງປັນຍາປະດິດ (AI), ການສົ່ງອອກສິນຄ້າການຜະລິດ ແລະ ທ່າເພີ່ມຂອງການລົງທຶນ. ບົດລາຍງານກໍ່ຖືວ່າ ສສ ຫວຽດນາມ ອາດສາມາດສືບຕໍ່ ນຳໜ້າການເຕີບໂຕໃນພາກພື້ນ, ໃນຂະນະທີ່ ໄທ ມີການເຕີບໂຕຊ້າກວ່າ ເມື່ອທຽບໃສ່ກັບ ບັນດາປະເທດທີ່ຍັງເຫລືອນັ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL