ຂປລ
ພາຍຫລັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫລາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕ່ໍປະຊາຊົນ ແລະ ການພັດທະນາ ຂອງ ສປປ ລາວ.
ຂປລ. ນັບແຕ່ປີ 1994 ເປັນຕົ້ນມາ, ລັດຖະບານ ສປປ ລາວ ໄດ້ຮ່ວມກັບອົງການສາກົນ ແລະ ພາກສ່ວນຕ່າງໆ ດຳເນີນວຽກງານສຳຫລວດ, ກວດກູ້, ທຳລາຍລະເບີດ ແລະ ຊ່ວຍເຫລືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ. ທ່ານ ບຸນເພັງ ສີສະຫວັດ ຫົວ ໜ້າຫ້ອງການຄະນະກຳມະການແຫ່ງຊາດ ເພື່ອແກ້ໄຂລະເບີດບ່ໍທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໃຫ້ສຳພາດຕໍ່ສ່ືມວນຊົນ ໃນວາລາດຳເນີນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໃນວັນທີ 15 ກັນຍາ 2026 ນີ້ວ່າ: ປັດຈຸບັນ, ການຈັດຕັ້ງປະຕິບັດວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ດຳເນີນຢູ່ 13 ແຂວງຄື: ແຂວງຫລວງພະບາງ, ຫົວພັນ, ຊຽງຂວາງ, ວຽງຈັນ, ໄຊສົມບູນ, ນະຄອນຫລວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ເຊກອງ, ສາລະວັນ ແລະ ແຂວງອັດຕະປື ໂດຍໄດ້ສຸມໃສ່ 4 ວຽກງານຫລັກ ເປັນຕົ້ນວຽກງານໂຄສະນາສຶກສາຄວາມສ່ຽງໄພ ໂດຍເນັ້ນເຕືອນປະຊາຊົນ ແລະ ເດັກນ້ອຍ ໃຫ້ຮູ້ເຖິງອັນຕະລາຍຈາກລະເບີດບ່ໍທັນແຕກ ແລະ ວິທີປ້ອງກັນອຸບັດເຫດ; ວຽກງານສຳຫລວດ, ກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ; ວຽກງານຊ່ວຍເຫລືອຜູ້ປະສົບເຄາະຮ້າຍ ແລະ ວຽກງານຄຸ້ມຄອງຂໍ້ມູນຂ່າວສານ. ພ້ອມນີ້, ສປປ ລາວ ຍັງຈະສູ້ຊົນເຮັດໃຫ້ຈຳນວນອຸບັດເຫດ ທີ່ເກີດຈາກລະເບີດບໍ່ທັນແຕກຫລຸດລົງຕາມແຜນຍຸດທະສາດ 38 ຄົນຕໍ່ປີ.
ປັດຈຸບັນ ສາມາດກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ໃນເນື້ອທີ່ທັງໝົດ 105.909,91 ເຮັກຕາ. ໃນນ້ັນ, ພ້ືນທ່ີກະສິກໍາ 86.222,98 ເຮັກຕາ ແລະ ພື້ນທີ່ການພັດທະນາ 19.686,92 ເຮັກຕາ, ທຳລາຍລະເບີດທັງໝົດ 2.133.952 ໜ່ວຍ, ໃນນັ້ນ ໂບມໃຫຍ່ 5.239 ໜ່ວຍ, ລະເບີດລູກຫວ່ານ 1.286.042 ໜ່ວຍ, ລະເບີດຝັງດິນ 2.954 ໜ່ວຍ, ສໍາພາວຸດ 841.717 ຊິ້ນ ສ່ວນ. ພ້ອມນີ້, ຍັງໄດ້ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຈໍານວນ 1.928 ຄົນ ໂດຍໄດ້ດໍາເນີນການໃຫ້ການຊ່ວຍຜູ້ເຄາະຮ້າຍດ້ານການປິ່ນປົວ, ການຟື້ນຟູໜ້າທີ່ການ, ການຝຶກອົບຮົມວິຊາຊີບ, ການສ້າງວຽກເຮັດງານທຳ, ການໃຫ້ຄໍາປຶກສາດ້ານປະກົດການຫຍໍ້ທໍ້ທາງດ້ານຈິດໃຈ ຂອງຜູ້ລອດຊີວິດ ແລະ ຄອບຄົວຂອງຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກໄດ້ຈໍານວນໜຶ່ງ.
ສປປ ລາວ ເຂົ້າເປັນພາຄີສົນທິສັນຍາ CCM ໃນປີ 2009, ສົນທິສັນຍາ CCM ຍັງກຳນົດໃຫ້ລັດພາຄີຮ່ວມມື ແລະ ໃຫ້ການຊ່ວຍເຫລືອແກ່ປະເທດທ່ີປະສົບຜົນກະທົບລວມທັງການຊ່ວຍເຫລືອຜູ້ປະສົບເຄາະຮ້າຍ, ຜູ້ລອດຊີວິດ ແລະ ຜູ້ພິການ. ດັ່ງນັ້ນ, ການແກ້ໄຂບັນຫາລະເບີດບໍ່ທັນແຕກ ຂອງ ສປປ ລາວ ຍັງຈຳເປັນຕ້ອງອາໄສການຮ່ວມມືຈາກຫລາຍພາກສ່ວນ, ທັງພາຍໃນປະເທດ ແລະ ສາກົນ ເພື່ອເລັ່ງການກວດກູ້ພື້ນທີ່, ຫລຸດຜ່ອນອຸບັດເຫດ, ຊ່ວຍເຫລືອຜູ້ປະສົບເຄາະຮ້າຍ ແລະ ສ້າງເງື່ອນໄຂປອດໄພ ໃຫ້ແກ່ການດຳລົງຊີວິດ ແລະ ການພັດທະນາ.
ຂ່າວ: ທະນູທອງ; ພາບ: ຊຳນານ
KPL