ຂປລ
ວັນທີ 13 ກັນຍາ 2026 ນີ້, ທ່ານ ສາຄອນ ພົມມະລາດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ການກະກຽມຄວາມພ້ອມຂອງສູນຂ່າວໂຄສະນາຮັບໃຊ້ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ຈະຈັດຂຶ້ນວັນທີ 14-18 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ.
ໃນໂອກາດລົງກວດກາດັ່ງກ່າວ, ທ່ານ ສາຄອນ ພົມມະລາດ ໄດ້ຮັບຟັງການລາຍງານກ່ຽວກັບຄວາມພ້ອມຂອງສູນຂ່າວ, ຫ້ອງຖະແຫຼງຂ່າວ ແລະ ອື່ນໆ. ພ້ອມນີ້, ທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ຊີ້ນຳໃຫ້ບັນດາຫົວໜ້າອົງການສື່ມວນຊົນ ກໍຄື ຄະນະບັນນາທິການ ເປັນເຈົ້າການຕິດຕາມກວດກາບັນດາຂໍ້ມູນ, ເນື້ອໃນຂ່າວທີ່ປິ່ນອ້ອມກອງປະຊຸມດັ່ງກ່າວ ຢ່າງລະອຽດກ່ອນເຜີຍແຜ່ຜ່ານຜະລິດຕະພັນສື່ຕ່າງໆ ຢ່າງຖືກຕ້ອງ, ວ່ອງໄວ, ທັນເຫດການ. ທັງນີ້, ກໍເພື່ອເຮັດໃຫ້ການໂຄສະນາໃຫ້ແກ່ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ຢ່າງມີປະສິດທິພາບ.
ພາບ: ອ່າຍຄຳ.
KPL