ຄະນະຜູ້ແທນສາກົນ ລົງຢ້ຽມຢາມພາກສະໜາມກວດກູ້ລະເບີດຕົກຄ້າງ ຢູ່ແຂວງຫລວງພະບາງ

14/09/2026 12:08
ຂປລ ໃນວັນທີ 13 ກັນຍາ 2026 ນີ້, ຄະນະຜູ້ແທນສາກົນ ທີ່ເດີນທາງມາຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of Convention on Cluster Munitions) ທີ່ ສປປ ລາວ ເປັນເຈົ້າພາບໃນລະຫວ່າງວັນທີ 14-18 ກັນຍາ 2026 ນີ້, ໄດ້ໄປຢ້ຽມຢາມສະໜາມກວດກູ້ລະເບີດບໍ່ທັນແຕກ ຊຶ່ງຢູ່ພາຍໃຕ້ເຂດຮັບຜິດຊອບຂອງໂຄງການເກັບກູ້ລະເບີດແຫ່ງຊາດ ຢູ່ບ້ານພິກໃຫຍ່ ນະຄອນຫຼວງພະບາງ, ນຳພາໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານຜູ້ປະຈຳການ ຄະນະກຳມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ), ມີຜູ້ແທນຫຼາຍກວ່າ 270 ທ່ານ ທີ່ເດີນທາງມາຈາກ 120 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

ຄະນະຜູ້ແທນທີ່ມາຢ້ຽມຢາມສະໜາມກວດກູ້ລະເບີດຄັ້ງນີ້, ໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ແລະ ໄດ້ຮັບຟັງການລາຍງານ ຈາກຜູ້ອຳນວຍການໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ຜູ້ຄຸ້ມຄອງພາກສະໜາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສຳຫຼວດ-ກວດກູ້ລະເບີດບໍ່ທັນແຕກ (ລບຕ) ຢູ່ແຂວງຫຼວງພະບາງ, ລວມທັງຂໍ້ມູນສະຖິຕິການຕົກຄ້າງຂອງ ລບຕ, ຜົນສຳເລັດໃນໄລຍະຜ່ານມາ, ສິ່ງທ້າທາຍ ແລະ ແຜນການຈັດຕັ້ງປະຕິບັດວຽກງານສຳຫຼວດ-ກວດກູ້ ລບຕ ໃນຕໍ່ໜ້າ ຊຶ່ງແຂວງຫຼວງພະບາງ ເປັນໜຶ່ງໃນບັນດາແຂວງທີ່ໄດ້ຮັບຜົນກະທົບໜັກໜ່ວງ ຈາກລະເບີດບໍ່ທັນແຕກຕົກຄ້າງແຕ່ປາງສົງຄາມ ໃນນັ້ນ ບ້ານພິກໃຫຍ່ ເປັນບ້ານໜຶ່ງທີ່ໄດ້ຮັບຜົນກະທົບສູງ. ອີງຕາມການສຳຫຼວດດ້ານວິຊາການ ນັບແຕ່ປີ 2016 ພື້ນທີ່ສຳຫຼວດກວມເອົາເນື້ອທີ່ທັງໝົດ 423 ເຮັກຕາ. ໃນນັ້ນ, ສາມາດກຳນົດເປັນພື້ນທີ່ທີ່ໄດ້ຮັບການຢືນຢັນມີຄວາມອັນຕະລາຍຈາກ ລບຕ (ຫຼື CHA) 347,2 ເຮັກຕາ. ການກວດກູ້ພື້ນທີ່ຜ່ານມາມີຈຳນວນ 119,73 ເຮັກຕາ, ໃນນັ້ນ ພື້ນທີ່ກະສິກຳກວມເອົາ 117,3 ເຮັກຕາ ແລະ ພື້ນທີ່ພັດທະນາອື່ນໆ 2,39 ເຮັກຕາ, ໄດ້ພົບເຫັນ ແລະ ທຳລາຍລະເບີດທັງໝົດ 3.461 ໜ່ວຍ, ໃນນັ້ນ ມີລູກບົ່ມໃຫຍ່ 2 ໜ່ວຍ, ລະເບີດລູກຫວ່ານ 2.775 ໜ່ວຍ ແລະ ສຳພະວຸດອື່ນໆ 684 ໜ່ວຍ.

ບ້ານພິກໃຫຍ່ ຕັ້ງຢູ່ຫ່າງຈາກໃຈກາງ ນະຄອນຫຼວງພະບາງ ພຽງແຕ່ 17 ກິໂລແມັດ, ການດຳລົງຊີວິດຂອງປະຊາຊົນສ່ວນໃຫຍ່ ແມ່ນອີງໃສ່ກະສິກຳ. ສະນັ້ນ, ການມອບເນື້ອທີ່ດິນທີ່ປອດໄພຈາກລະເບີດບໍ່ທັນແຕກ ແມ່ນຊ່ວຍໃຫ້ຊຸມຊົນສາມາດສ້າງພື້ນຖານເສດຖະກິດ ແລະ ສ້າງລາຍຮັບເພື່ອລ້ຽງຊີບໄດ້ຢ່າງຍືນຍົງ, ສາມາດພັດທະນາເນື້ອທີ່ດິນເພື່ອຂະຫຍາຍການຜະລິດ ເປັນຕົ້ນ ເຮັດນາ, ປູກພືດຜັກ, ໝາກໄມ້ ແລະ ລ້ຽງສັດ, ຫັນຈາກການຜະລິດແບບກຸ້ມກິນ ໄປສູ່ການຜະລິດເປັນສິນຄ້າເທື່ອລະກ້າວ ພ້ອມທັງພັດທະນາເຂດທ່ອງທ່ຽວໃຫ້ມີຄວາມປອດໄພ.

ໃນຖານະເປັນໜຶ່ງໃນບັນດາປະເທດທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ຈາກລະເບີດລູກຫວ່ານ, ສປປ ລາວ ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນຂະບວນການຮ່າງ ແລະ ຮັບຮອງເອົາສົນທິສັນຍາສາກົນ ວ່າດ້ວຍການຕ້ານລະເບີດລູກຫວ່ານ. ເພື່ອໃຫ້ການຈັດຕັ້ງປະຕິບັດສົນທິສັນຍາສາກົນນີ້ ໃຫ້ບັນລຸຜົນສຳເລັດຕາມເປົ້າໝາຍ, ລັດຖະບານລາວ ໄດ້ເຊື່ອມສານບັນດາເປົ້າໝາຍຂອງສົນທິສັນຍາສາກົນ ເຂົ້າໃນແຜນຍຸດທະສາດແຫ່ງຊາດ ຫຼື ເອີ້ນວ່າ ເສັ້ນທາງກ້າວສູ່ຄວາມປອດໄພ ສະບັບທີ III (Safe Path Forward III) ໄລຍະແຕ່ 2021-2030 ແລະ ຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງ (SDG) ເປົ້າໝາຍທີ 18: “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ”.

ໃນໂອກາດຢ້ຽມຢາມພາກສະໜາມດັ່ງກ່າວ, ຄະນະຜູ້ແທນສາກົນ ຍັງໄດ້ຮັບຊົມການທຳລາຍລູກລະເບີດບໍ່ທັນແຕກທີ່ຕົກຄ້າງ ທີ່ກວດຄົ້ນໄດ້ຈຳນວນໜຶ່ງ, ພ້ອມທັງຢ້ຽມຊົມສູນຂໍ້ມູນຂ່າວສານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ຕື່ມອີກ.

KPL

ຂ່າວອື່ນໆ

    • ເປີດນິທັດສະການ ຄຸນຄ່າພູມປັນຍາລາວ ຄັ້ງທີ 1ວັດທະນະທຳ-ສັງຄົມ

      ເປີດນິທັດສະການ ຄຸນຄ່າພູມປັນຍາລາວ ຄັ້ງທີ 1

      9/14/2026 12:25:37 PM

      ນິທັດສະການ “ຄຸນຄ່າພູມປັນຍາລາວ” ຄັ້ງທີ 1 ຈັດຂຶ້ນໃນລະຫວ່າງວັນທີ 9-13 ກັນຍາ 2026 ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ເພື່ອເປີດໂອກາດໃຫ້ຜູ້ປະກອບການ, ຫົວໜ່ວຍທຸລະກິດ ນຳເອົາຜະລິດຕະພັນ ທີ່ເກີດຈາກພູມປັນຍາແທ້ໆ ມາວາງສະແດງ-ຈຳໜ່າຍ ແລະ ສ້າງເຄືອຂ່າຍທຸລະກິດຮ່ວມກັນ ຊຶ່ງພິທີເປີດງານດັ່ງກ່າວ ຈັດຂຶ້ນໃນວັນທີ 11 ກັນຍາ 2026 ໂດຍມີ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ປະທານປະເທດ, ທັງເປັນປະທານທີ່ປຶກສາສະມາຄົມຫັດຖະກຳລາວ, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສູນກາງສະຫະພັນແມ່ຍິງລາວ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີບັນດາພັນລະຍາການນຳພັກ, ລັດ, ຜູ້ຕາງໜ້າຈາກບັນດາກະຊວງ, ອົງການ, ສະຖາບັນ, ສະຖານທູດ, ອົງການສາກົນ, ນັກວິຊາການ, ນັກອອກແບບ, ຊ່າງຝີມື, ຜູ້ປະກອບການ, ບໍລິສັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ຮອງຫົວໜ້າ ຄອສພ ລົງຕິດຕາມສູນຂ່າວກອງປະຊຸມທົບທວນສົນທິສັນຍາການເກືອດຫ້າມລະເບີດລູກຫວ່ານ ຮອບວໜນທີ 3ວັດທະນະທຳ-ສັງຄົມ

      ຮອງຫົວໜ້າ ຄອສພ ລົງຕິດຕາມສູນຂ່າວກອງປະຊຸມທົບທວນສົນທິສັນຍາການເກືອດຫ້າມລະເບີດລູກຫວ່ານ ຮອບວໜນທີ 3

      9/14/2026 12:14:56 PM

      ວັນທີ 13 ກັນຍາ 2026 ນີ້, ທ່ານ ສາຄອນ ພົມມະລາດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ການກະກຽມຄວາມພ້ອມຂອງສູນຂ່າວໂຄສະນາຮັບໃຊ້ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ຈະຈັດຂຶ້ນວັນທີ 14-18 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ.

    • ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີວັດທະນະທຳ-ສັງຄົມ

      ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີ

      9/11/2026 10:02:44 AM

      ໃນວັນທີ 8 ກັນຍາ 2026, ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-9/9/2026) ໂດຍການປາຖະກະຖາຂອງ ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ມີ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາແຫ່ງຊາດ, ຮອງປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ, ສະຫາຍ ເພັດສົມພອນ ແສນສີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໄຊທານີ, ມີຄະນະກົມ, ຄະນະພະແນກ, ພະນັກງານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີວັດທະນະທຳ-ສັງຄົມ

      ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ

      9/11/2026 9:52:25 AM

      ພິທີສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ “ການຮູ້ໜັງສືເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” ຈັດຂຶ້ນໃນວັນທີ 8 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາອະດີດການນຳກະຊວງ, ການນຳພັກ-ລັດ, ຄະນະກຳມະການເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ, ການສຶກສາພາກເອກະຊົນ, ຕາງໜ້າຈາກກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງວັດທະນະທຳ-ສັງຄົມ

      ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງ

      9/11/2026 9:42:21 AM

      ແຫຼ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2026, ທ່ານ ບຸນລັດ ລໍບານເຢັນ ເລຂາພັກເມືອງອາດສະພອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງພື້ນທີ່ຕິດຕາມ ແລະ ກວດເບິ່ງສະພາບນໍ້າຖ້ວມຢູ່ຕາມເສັ້ນທາງສາຍບ້ານທາດດອກແກ້ວ ຫາ ບ້ານຜັກຂະຫຍ່າ ບໍລິເວນຂົວຫ້ວຍພຸງ ແລະ ເສັ້ນທາງຈາກບ້ານທາດດອກແກ້ວ ຫາ ບ້ານດົງນາງາມ. ການລົງຕິດຕາມຄັ້ງນີ້, ກໍເພື່ອກວດກາ ແລະ ຕິດຕາມສະພາບນໍ້າຖ້ວມຢ່າງໃກ້ຊິດ ພ້ອມທັງປະເມີນສະພາບຄວາມເສຍຫາຍຂອງເສັ້ນທາງ, ຂົວ ແລະ ພື້ນຖານໂຄງລ່າງອື່ນໆ ທີ່ອາດໄດ້ຮັບຜົນກະທົບຈາກນໍ້າຖ້ວມ.

ads
ads

Top