ຂປລ
ງານວາງສະແດງ ສິນຄ້າຈີນ-ອາຊຽນ ຄັ້ງທີ 23 ໄດ້ໄຂຂຶ້ນຢູ່ ນະຄອນໜານໜິງ ເຂດປົກຄອງຕົນເອງ ເຜົ່າຈວ້າງກວາງຊີ ຂອງສປ ຈີນ ໂດຍມີ ວິສາຫະກິດ ຫລາຍກວ່າ 3.400 ແຫ່ງ ຈາກ 70 ກວ່າປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ,

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ງານວາງສະແດງ ສິນຄ້າຈີນ-ອາຊຽນ ຄັ້ງທີ 23 ໄດ້ໄຂຂຶ້ນຢູ່ ນະຄອນໜານໜິງ ເຂດປົກຄອງຕົນເອງ ເຜົ່າຈວ້າງກວາງຊີ ຂອງສປ ຈີນ ໂດຍມີ ວິສາຫະກິດ ຫລາຍກວ່າ 3.400 ແຫ່ງ ຈາກ 70 ກວ່າປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ, ຕີມໍເລັສເຕ ໄດ້ເຂົ້າຮ່ວມງານເປັນຄັ້ງທຳອິດ ໃນຖານະເປັນຜູ້ຮ່ວມຈັດງານ, ນີ້ແມ່ນເປັນຄັ້ງທຳອິດທີ່ 11 ປະເທດສະມາຊິກອາຊຽນ ໄດ້ມາເຕົ້າໂຮມກັນ ຢູ່ນະຄອນໜານໜິງ ຫລັງຈາກອາຊຽນ ໄດ້ເພີ່ມ ປະເທດຕີມໍເລັສເຕ ເຂົ້າເປັນສະມາຊິກ. ງານວາງສະແດງສິນຄ້າຈີນ-ອາຊຽນໃນປີນີ້ ຍັງໄດ້ຕັ້ງເຂດວາງສະແດງ ຕາມຄວາມຕ້ອງການ ຂອງປະເທດສະມາຊິກອາຊຽນ ເປັນຄັ້ງທຳອິດ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການຈັບຄູ່ວິສາຫະກິດ ທີ່ແມ່ນຢຳຜ່ານເວທີ ອັດສະລິຍະ. ຂະນະດຽວກັນ, ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນຈີນ-ອາຊຽນ ຄັ້ງທີ 23 ກໍ່ເລີ່ມຈັດຂຶ້ນຢູ່ ນະຄອນໜານນິງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ຂອງ ສປ ຈີນ ໃນວັນທີ 17 ກັນຍານີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL