ຮອງນາຍົກລັດຖະມົນຕີ ຕ້ອນຮັບຫົວໜ້າຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາການເກືອດຫ້າມລະເບີດລູກຫ່ວານ

17/09/2026 08:33
Email Print 126
ຂປລ ໃນວັນທີ 14 ກັນຍາ 2026 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາຫົວໜ້າຄະນະຜູ້ແທນລະດັບສູງຕ່າງປະເທດ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າ ດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໃນລະຫວ່າງວັນທີ 14-18 ກັນຍາ 2026 ຢູ່ນະຄອນຫລວງວຽງຈັນ.

    ຂປລ. ທ່ານ ທອງສະຫວັນ ພົມວິຫານ ໄດ້ຕ້ອນຮັບ ແລະ ພົບປະກັບ ທ່ານ ນາງ ຫງວຽນ ທິ ຮວາງ ເວິນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ຊຶ່ງທັງສອງຝ່າຍໄດ້ເນັ້ນເຖິງຄວາມສຳຄັນຂອງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ສົ່ງຜົນກະທົບຕໍ່ຊີວິດປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມ, ສອງຝ່າຍຈະສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນເພື່ອກະກຽມການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງຂອງສອງ- ພັກ, ສອງລັດໃນມໍ່ໆນີ້ ໃຫ້ໄດ້ຮັບຜົນສໍາເລັດ, ກະກຽມສະເຫລີມສະຫລອງປີສາມັກຄີ-ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນປີ 2027, ພ້ອມທັງຍິນດີຮ່ວມກັນເສີມຂະຫຍາຍກົນໄກການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ມີປະສິດທິຜົນສູງ ເພື່ອ ຊຸກຍູ້ ແລະ ເສີມຂະຫຍາຍການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງພັກ, ສອງລັດເພື່ອນຳເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນທັງສອງຊາດ. ພ້ອມນີ້ ຝ່າຍຫວຽດນາມ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນການເປັນປະທານກອງປະຊຸມຂອງ ສປປ ລາວ, ພ້ອມທັງອວຍພອນໃຫ້ກອງປະຊຸມດັ່ງກ່າວປະສົບຜົນສຳເລັດຢ່າງຈົບງາມ.

   ພ້ອມນີ້, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຕ້ອນຮັບ ແລະ ພົບປະກັບ ທ່ານ ສະຣັນ ຈະເລີນສຸວັນ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງລາຊະອາ ນາຈັກໄທ ໂດຍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານແຫ່ງລາຊະອານາຈັກໄທ ທີ່ໄດ້ແຕ່ງຕັ້ງໃຫ້ ທ່ານ ສະຣັນ ຈະເລີນສຸວັນ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ໃນຂະນະທີ່ທ່ານ ສະຣັນ ຈະເລີນສຸວັນ ໄດ້ຢ້ຳຄືນຄວາມໝາຍໝັ້ນໃນການຮ່ວມມືດ້ານມະນຸດສະທຳ ໂດຍສະເພາະການແກ້ໄຂບັນຫາລະເບີດບໍ່ທັນແຕກ. ພ້ອມນີ້, ທັງສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບການກະກຽມກອງປະຊຸມຄະນະກຳມະການຮ່ວມມື ລາວ-ໄທ ຄັ້ງທີ 23 ຊຶ່ງກໍານົດຈະຈັດຂຶ້ນໃນຕົ້ນເດືອນ ຕຸລາ 2026.

     ໃນໂອກາດດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ພົບປະກັບ ທ່ານ ເບັນດີໂຕ ໂດຣ ຊານໂຕຣ ຟຣີອີຕັດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຂະຫຍາຍການຮ່ວມມືສອງຝ່າຍ, ໂດຍສະເພາະຄວາມຄືບໜ້າໃນການສ້າງຕັ້ງສະຖານທູດ ສປປ ລາວ ທີ່ເມືອງດີລີ. ພ້ອມທັງແລກປ່ຽນຄວາມຄິດເຫັນກ່ຽວກັບການສົ່ງເສີມການຮ່ວມມືເຊິ່ງກັນ ແລະ ກັນ ໃນຂອບຫລາຍຝ່າຍທັງໃນລະດັບພາກພື້ນ (ອາຊຽນ) ແລະ ສາກົນ. ພ້ອມດຽວກັນນີ້, ຍັງໄດ້ພົບປະກັບ ທ່ານ ໂຊກ ໂລເບີ ຮອງປະທານຄະນະກຳມະການກາແດງສາກົນ (ICRC) ຊຶ່ງທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບການເພ່ີມທະວີການຮ່ວມມື ໃນການສົ່ງເສີມວຽກງານດ້ານມະນຸດສະທຳສາກົນ. ອົງການ ICRC ໄດ້ແຈ້ງໃຫ້ຊາບກ່ຽວກັບຂໍ້ລິເລີ່ມສາກົນເພື່ອໃຫ້ຄຳໝາຍໝັ້ນທາງການເມືອງຕໍ່ກົດໝາຍມະນຸດສະທຳສາກົນ (GIHLI) ຊຶ່ງ ສປປ ລາວ ໄດ້ເຂົ້າຮ່ວມໃນເດືອນກໍລະກົດ 2026, ພ້ອມທັງໄດ້ເຊື້ອເຊີນ ສປປ ລາວ ເຂົ້າຮ່ວມກອງ ປະຊຸມລະດັບສູງດ້ານມະນຸດສະທຳ ຊຶ່ງຈະຈັດຂຶ້ນໃນເດືອນທັນວາ 2026 ຢູ່ ປະເທດຊອກດານີ. ຝ່າຍລາວກໍໄດ້ສະແດງຄວາມຂອບໃຈ ແລະ ພ້ອມທີ່ຈະສືບຕໍ່ຮັດແໜ້ນການຮ່ວມມືກັບອົງການ ICRC ພາຍໃຕ້ຂອບການຮ່ວມມືດ້ານມະນຸດສະທໍາທີ່ສອງຝ່າຍມີການຕົກລົງຮ່ວມກັນ.

     ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕີລາຄາສູງຕໍ່ການພົບປະແລກປ່ຽນຄວາມຄິດເຫັນໃນຄັ້ງນີ້ວ່າເປັນບາດກ້າວອັນສຳຄັນ ເພື່ອສ້າງຄວາມເຂົ້າໃຈ, ຄວາມສາມັກຄີ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ. ພ້ອມກັນນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ການຕີລາຄາສູງ ແລະ ການສະໜັບສະໜູນຈາກທຸກຝ່າຍຕໍ່ການເປັນປະທານກອງປະຊຸມ ຂອງ ສປປ ລາວ ແລະ ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງຕໍ່ການ ເຂົ້າຮ່ວມຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ. ການເຂົ້າຮ່ວມດັ່ງກ່າວຍັງໄດ້ສະແດງອອກຢ່າງຈະແຈ້ງເຖິງຄວາມເອົາໃຈໃສ່ ແລະ ຍົກສູງນ້ຳໃຈແຫ່ງການຮ່ວມມືແບບຫລາຍຝ່າຍ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມກ້າວໜ້າຂອງມວນມະນຸດ.

ພາບ: ອ່າຍຄໍາ-ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top