ແຜນພັດທະນາເສດຖະກິດ-ສັງຄົມເຂດບໍລິຫານພິເສດຮົງກົງ ຂອງ ສປ ຈີນ 5 ປີຄັ້ງທຳອິດ

17/09/2026 16:22
Email Print 128
ຂປລ ທ່ານ ຫລີ ​ເຈ່ຍ​ຊ່າວ, ຜູ້​ວ່າ​ການ ​​ອົງ​ການ​ປົກ​ຄອງ ເຂດ​ບໍ​ລິ​ຫານ​ພິ​ເສດ​ ຮົງ​ກົງ​ຂອງ ສປ ຈີນ ​ໄດ້​ປະ​ກາດ “ແຜນ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ​ເຂດ​ບໍ​ລິ​ຫານ​ ພິ​ເສດ​ຮົງ​ກົງ 5 ປີ​ຄັ້ງ​ທຳ​ອິດ(2026-2030)”ໃນ​ກອງ​ປະ​ຊຸມສະ​ພາ​ນິ​ຕິ​ບັນ​ຍັດ​ຂອງ​ເຂດ​ພິ​ເສດ ແລະ​ ໄດ້​ເຜີຍ​ແຜ່ ​ບົດ​ລາຍ​ງານ​ ການ​ບໍ​ລິ​ຫານ​ການ​ເມືອງ​ປີ 2026.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  ວັນ​ທີ 16 ກັນ​ຍາ​ນີ້, ທ່ານ ຫລີ ​ເຈ່ຍ​ຊ່າວ, ຜູ້​ວ່າ​ການ ​​ອົງ​ການ​ປົກ​ຄອງ ເຂດ​ບໍ​ລິ​ຫານ​ພິ​ເສດ​ ຮົງ​ກົງ​ຂອງ ສປ ຈີນ ​ໄດ້​ປະ​ກາດ “ແຜນ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ​ເຂດ​ບໍ​ລິ​ຫານ​ ພິ​ເສດ​ຮົງ​ກົງ 5 ປີ​ຄັ້ງ​ທຳ​ອິດ(2026-2030)”ໃນ​ກອງ​ປະ​ຊຸມສະ​ພາ​ນິ​ຕິ​ບັນ​ຍັດ​ຂອງ​ເຂດ​ພິ​ເສດ ແລະ​ ໄດ້​ເຜີຍ​ແຜ່ ​ບົດ​ລາຍ​ງານ​ ການ​ບໍ​ລິ​ຫານ​ການ​ເມືອງ​ປີ 2026. ທ່ານ ຫລີ​ ເຈ່ຍ​ຊ່າວ ກ່າວ​ວ່າ: ແຜນ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ 5 ປີ​ ຄັ້ງ​ທຳ​ອິດ ແມ່ນ​ແຜນ​​ຜັງ ​ສຳ​ລັບ ​ການ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ຮົງ​ກົງ, ແມ່ນ​ຂີດ​ໝາຍ​ທີ່​ສຳ​ຄັນ​ ຂອງ​ຮົງ​ກົງ​ໃນ​ການ​ຫັນ​ປ່ຽນ​ຈາກ​​ໄລ​ຍະການ​ບໍ​ລິ​ຫານ ​ໄປ​ສູ່ໄລ​ຍະ​ຄວາມ​ຈະ​ເລີນ​ຮຸ່​ງ​ເຮືອງ​. ແຜນ​ການ​ດັ່ງ​ກ່າວ​ລວມ​ມີ 7 ພາກ​ເຊິ່ງ​ຕ່າງ​ມີ​ຫົວ​ຂໍ້​ຫລັກ​ວ່າ: “ສ້າງ​ສະ​ພາບ​ການ​ໃໝ່ ຂຽນ​ໜ້າ​ໃໝ່” “​ເສີມ​ສ້າງ​ການ​ກໍ່​ສ້າງ​ສູນ​ໃຫຍ່ 4 ​ແຫ່ງ, ການ​ສ້າງ​ສູນ​ເຕົ້າ​ໂຮມ​ບຸກ​ຄະ​ລາ​ກອນ ​ເພື່ອຍົກ​ລະ​ດັບ ​ແລະ ເສີມ​ຂະ​ຫຍາຍ​ ຄວາມ​ໄດ້​ປຽບ​ໃນ​ການ​ແຂ່ງ​ຂັນ​ລະ​ດັບ​ສາ​ກົນ ໃຫ້​ດີ​ຂຶ້ນ” “ເລັ່ງ​ລັດ​ການ​ສ້າງ​ຕົວ​ເມືອງ​ພາກ​ເໜືອ ​ເພື່ອນຳ​ພາ​​ການ​ປັບ​ປຸງ​ ສະ​ພາບ​ຊ່ອງ​ຫວ່າງ​ ໃຫ້​ດີ​ຂຶ້ນ” “ເພີ່​ມ​ທະ​ວີ​ ການ​ສ້າງ​ເຂດ​ອ່າວ​​ໃຫຍ່ ກວາງ​ຕຸ້ງ-ມາ​ກາວ-ຮົງ​ກົງ​ ແລະ​ ສ້າງ​ເຄືອ​ຂ່າຍ ການ​ຮ່ວມ​ມື ​ລະ​ດັບ​ສາ​ກົນ” “ຍົກ​ລະ​ດັບ​ຄວາມ​ຜາ​ສຸກ ​​ຂອງ​ປະ​ຊາ​ຊົນ​ໃຫ້​ສູງ​ຂຶ້ນ​ຢ່າງ​ແທ້​ຈິງ,ປັບ​ປຸງ​ລະ​ບົບ​​ປະ​ກັນສັງ​ຄົມໃຫ້​ດີ​ຂຶ້ນ” “ປະ​ສານ​ງານ ​ດ້ານ​ການ​ພັດ​ທະ​ນາ​ ແລະ​ ຄວາມ​ໝັ້ນ​ຄົງ ​ເພື່ອຍົກ​ປະ​ສິດ​ທິ​ພາບ ​ດ້ານ​ການ​ບໍ​ລິ​ຫານ​ສາ​ທາ​ລະ​ນະ​ໃຫ້​ສູງ​ຂຶ້ນ” ແລະ “ເພີ່ມ​ທະ​ວີ​ກົນ​ໄກ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ ​ແຜນ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ 5 ປີ​ຄັ້ງ​ທຳ​ອິດ ​ຢ່າງ​ແຂງ​ແຮງ”. ແຜນ​ການ​ດັ່ງ​ກ່າວ ​ຍຶດ​ໝັ້ນ 7 ແນວ​ຄິດ​: ຍຶດ​ໝັ້ນ​ທິດ​ທາງ​ ປະ​ເທດດຽວສອງ​ລະ​ບອບ,ຍຶດ​ໝັ້ນ​ຖື​ປະ​ຊາ​ຊົນ​ເປັນ​ຫລັກ, ຍຶດ​ໝັ້ນ​ຖື​ການ​ບໍ​ລິ​ຫານ​ການ​ເມືອງ​ເປັນ​​ທິດຫລັກ,ຍຶດ​ໝັ້ນ​ການ​ປະ​ຕິ​ຮູບ ​ແລະ​ ການ​ປະ​ດິດ​ສ້າງ​ໃໝ່, ຍຶດ​ໝັ້ນ​ການ​ປະ​ສານ​ສົມ​ທົບ​ກັນ​ ລະ​ຫວ່າງ “ຕະ​ຫລາດ​ທີ່​​ມີ​ປະ​ສິດ​ທິ​ພາບ”ກັບ “ອົງ​ການ​ປົກ​ຄອງ​ທີ່​ມີ​ຄວາມ​​ສາ​ມາດ”,ຍຶດ​ໝັ້ນ​ການ​ປະ​ສາ​ນ​ງານ​ລະ​ຫວ່າງ​ການ​ພັດ​ທະ​ນາ ​ແລະ ​ຄວາມ​ໝັ້ນ​ຄົງ ແລະ ຍຶດ​ໝັ້ນ​ວາງ​ແຜນ​ການ​ທີ່​ຕິດ​ແທດ​ຕົວ​ຈິງ. ແຜນ​ການ​ຍັງ​ໄດ້​ລະ​ບຸ 5 ​ເປົ້າ​ໝາຍ ​ສຳ​ຄັນຄື: ການ​ພັດ​ທະ​ນາ​ ເສດ​ຖະ​ກິດ​ ໄດ້​ຮັບ​ການ​ກ້າວ​ກະ​ໂດດ​ອັນ​ໃໝ່,ຄວາມ​ສາ​ມາດ​ແຂ່ງ​ຂັນ ​ລະ​ດັບ​ສາ​ກົນ ​ແລະ​ ອິດ​ທິ​ພົນໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ, ການ​ສ້າງ​ຕົວ​ເມືອງ​ພາກ​ເໜືອ​ເລັ່ງ​ໄວ​ ແລະ ​ຍົກ​ປະ​ສິດ​ທິ​ພາບ​ໃຫ້​ສູງ​ຂຶ້ນ,ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ ​ຢ່າງ​ຊັດ​ເຈນ,ການຮັບ​ໃຊ້ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັນ​ ກັບ​ພາກ​ສ່ວນ​ໃຫຍ່ການ​ພັດ​ທະ​ນາ​ແຫ່ງ​ຊາດ ​ໄດ້​ຮັບ​ຄວາມ​ຄືບ​ໜ້າທີ່​ສຳ​ຄັນ. ​ທ່ານ ຫລີ​ເຈ່ຍ​ຊ່າວ ກ່າວ​ວ່າ: ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ​ຍຶດ​ໝັ້ນ​ສະ​ແຫວງ​ຫາ​ ການ​ພັດ​ທະ​ນາ​ ໄລ​ຍະ​ຍາວ​, ຊຸກ​ຍູ້​ການ​ພັດ​ທະ​ນາ ດ້ວຍ​ການ​ປະ​ຕິ​ຮູບ. ເມື່ອ​ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ອັນ​ໃໝ່, ໂດຍ​ອາ​ໄສ​ ການ​ສະ​ໜັບ​ສະ​ໜູນ​ ທີ່​ເຂັ້ມ​ແຂງ​ຈາກ​ ປະ​ເທດ​ຊາດ, ສະ​ຕິ​ປັນ​ຍາ ​ແລະ ​ຄວາມ​ພະ​ຍາ​ຍາມ​ ຂອງ​ປະ​ຊາ​ຊົນ​ຮົງ​ກົງ ແນ່ນອນຈະ​ສາ​ມາດ​ເຮັດ​ໃຫ້​ໝາກ​ຜົນ​ ຂອງການ​ພັດ​ທະ​ນາ ​​ເປັນ​ປະ​ໂຫຍດ ​​ຕໍ່​ທຸກ​ຄອບ​ຄົວ ​ແລະ​ ເຮັດ​ໃຫ້​ຮົງ​ກົງ​ມີ​ຄວາມ​ສວຍ​ສົດ​ງົດ​ງາມ​ ແລະ ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ ຫລາຍກວ່າ​ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top