ສ້າງຄວາມເຂັ້ມແຂງ ໃຫ້ຊາວໜຸ່ມລາວ ໃນການຜະລິດສື່ ສໍາລັບວິທະຍຸ ແລະ ສື່ສັງຄົມອອນລາຍ

05/06/2024 10:09
Email Print 1173
ຂປລ ຂປລ. ວິທະຍຸກະຈາຍສຽງແຫ່ງຊາດລາວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ອົງການອຸຍນີເຊັບ ຈັດກອງປະຊຸມປຶກສາຫາລື ແລະ ສະເຫລີມສະຫລອງ 20 ປີ





ຂປລ. ວິທະຍຸກະຈາຍສຽງແຫ່ງຊາດລາວ, ກະຊວງຖະແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ອົງການອຸຍນີເຊັບ ຈັດກອງປະຊຸມປຶກສາຫາລື ແລະ ສະເຫລີມສະຫລອງ 20 ປີ ແຫ່ງການຮ່ວມມື ໃນການສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມລາວ ໃນການຜະລິດສື່ ສໍາລັບ ວິທະຍຸ ແລະ ສື່ສັງຄົມອອນລາຍ ໃນວັນທີ 3 ມິຖຸນາ 2024 ເມືອງຊໍາເໜືອ ແຂວງຫົວພັນ ເພື່ອລະດົມຄວາມຄິດເຫັນ ກ່ຽວກັບສິ່ງທ້າທາຍ ແລະ ວິທີແກ້ໄຂບັນຫາຕ່າງໆ ທີ່ສົ່ງຜົນກະທົບຕໍ່ຊີວິດຂອງເດັກນ້ອຍ ແລະ ໄວໜຸ່ມໃນປັດຈຸບັນ ໂດຍການເປັນປະທານຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຕົວແທນເດັກ ແລະ ໄວໜຸ່ມ ຈາກ 17 ແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ທ່ານ ໂພສີ ແກ້ວມະນີວົງ  ໄດ້ກ່າວວ່າ: ສື່ໄວໜຸ່ມລາວ ແມ່ນໂຄງການທີ່ມີປະສິດທິຜົນສູງ ໃນການກໍ່ສ້າງຄວາມສາມາດ ໃຫ້ເດັກ ແລະ ໄວໜຸ່ມລາວ ໃນການໂຄສະນາ ບັນຫາຕ່າງໆ ທີ່ມີຜົນກະທົບຕໍ່ເຂົາເຈົ້າ ໂດຍສະເພາະ ບັນຫາສຸຂະພາບ, ສັກຢາກັນພະຍາດ, ໂພຊະນາການ, ການສຶກສາ, ວຽກງານສຸຂະອະນາໄມ, ສະພາບແວດລ້ອມ, ວຽກງານປົກປ້ອງເດັກ ແລະ ຊ່ວຍປຸກລະດົມ ໃຫ້ໄວໜຸ່ມ ປະກອບສ່ວນ ເຂົ້າໃນການປັບປຸງຊຸມຊົນຂອງເຂົາເຈົ້າ. ພ້ອມທັງສະແດງຄວາມຂອບໃຈ ອົງການອຸຍນີເຊັບ ແລະ ຊົມເຊີຍ ຜົນງານຂອງໂຄງການສື່ໄວໜຸ່ມ ໃນໄລຍະ 20 ປີຜ່ານມາ ທີ່ສ້າງໂອກາດໃຫ້ໄວໜຸ່ມລາວ ໄດ້ຮັບການພັດທະນາ ໂຕເອງຫລາຍຢ່າງ ໃນວຽກງານດ້ານສື່ສານມວນຊົນ ແລະ ຫວັງວ່າອົງການດັ່ງກ່າວ ຈະສືບຕໍ່ສະໜັບສະໜູນ ເພື່ອໃຫ້ໂອກາດເດັກ ແລະ ໄວໜຸ່ມ ໃນການພັດທະນາຕົນເອງ ສືບຕໍ່ດຳເນີນຕໍ່ໄປ.





ທ່ານ ນາງ ໝັ້ນ ເພັງຄັດຕິຍະ ຫົວໜ້າ ພະແນກຖະແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫົວພັນ ໄດ້ກ່າວວ່າ: ຂ້າພະເຈົ້າ ໄດ້ຕິດຕາມການເຄື່ອນໄຫວ ຂອງທິມງານ ສື່ໄວໜຸ່ມ ແລະ ໄດ້ເຫັນການໂຄສະນາ ຜ່ານວິທະຍຸໄວໜຸ່ມ ແລະ ເຟສ ຂອງສື່ໄວໜຸ່ມ ໃນ 18 ແຂວງ, ເຊິ່ງເຫັນວ່າ ສື່ໄວໜຸ່ມ ໄດ້ປະກອບສ່ວນຢ່າງຫ້າວຫັນ ໃນການໂຄສະນາ ເພື່ອປັບປຸງ ຊີວິດການເປັນຢູ່ ຂອງແມ່ຍິງ ແລະ ເດັກ ໃນແຂວງຂອງຕົນ, ເຊິ່ງກອງປະຊຸມຄັ້ງນີ້ ຈະເຮັດໃຫ້ໄວໜຸ່ມ ເປັນກະບອກສຽງ ເພື່ອຊ່ວຍໂຄສະນາ ວຽກງານການທ່ອງທ່ຽວແຂວງຫົວພັນ ເພື່ອໃຫ້ປະຊາຊົນທັງພາຍໃນ ແລະ ຕ່າງປະເທດ ໄດ້ຮູ້ຈັກຫລາຍຂຶ້ນ ແລະ ມາຢ້ຽມຢາມແຂວງຫົວພັນຫລາຍຂຶ້ນ.

ທ່ານ ໄຊມອນ ນາເຊີ ຫົວໜ້າພະແນກ ໂຄສະນາ ແລະ ສື່ສານມວນຊົນ ຂອງອົງການອຸຍນີເຊັບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ຈຸດຖຸປະສົງ ຂອງກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລື ກ່ຽວກັບສິ່ງທ້າທາຍ ຫລື ບັນຫາທີ່ເດັກ ແລະ ໄວໜຸ່ມ ໃນ ສປປ ລາວ ກຳລັງຜະເຊີນຢູ່ ລວມທັງສິ່ງທີ່ກຳລັງເປັນບັນຫາໃນຄອບຄົວ ແລະ ສັງຄົມ, ເຊິ່ງເນື້ອໃນທັງໝົດໃນການປຶກສາຫາລືດັ່ງກ່າວ ຈະໄດ້ນຳໄປປະກອບເຂົ້າໃນແຜນງານ ການຮ່ວມມື ລະຫ່ວາງລັດຖະບານລາວ , ອົງການອຸຍນີເຊັບ ແລະ ຄູ່ຮ່ວມງານ. ໃນປັດຈຸບັນ ຕົວແທນໄວໜຸ່ມ ແມ່ນເຮັດໜ້າທີ່ທີ່ສຳຄັນ ໃນການກະຈາຍຂໍ້ມູນຂ່າວສານ ເພື່ອໂຄສະນາວຽກງານຕ່າງໆ ໂດຍສະເພາະ ວຽກງານສາທາລະນະສຸກ ແລະ ການເປັນຢູ່ທີ່ດີຂອງໄວໜຸ່ມພ້ອມກັບຊຸມຊົນ.

ທ່ານ ໄຊມອນ ນາເຊີ ຍັງໄດ້ເນັ້ນເຖິງຄວາມມຸ່ງໝັ້ນ ຂອງອົງການອຸຍນີເຊັບ ທີ່ຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນຢ່າງແໜ້ນແຟ້ນ ກັບກະຊວງ ຖວທ, ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ພະແນກ ຖວທ ຂອງທຸກໆແຂວງ ເພື່ອສົ່ງເສີມການມີສ່ວນຮ່ວມຂອງໄວໜຸ່ມ ໃນວຽກງານສື່ມວນຊົນ ເພື່ອປະກອບສ່ວນ ໃນການພັດທະນາເດັກ ແລະ ແມ່ຍິງໃນຕໍ່ໜ້າ.
KPL

ຂ່າວອື່ນໆ

    • ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບຜູ້ຕ່າງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນການເມືອງ

      ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບຜູ້ຕ່າງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນ

      1/14/2026 11:36:01 AM

      ໃນວັນທີ 13 ມັງກອນ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫລິວ ຮາຍຊິງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ.

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ ການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

ads
ads

Top