ຂປລ
ທ່ານ ຫລີ ສຽງ ນາຍົກລັດຖະມົນຕີຈີນ ໄດ້ພົບປະກັບທ່ານມູຮຳເມັດ ເຣຊາ ອາເຣັຟ ຮອງປະທານາທິບໍດີ ຜູ້ທີໜຶ່ງ ຂອງອີຣານ ໃນລະ ຫວ່າງ ເຂົ້າຮ່ວມກອງປະຊຸມຄັ້ງທີ 25 ຂອງສະພາຫົວໜ້າ ລັດຖະບານປະເທດ ສະມາຊິກ ອົງການ ຮ່ວມມືຊຽງໄຮ້ ຢູ່ນະຄອນຫລວງ ດູຊານເບຂອງຕັດຈິກິດສະຖານ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ຫລີ ສຽງ ນາຍົກລັດຖະມົນຕີຈີນ ໄດ້ພົບປະກັບທ່ານມູຮຳເມັດ ເຣຊາ ອາເຣັຟ ຮອງປະທານາທິບໍດີ ຜູ້ທີໜຶ່ງ ຂອງອີຣານ ໃນລະ ຫວ່າງ ເຂົ້າຮ່ວມກອງປະຊຸມຄັ້ງທີ 25 ຂອງສະພາຫົວໜ້າ ລັດຖະບານປະເທດ ສະມາຊິກ ອົງການຮ່ວມມືຊຽງໄຮ້ ຢູ່ນະຄອນຫລວງ ດູຊານເບຂອງຕັດຈິກິດສະຖານ. ທ່ານ ຫລີ ສຽງ ໄດ້ກ່າວວ່າ: ປີນີ້ ແມ່ນປີ ຄົບຮອບ 10 ປີ ແຫ່ງການສ້າງຕັ້ງ ສາຍພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານລະຫວ່າງ ສປ ຈີນ-ອີຣານ. ສປ ຈີນ ຍິນດີຮ່ວມກັນກັບ ອີຣານ ຖືຈຸດນີ້ ເປັນໂອກາດທີ່ດີ, ຊຸກຍູ້ການແລກປ່ຽນ ແລະຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງຝ່າຍໃຫ້ໄດ້ຮັບຄວາມຄືບໜ້າໃໝ່. ນັບແຕ່ຕົ້ນປີນີ້ມາ, ສະຖານະການຢູ່ເຂດຕາເວັນອອກກາງ ມີຄວາມປັ່ນປ່ວນວຸ້ນວາຍຫລາຍ. ຝ່າຍ ສປ ຈີນ ເຫັນວ່າ: ຝ່າຍ ຕ່າງໆ ທີ່ກ່ຽວຂ້ອງ ຄວນຟື້ນຟູການສົນທະນາ ເຈລະຈາໂດຍໄວ, ແກ້ໄຂຄວາມຂັດແຍ່ງ ດ້ວຍວິທີທາງການເມືອງ ແລະ ການທູດ. ທ່ານ ມູຮຳມັດ ເຣຊາ ອາເຣັຟ ໄດ້ກ່າວວ່າ: ອີຣານ ຍິນດີຮ່ວມກັນ ກັບ ສປ ຈີນ ຊຸກຍູ້ໃຫ້ການພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານລະຫວ່າງ ອີຣານ-ສປ ຈີນ ສືບຕໍ່ຂະຫຍາຍຕົວ ລົງສູ່ລວງເລິກ. ຍິນດີຜ່ານການສົນທະນາ ແລະ ປຶກສາຫາລື ມາແກ້ໄຂການປະທະກັນ ແລະ ຄວາມຂັດແຍ່ງ, ຟື້ນຟູສັນຕິພາບ ແລະ ຄວາມສະຫງົບ ຢູ່ເຂດຕາເວັນອອກກາງ ໂດຍໄວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL