ຈີນ ຈັດກອງປະຊຸມ ລັດຖະມົນຕີກະຊວງການເງິນ ເອເປັກ

21/10/2026 13:20
ຂປລ ກອງປະຊຸມ ລັດຖະມົນຕີ ກະຊວງ ການເງິນ ເອເປັກ (APEC) ໄດ້ຈັດຂຶ້ນ ເປັນເວລາ 2 ວັນ ຢູ່ເຂດບໍລິຫານ ພິເສດ ຮົງກົງ ທາງຕອນໃຕ້ຂອງຈີນ, ເພື່ອຊຸກຍູ້ ຜົນສຳເລັດ ແລະ ຄວາມຄືບໜ້າ ທີ່ກ່ຽວຂ້ອງກັບ ພາກສ່ວນ ການເງິນ ກ່ອນການປະຊຸມ ຜູ້ນຳ ເຂດເສດຖະກິດ ເອເປັກ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 20 ຕຸລາ, ກອງປະຊຸມ ລັດຖະມົນຕີ ກະຊວງ ການເງິນ ເອເປັກ (APEC) ໄດ້ຈັດຂຶ້ນ ເປັນເວລາ 2 ວັນ ຢູ່ເຂດບໍລິຫານພິເສດຮົງກົງ ທາງຕອນໃຕ້ຂອງຈີນ, ເພື່ອຊຸກຍູ້ ຜົນສຳເລັດ ແລະ ຄວາມຄືບໜ້າ ທີ່ກ່ຽວຂ້ອງກັບ ພາກສ່ວນ ການເງິນ ກ່ອນການປະຊຸມ ຜູ້ນຳ ເຂດເສດຖະກິດ ເອເປັກ ຄັ້ງທີ 33 ຊຶ່ງມີ ກຳນົດຈັດຂຶ້ນ ຢູ່ເມືອງເຊິນເຈິນ ແຂວງກວາງຕຸ້ງ ທາງຕອນໃຕ້ຂອງຈີນ ໃນເດືອນພະຈິກນີ້.

ໂດຍມີ ບັນດາ ຄະນະຜູ້ນໍາ ຈາກ ບັນດາ ເຂດເສດຖະກິດ ເອເປັກ ຈະຫາລື ຮ່ວມກັນ ເພື່ອແລກປ່ຽນ ມຸມມອງຢ່າງເລິກເຊິ່ງ, ພ້ອມດ້ວຍ ການຈັດເອກະສານ ຄວາມເຫັນດີ ເອກະພາບ ແລະ ພາລະກິດ ໃນຫລາຍປະເດັນສຳຄັນເຊັ່ນ: ນະໂຍບາຍ ການເງິນ ເພື່ອສະໜັບ ສະໜູນ ຊີວິດການເປັນຢູ່ ຂອງ ປະຊາຊົນ; ການຈັດຫາ ແຫລ່ງທຶນ ສຳລັບ ພື້ນຖານໂຄງລ່າງ ທາງດີຈິຕອນ; ການສົ່ງເສີມ ການເຂົ້າເຖິງ ການບໍລິການ ທາງການເງິນ ຢ່າງທົ່ວເຖິງ ເພື່ອໃຫ້ສອດຄ່ອງກັບ ທ້ອງຖິ່ນ ແລະ ການສົ່ງເສີມ ການແລກປ່ຽນ ແລະ ຄວາມຮ່ວມມື ລະຫວ່າງ ຜູ້ປະກອບອາຊີບ ການເງິນ ລຸ້ນໃໝ່ໃນທົ່ວເອເປັກ./

KPL

ຂ່າວອື່ນໆ

ads
ads

Top