ຂປລ
ທ່ານ ຫລີ ສຽງ ນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມ ກອງປະຊຸມຄັ້ງທີ 25 ຂອງສະພາຫົວໜ້າ ລັດຖະບານ ປະເທດ ສະມາຊິກ ອົງການ ຮ່ວມມື ຊຽງໄຮ້ ຢູ່ນະຄອນ ຫລວງ ດູຊານເບ ຂອງຕັດຈິກິດສະຖານ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 20 ຕຸລານີ້, ທ່ານ ຫລີ ສຽງ ນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມ ກອງປະຊຸມຄັ້ງທີ 25 ຂອງສະພາຫົວໜ້າ ລັດຖະບານ ປະເທດ ສະມາຊິກ ອົງການ ຮ່ວມມື ຊຽງໄຮ້ ຢູ່ນະຄອນ ຫລວງ ດູຊານເບ ຂອງຕັດຈິກິດສະຖານ. ພ້ອມບັນດາຜູ້ນຳ ແລະ ຕາງໜ້າຂອງປະເທດ ສະມາຊິກ ອົງການ ຮ່ວມມື ຊຽງໄຮ້, ແຂກທີ່ປະເທດເຈົ້າພາບ ເຊື້ອເຊີນ ພ້ອມ ທັງ ຜູ້ຮັບຜິດຊອບ ຂອງອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານໂຄເຮຍ ຣາຊຸນໂຊດາ ນາຍົກລັດຖະມົນຕີ ຕັດຈິກິດສະຖານ ເປັນເຈົ້າພາບຂອງກອງປະຊຸມ.ທ່ານ ຫລີ ສຽງ ໄດ້ກ່າວວ່າ: ປີນີ້ແມ່ນປີ ຄົບຮອບ 25 ປີ ແຫ່ງການສ້າງຕັ້ງ ອົງການ ຮ່ວມມື ຊຽງໄຮ້. ສປ ຈີນ ຍິນດີພະຍາຍາມຮ່ວມກັບ ແຕ່ລະປະເທດ ສະມາຊິກ, ຍົກສູງປະສິດທິພາບ ໃນການຂັບເຄື່ອນ ອົງການ ຈັດຕັ້ງ, ເຮັດໃຫ້ໂຄງການຮ່ວມມື ຕິດແທດຕົວຈິງ ແລະ ມີຄວາມເຂັ້ມແຂງກວ່າເກົ່າ, ເສີມຂະຫຍາຍບົດບາດ ທີ່ເປັນແບບຢ່າງນຳໜ້າ, ເພື່ອຊຸກຍູ້ ໃຫ້ອົງການຮ່ວມມື ຊຽງໄຮ້ ໄດ້ຮັບການພັດທະນາ ທີ່ມີ ຄຸນນະພາບສູງ ກວ່າເກົ່າ, ປະຕິບັດຕາມ 4 ຂໍ້ລິເລີ່ມ ທົ່ວໂລກ ທີ່ສະເໜີໂດຍ ທ່ານ ປະທານ ສີ ຈິ້ນຜິງ, ປະກອບສ່ວນຊຸກຍູ້ ສ້າງປະຊາຄົມ ຮ່ວມຊາຕາກຳ ຂອງມວນມະນຸດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL