ຂປລ
ທ່ານ ຈົວກັງ (Zhu Gang) ຮອງຜູ້ອຳນວຍການ ກົມກິດຈະການ ເສດຖະກິດ ມະຫາພາກ ຂອງ ຄະນະກຳມະການ ພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ (NDRC) ເປີດເຜີຍໃນວັນທີ 20 ຕຸລາວ່າ: NDRC ພວມດຳເນີນແຜນ ການປະຕິບັດງານ ຕາມຍຸດທະສາດ ເພື່ອເພີ່ມຄວາມຕ້ອງການຊື້ ພາຍໃນປະເທດ
ຂປລ.ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ທ່ານ ຈົວກັງ (Zhu Gang) ຮອງຜູ້ອຳນວຍການ ກົມກິດຈະການ ເສດຖະກິດ ມະຫາພາກ ຂອງ ຄະນະກຳມະການ ພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ (NDRC) ເປີດເຜີຍໃນວັນທີ 20 ຕຸລາວ່າ: NDRC ພວມດຳເນີນແຜນ ການປະຕິບັດງານ ຕາມຍຸດທະສາດ ເພື່ອເພີ່ມຄວາມຕ້ອງການຊື້ ພາຍໃນປະເທດ ໃນໄລຍະ ປີ 2026-2030 ພ້ອມກັນນັ້ນ ຍັງເລັ່ງຊຸກຍູ້ ການປະກາດ ແລະ ນຳເອົາແຜນດັ່ງກ່າວ ໄປຈັດຕັ້ງປະຕິບັດ.
ເຖິງແມ່ນວ່າ ເສດຖະກິດ ຈີນ ຍັງສາມາດ ຮັບມື ກັບ ແຮງກົດດັນ ແລະ ຂະຫຍາຍຕົວ ໄດ້ຢ່າງຕໍ່ເນື່ອງ, ແຕ່ການຟື້ນຕົວ ແມ່ນຍັງມີພື້ນຖານ ແລະ ແຮງສົ່ງທີ່ບໍ່ເຂັ້ມແຂງ ພຽງພໍ ໂດຍເສດຖະກິດ ໃນແຕ່ລະ ຂະແໜງອຸດສາຫະກຳ ແມ່ນຟື້ນຕົວ ບໍ່ເທົ່າກັນ ບາງຂະແໜງຸ ເສດຖະກິດເຕີບໂຕໄດ້ດີ, ໃນຂະນະທີ່ ບາງສ່ວນ ຍັງປະສົບກັບ ຄວາມອ່ອນແອ.
ນອກຈາກນີ້, ເສດຖະກິດ ຈີນ ຍັງໄດ້ຮັບແຮງ ກົດດັນ ຈາກ ປັດໄຈ ພາຍນອກ ທີ່ມີ ຄວາມຮຸນແຮງຂຶ້ນ, ໃນຂະນະທີ່ ພາຍໃນປະເທດ ຍັງມີບັນຫາ ການຜະລິດ ສິນຄ້າ ຢ່າງຫລວງຫລາຍ, ແຕ່ຄວາມຕ້ອງການຊື້ ຂອງຜູ້ບໍລິໂພກກັບກາຍເປັນ ຢູ່ໃນລະດັບຕ່ຳ ເຊິ່ງເຮັດໃຫ້ ການຟື້ນຕົວ ໂດຍລວມ ຍັງຂາດແຮງສົ່ງ ທີ່ຈະຊ່ວຍໃຫ້ ການເຕີບໂຕ ໄດ້ຢ່າງຕໍ່ເນື່ອງ ແລະ ຍືນຍົງ./
KPL