ສ.ອາເມລິກາ ປະກາດຊ່ວຍເຫລືອ ກະສິກອນຮັບມືກັບ ລາຄານໍ້າມັນ 8 ຕື້ໂດລາ

21/10/2026 13:20
ຂປລ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ປະກາດວ່າ: ກະຊວງ ກະສິກຳ ສ.ອາເມລິກາ ຈະຈັດສັນເງິນ ຊ່ວຍເຫລືອ ຈຳນວນ 8 ຕື້ໂດລາ ສະຫະລັດ ໃຫ້ແກ່ຊາວກະສິກອນ ເພື່ອບັນເທົາ ພາລະ ຕົ້ນທຶນ ນໍ້າມັນກາຊວນ ໃນໄລຍະ ລະດູເ ກັບກ່ຽວໃນປີນີ້.

ຂປລ.ສຳນັກຂ່າວອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ປະກາດວ່າ: ກະຊວງ ກະສິກຳ ສ.ອາເມລິກາ ຈະຈັດສັນເງິນ ຊ່ວຍເຫລືອ ຈຳນວນ 8 ຕື້ໂດລາ ສະຫະລັດ ໃຫ້ແກ່ຊາວກະສິກອນ ເພື່ອບັນເທົາ ພາລະ ຕົ້ນທຶນ ນໍ້າມັນກາຊວນ ໃນໄລຍະ ລະດູເ ກັບກ່ຽວໃນປີນີ້. ໂດຍການປະກາດ ດັ່ງກ່າວ ມີຂຶ້ນ ລະຫວ່າງ ການກ່າວສຸນທອນພົດ ຫາ ສຽງເລືອກຕັ້ງ ກາງສະໄໝ ທີ່ ລັດແທນຊັສ ເມື່ອວັນທີ 19 ຕຸລາ ຜ່ານມາ.

ໂຄງການນີ້ ມີຊື່ວ່າHarvest Fuel Relief Program ໂດຍເນັ້ນໜັກເຖິງ ການຊ່ວຍເຫລືອ ກະສິກອນ ທີ່ພວມຜະເຊີນກັບ ຕົ້ນທຶນ ເຊື້ອໄຟທີ່ເພີ່ມສູງຂຶ້ນ. ກະຊວງ ກະສິກໍາ ສ.ອາເມລີກາລະບຸວ່າ: ເງິນດັ່ງກ່າວ ຈະຖືກນຳໄປຈ່າຍເປັນ ເງິນຊ່ວຍເຫລືອ ຄັ້ງດຽວ ເພື່ອຫລຸດຜ່ອນ ຜົນກະທົບ ຈາກການປ່ຽນແປງ ຂອງ ຕະຫລາດ ໃນໄລຍະສັ້ນ ແລະ ຕົ້ນທຶນປັດໄຈ ການຜະລິດ ທີ່ເພີ່ມສູງຂຶ້ນ.

ການຈ່າຍເງິນຈະຄິດໄລ່ ຕາມອັດຕາສ່ວນ ໂດຍໃຊ້ສູດດຽວກັນ ສຳລັບ ຜູ້ຜະລິດທຸກລາຍ ເພື່ອຊົດເຊີຍຄວາມເສຍຫາຍບາງສ່ວນ ທີ່ໄດ້ປະເມີນໄວ້ ໃນລະດູການປູກຝັງ 2026 ໂດຍມີ ສຳນັກງານ ບໍລິການ ດ້ານການກະສິກຳ (Farm Service Agency) ທີ່ຢູ່ພາຍໃຕ້ ກະຊວງ ກະສິກຳ ສ.ອາເມລິກາ ເປັນຜູ້ດຳເນີນ ການຈ່າຍເງິນດັ່ງກ່າວ.

ມາດຕະການນີ້ ຖືເປັນໜຶ່ງ ໃນຄຳໝັ້ນ ສັນຍາ ດ້ານການເງິນ ຫລາຍລາຍການ ທີ່ ທ່ານ ໂດນັນ ທຣຳ ໄດ້ປະກາດ ກ່ອນການເລືອກຕັ້ງ ກາງສະໄໝ ໃນເດືອນພະຈິກ ເຊິ່ງຈະມີຜົນ ຕໍ່ການຄອງສຽງ ສ່ວນຫລາຍ ຂອງ ພັກຣີພັບບລິກັນ ໃນສະພາຄອງເກດ. ປັດຈຸບັນ ພັກຣີພັບບລິກັນ ເປັນຜູ້ຄອງສຽງ ສ່ວນຫລາຍ ທັງໃນສະພາສູງ ແລະ ສະພາຕໍ່າ, ແຕ່ຄະແນນນິຍົມ ຂອງ ທຣຳ ຍັງຢູ່ໃນລະດັບຕໍ່າ ເນື່ອງຈາກ ປະຊາຊົນ ຍັງບໍ່ພໍໃຈກັບ ຄ່າຄອງຊີບ ທີ່ສູງຂຶ້ນ ທ່າມກາງ ສະຖານະການ ສົງຄາມ ລະຫວ່າງ ສ.ອາເມລິກາ, ອິດສະຣາເອນ ແລະ ອີຣານ ເຊິ່ງສົ່ງຜົນໃຫ້ ລາຄາ ພະລັງງານ ໄດ້ປັບຕົວສູງຂຶ້ນ./

KPL

ຂ່າວອື່ນໆ

ads
ads

Top