ຄອສພ ຈັດກອງປະຊຸມສະຫລຸບວຽກກວດກາ ປະຈໍາປີ 2023

23/05/2024 20:29
Email Print 1459
ຂປລ ຂປລ. ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດກອງປະຊຸມສະຫລຸບວຽກງານກວດກາ ປະຈໍາປີ 2023 ແລະ ທິດທາງວຽກງານ ປະຈໍາປີ 2024 ໃນວັນທີ 23 ພຶດສະພາ 2024 ໂດຍການເປັນປະທານຮ່ວມຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາ ທິການສູນກາງພັກ, ເລຂາຄະນະພັກ ຫົວໜ້າ ຄອສພ ປະທານສະພາທິດສະດີສູນກາງພັກ, ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ປະທານກວດກາ, ຮອງຫົວໜ້າ ຄອສພ ແລະ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ມີບັນດາສະຫາຍຄະນະພັກຂອງບັນດາກົມພາຍໃນ ຄອສພ



ຂປລ. ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດກອງປະຊຸມສະຫລຸບວຽກງານກວດກາ ປະຈໍາປີ
2023 ແລະ ທິດທາງວຽກງານ ປະຈໍາປີ 2024 ໃນວັນທີ 23 ພຶດສະພາ 2024 ໂດຍການເປັນປະທານຮ່ວມຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາ ທິການສູນກາງພັກ, ເລຂາຄະນະພັກ ຫົວໜ້າ ຄອສພ ປະທານສະພາທິດສະດີສູນກາງພັກ, ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ປະທານກວດກາ, ຮອງຫົວໜ້າ ຄອສພ ແລະ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ມີບັນດາສະຫາຍຄະນະພັກຂອງບັນດາກົມພາຍໃນ ຄອສພ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

 ສະຫາຍ ນາງ ອໍາພອນ ເຮືອງຄໍາ ຮອງຫົວໜ້າກົມກວດກາ ຄອສພ ໄດ້ຜ່ານບົດສະຫລຸບຕີລາຄາການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2023 ແລະ ທິດທາງ ປະຈໍາປີ 2024 ວ່າ: ໃນ ປີ 2023, ຄະນະກວດກາ ຄອສພ ໄດ້ຈັດຕັ້ງເຜີຍແຜ່ນິຕິກຳ ແລະ ບົດໂອ້ລົມຕ່າງໆທີ່ກ່ຽວຂ້ອງ ເຊິ່ງເປັນການຄົ້ນຄວ້າເຊື່ອມຊຶມ ກ່ຽວກັບວຽກງານກວດກາ; ໄດ້ຕິດຕາມ, ກວດກາພັກ-ກວດກາລັດຢ່າງໃກ້ຊິດ ໂດຍສະເພາະການຕິດຕາມ, ກວດກາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄອສພ, ການຈັດຕັ້ງປະຕິບັດກົດລະ ບຽບຂອງພັກ ສະໄໝທີ XI, ບັນດາມະຕິ, ຄໍາສັ່ງ, ຂໍ້ກຳນົດຂອງຂັ້ນເທິງຢູ່ບັນດາໜ່ວຍພັກ, ສະມາຊິກພັກເປັນປົກກະຕິ. ຄອສພ ມີ 10 ໜ່ວຍພັກ (ໃນນີ້ 1 ໜ່ວຍພັກ ແມ່ນໜ່ວຍພັກທີ່ມີສະມາຊິກພັກ ທີ່ພັກການ-ຮັບອຸດໜູນບໍານານ), ປີຜ່ານມາ ບໍ່ມີຄະນະໜ່ວຍພັກ-ສະມາຊິກພັກໃດ ທີ່ຜິດລະບຽບ ແລະ ຖືກປະຕິບັດລະບຽບວິໄນ. ນອກນີ້, ຄະນະກວດກາ ຄອສພ ຍັງໄດ້ຕິດຕາມ, ກວດກາການບໍລິຫານລັດ. ສຳລັບປີ 2024, ຄະນະກວດກາ ຄອສພ ຈະສືບຕໍ່ຈັດຕັ້ງປະຕິບັດວຽກງານ ແຕ່ລະດ້ານຂອງວຽກງານກວດກາ ໃຫ້ມີຜົນສຳເລັດເປັນກ້າວໆ.

 

ກອງປະຊຸມຄັ້ງນີ້
, ຍັງໄດ້ເຜີຍແຜ່ຄໍາແນະນໍາ ສະບັບເລກທີ 331/ອກຫລ, ລົງວັນທີ 30 ຕຸລາ 2023 ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການກວດກາລັດ (ສະບັບປັບປຸງ); ຄໍາສັ່ງແນະນໍາສະບັບ ເລກທີ 379/ຄກສພ, ລົງວັນທີ 7 ພະຈິກ 2023 ກ່ຽວກັບການປັບປຸງການຈັດຕັ້ງ ຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ; ບົດລາຍງານຫຍໍ້ການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານກວດກາ ໃນໄລຍະຜ່ານມາ ແລະ ທິດທາງວຽກງານຈຸດສຸມ ປີ 2024 ຂອງຄະນະກວດກາສູນກາງພັກ; ບົດໂອ້ລົມຂອງສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫລວງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2023. ພ້ອມນີ້, ກໍໄດ້ແນະນໍາວິທີການປ້ອນຂໍ້ມູນເຂົ້າກ່ອງຄໍາຄິດ-ຄໍາເຫັນ ແລະ ຜ່ານລະບົບອອນລາຍ.

 ໂອກາດນີ້, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກໍໄດ້ມີຄໍາເຫັນແລກປ່ຽນ ຕໍ່ກັບການເຄື່ອນໄຫວວຽກງານກວດກາ, ພ້ອມທັງສະເໜີໃຫ້ຄະນະ ກວດກາພາຍໃນໜ່ວຍພັກ ຂອງແຕ່ລະກົມກຳແໜ້ນ ວຽກງານກວດກາຢ່າງໜັກແໜ້ນ ເພື່ອສາມາດເຄື່ອນໄຫວວຽກງານ ກວດກາໄດ້ຢ່າງດີ; ຕິດຕາມ, ກວດກາການຈັດຕັ້ງຜັນ ຂະຫາຍມະຕິ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄອສພ, ການຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝທີ XI ຂອງຄະນະພັກ, ສະມາຊິກພັກ ແລະ ບັນດານິຕິກຳຕ່າງໆ ກໍຄື ກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ວຽກງານແກ້ໄຂຄໍາຮ້ອງ-ຄໍາສະເໜີ.

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top