ສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວຢ່າງຮຸ່ນແຮງຢູ່ອິນໂດເນເຊຍ

21/08/2026 09:34
ຂປລ ໃນວັນທີ 20 ສິງຫາ 2026 ນ້ີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເພື່ອສະແດງຄວາມເຫັນໃຈຕ່ໍກັບເຫດການແຜ່ນດິນໄຫວຢ່າງຮຸນແຮງຢູ່ແຂວງນູຊາເຕັງກາຣາຕາເວັນອອກ, ທາງພາກໃຕ້ສຸດ ຂອງອິນໂດເນເຊຍ ໃນວັນທີ 15 ສິງຫາ 2026 ທີ່ຜ່ານມາ.

     ຂປລ. ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າຮູ້ສຶກເສົ້າສະຫລົດໃຈທີ່ໄດ້ຮັບຊາບຂ່າວເຫດການແຜ່ນດິນໄຫວຢ່າງຮຸນແຮງຢູ່ແຂວງນູຊາເຕັງກາຣາຕາເວັນອອກ, ທາງພາກໃຕ້ສຸດຂອງອິນໂດເນເຊຍ ໃນວັນທີ 15 ສິງຫາ 2026 ທີ່ຜ່ານມາ ຊຶ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ຢູ່ແຂວງດັ່ງກ່າວ.

       ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງທ່ານ ແລະ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ໂດຍສະ ເພາະບັນດາຄອບຄົວຂອງຜູ້ທ່ີໄດ້ຮັບເຄາະຮ້າຍຈາກເຫດການໄພພິບັດໃນຄັ້ງນີ້.

      ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງລັດຖະບານ, ປະຊາຊົນອິນໂດເນເຊຍ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນກະທົບຈາກໄພບິບັດດ່ັງກ່າວໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວ. ໃນວັນດຽວກັນ , ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສ່ົງສານສະແດງຄວາມເຫັນໃຈເຖິງທ່ານ ສຸກິໂອໂນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເພື່ອສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວຢູ່ແຂວງນູຊາ ເຕັງກາຣາຕາເວັນອອກ, ທາງພາກໃຕ້ສຸດຂອງອິນໂດເນເຊຍ ໃນວັນທີ 15 ສິງຫາ 2026 ທີ່ຜ່ານມາ ເຊັ່ນດຽວກັນ.

KPL

ຂ່າວອື່ນໆ

    • ຍົກລະດັບຄວາມຮູ້ພື້ນຖານດ້ານການເມືອງການປົກຄອງໃຫ້ພະນັກງານຂັ້ນຕາແສງຢູ່ໄຊຍະບູລີການເມືອງ

      ຍົກລະດັບຄວາມຮູ້ພື້ນຖານດ້ານການເມືອງການປົກຄອງໃຫ້ພະນັກງານຂັ້ນຕາແສງຢູ່ໄຊຍະບູລີ

      8/19/2026 12:28:19 PM

      ກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບຄະນະ ໂຄສະນາອົບຮົມແຂວງໄຊຍະບູລີ (ຄອຂ) ຈັດຝຶກອົບຮົມ ຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງໃຫ້ກັບ ພະນັກງານຂັ້ນຕາແສງ ຊຸດທີ I ເມື່ອບໍ່ດົນມານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໂດຍ ການເປັນປະທານຂອງທ່ານ ສີສອນພັນ ບຸນສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການ ເມືອງ-ແນວຄິດ, ວຽກພັກພະນັກງານ, ອົງການຈັດຕັ້ງມະຫາຊົນ, ມີ ທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະກຳມະການ ຕາແສງ ແລະ ນັກສໍາມະນາກອນ ຈາກຕາແສງທົ່ວແຂວງໄຊຍະບູລີ ເຂົ້າຮ່ວມ.

    • ເລຂາທິການໃຫຍ່ ປະທານປະເທດ ພົບປະຢ້ຽມຢາມ ສມປຊການເມືອງ

      ເລຂາທິການໃຫຍ່ ປະທານປະເທດ ພົບປະຢ້ຽມຢາມ ສມປຊ

      8/19/2026 10:09:21 AM

      ໃນວັນທີ 18 ສິງຫາ 2026 ນ້ີ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ໄດ້ພົບປະຢ້ຽມຢາມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ).

    • ສະແດງຄວາມຊົມເຊີຍວັນປະກາດເອກະລາດ ສ ອິນໂດເນເຊຍ ຄົບຮອບ 81 ປີການເມືອງ

      ສະແດງຄວາມຊົມເຊີຍວັນປະກາດເອກະລາດ ສ ອິນໂດເນເຊຍ ຄົບຮອບ 81 ປີ

      8/18/2026 9:42:13 AM

      ໃນວັນທີ 17 ສິງຫາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເນື່ອງໃນໂອກາດວັນປະກາດ ເອກະລາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 81 ປີ.

    • ໂທລະເລກສະແດງຄວາມເສົ້າສະຫລົດໃຈການເມືອງ

      ໂທລະເລກສະແດງຄວາມເສົ້າສະຫລົດໃຈ

      8/17/2026 11:29:29 AM

      ເມື່ອບໍ່ດົນມານີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສ່ົງໂທລະເລກສະແດງຄວາມເສົ້າສະຫລົດໃຈເຖິງ ສະຫາຍ ຫລີ ສຽງ ນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ຕ່ໍກັບການຈາກໄປຂອງສະຫາຍ ຈູ່ ຢົງຈີ່ ອະດີດກຳມະການກົມການເມືອງສູນກາງ ພັກກອມມູນິດຈີນ ຊຸດທີ 14 ແລະ 15, ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ.

    • ໂທລະເລກສະແດງຄວາມເສຍໃຈ ຈາກການນຳຂອງບຣູໄນ ດາຣູຊາລາມການເມືອງ

      ໂທລະເລກສະແດງຄວາມເສຍໃຈ ຈາກການນຳຂອງບຣູໄນ ດາຣູຊາລາມ

      8/17/2026 9:27:13 AM

      ອາທິດຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບສານສະແດງຄວາມເຫັນໃຈຈາກສົມເດັດ ຊຸນຕານ ຮາຈິ ຮັດຊະນານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

ads
ads

Top