ຍົກລະດັບຄວາມຮູ້ພື້ນຖານດ້ານການເມືອງການປົກຄອງໃຫ້ພະນັກງານຂັ້ນຕາແສງຢູ່ໄຊຍະບູລີ

19/08/2026 12:28
ຂປລ ກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບຄະນະ ໂຄສະນາອົບຮົມແຂວງໄຊຍະບູລີ (ຄອຂ) ຈັດຝຶກອົບຮົມ ຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງໃຫ້ກັບ ພະນັກງານຂັ້ນຕາແສງ ຊຸດທີ I ເມື່ອບໍ່ດົນມານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໂດຍ ການເປັນປະທານຂອງທ່ານ ສີສອນພັນ ບຸນສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການ ເມືອງ-ແນວຄິດ, ວຽກພັກພະນັກງານ, ອົງການຈັດຕັ້ງມະຫາຊົນ, ມີ ທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະກຳມະການ ຕາແສງ ແລະ ນັກສໍາມະນາກອນ ຈາກຕາແສງທົ່ວແຂວງໄຊຍະບູລີ ເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້, ເພື່ອເປັນ ການຍົກລະດັບຄວາມຮັບຮູ້-ເຂົ້າໃຈ ໃຫ້ພະນັກງານຂັ້ນຕາແສງ ຍົກ ສູງຄວາມສາມາດນໍາພາ ແລະ ມີ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງນຳພາ-ຊີ້ນໍາພະນັກງານຂັ້ນ ຂອງຕົນໃຫ້ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດໜ້າທີ່ ຂອງແຕ່ລະໜ່ວຍງານຢ່າງມີປະສິດ ທິພາບ. ສໍາລັບເອກະສານທີ່ນໍາມາ ຝຶກອົບຮົມຄັ້ງນີ້ ປະກອບມີ: ຊາດ ລາວ, ຄົນລາວ ແລະ ມູນເຊື້ອອັນ ສະຫງ່າລາສີຂອງປະຊາຊົນລາວ; ສ້າງຄວາມຮັບຮູ້, ເຂົ້າໃຈກ່ຽວກັບ ການປົກຄອງຢູ່ ສປປ ລາວ ໃນ ປັດຈຸບັນ; ວຽກງານສຶກສາອົບຮົມ ການເມືອງ-ແນວຄິດໃນໄລຍະໃໝ່; ເພີ່ມທະວີບົດບາດ, ຍົກສູງຄວາມ ສາມາດນໍາພາ ແລະ ຄວາມເປັນ ແບບຢ່າງນໍາໜ້າທີ່ເຂັ້ມແຂງຂອງ ພັກ; ການພັດທະນາເສດຖະກິດຕິດ ພັນກັບການພັດທະນາວັດທະນະ ທໍາ-ສັງຄົມ ແລະ ສິ່ງແວດລ້ອມ; ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ ແລະ ສ້າງຄວາມຮັບຮູ້, ເຂົ້າ ໃຈກ່ຽວກັບຕາແສງ, ບ້ານ ແລະ ການຈັດຕັ້ງບ້ານ. ໃນການຝຶກອົບຮົມ, ບັນດາສໍາ ມະນາກອນໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາຄິດ, ຄໍາເຫັນແລກປ່ຽນ ຢ່າງກົງໄປກົງມາເຮັດໃຫ້ບັນຫາ ຕ່າງໆທີ່ຕັ້ງຂຶ້ນມີຄວາມກະຈ່າງ ແຈ້ງ ແລະ ເພື່ອສ້າງຄວາມເຂົ້າໃຈ ເປັນເອກະພາບໃນການຈັດຕັ້ງປະ ຕິບັດ ພ້ອມທັງນໍາເອົາເນື້ອໃນດັ່ງ ກ່າວ ໄປຜັນຂະຫຍາຍ ກໍຄື ສຶກສາ ອົບຮົມໃຫ້ປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ທົ່ວເຖິງ ແລະ ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເສີມ ຂະຫຍາຍມູນເຊື້ອອັນສະຫງ່າລາສີ ຂອງປະຊາຊົນລາວບັນດາເຜົ່າ ແລະ ຕື່ນຕົວຈັດຕັ້ງປະຕິບັດແນວ ທາງແຜນນະໂຍບາຍຂອງພັກ ໃຫ້ ປະກົດຜົນເປັນຈິງ. ຂ່າວ: ກົມອົບຮົມ

KPL

ຂ່າວອື່ນໆ

    • ເລຂາທິການໃຫຍ່ ປະທານປະເທດ ພົບປະຢ້ຽມຢາມ ສມປຊການເມືອງ

      ເລຂາທິການໃຫຍ່ ປະທານປະເທດ ພົບປະຢ້ຽມຢາມ ສມປຊ

      8/19/2026 10:09:21 AM

      ໃນວັນທີ 18 ສິງຫາ 2026 ນ້ີ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ໄດ້ພົບປະຢ້ຽມຢາມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ).

    • ສະແດງຄວາມຊົມເຊີຍວັນປະກາດເອກະລາດ ສ ອິນໂດເນເຊຍ ຄົບຮອບ 81 ປີການເມືອງ

      ສະແດງຄວາມຊົມເຊີຍວັນປະກາດເອກະລາດ ສ ອິນໂດເນເຊຍ ຄົບຮອບ 81 ປີ

      8/18/2026 9:42:13 AM

      ໃນວັນທີ 17 ສິງຫາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເນື່ອງໃນໂອກາດວັນປະກາດ ເອກະລາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 81 ປີ.

    • ໂທລະເລກສະແດງຄວາມເສົ້າສະຫລົດໃຈການເມືອງ

      ໂທລະເລກສະແດງຄວາມເສົ້າສະຫລົດໃຈ

      8/17/2026 11:29:29 AM

      ເມື່ອບໍ່ດົນມານີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສ່ົງໂທລະເລກສະແດງຄວາມເສົ້າສະຫລົດໃຈເຖິງ ສະຫາຍ ຫລີ ສຽງ ນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ຕ່ໍກັບການຈາກໄປຂອງສະຫາຍ ຈູ່ ຢົງຈີ່ ອະດີດກຳມະການກົມການເມືອງສູນກາງ ພັກກອມມູນິດຈີນ ຊຸດທີ 14 ແລະ 15, ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ.

    • ໂທລະເລກສະແດງຄວາມເສຍໃຈ ຈາກການນຳຂອງບຣູໄນ ດາຣູຊາລາມການເມືອງ

      ໂທລະເລກສະແດງຄວາມເສຍໃຈ ຈາກການນຳຂອງບຣູໄນ ດາຣູຊາລາມ

      8/17/2026 9:27:13 AM

      ອາທິດຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບສານສະແດງຄວາມເຫັນໃຈຈາກສົມເດັດ ຊຸນຕານ ຮາຈິ ຮັດຊະນານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    • ສະແດງຄວາມເສົ້າສະຫລົດໃຈ ຈາກການນຳຂັ້ນສູງມຽນມາການເມືອງ

      ສະແດງຄວາມເສົ້າສະຫລົດໃຈ ຈາກການນຳຂັ້ນສູງມຽນມາ

      8/17/2026 9:20:35 AM

      ອາທິດຜ່ານມາ, ທ່ານ ມິນ ອອງລາຍ ປະທານາ ທິບໍດີແຫ່ງ ສາທາລະນະລັດ ສະຫະພາບມຽນມາ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈເຖິງທ່ານ ທອງລຸນ ສີສຸລິດປະ ທານປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ່ໍການຈາກໄປຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ.

ads
ads

Top