ຂປລ
ຂປລ. ກະຊວງສາທາລະນະສຸກ ຈະເລີ່ມຂະບວນການຮັບວັກຊີນ ກັນພະຍາດໝາກແດງໃຫຍ່ ແລະ ໝາກ ແດງນ້ອຍ ໃນທົ່ວປະເທດ ແຕ່ວັນທີ 20-31 ພຶດສະພາ 2024 ທີ່ສຸກສາລາ, ໂຮງໝໍເມືອງ, ໂຮງໝໍແຂວງ ແລະ ສະຖານທີ່ທີ່ກຳນົດອື່ນໆ ໃນທົ່ວປະເທດ ເຊິ່ງການສັກວັກຊິນ ສາມາດປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໄດ້ ແລະ ເປັນການປ້ອງກັນກຸ່ມເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ.
ຂປລ. ກະຊວງສາທາລະນະສຸກ ຈະເລີ່ມຂະບວນການຮັບວັກຊີນ ກັນພະຍາດໝາກແດງໃຫຍ່ ແລະ ໝາກ ແດງນ້ອຍ ໃນທົ່ວປະເທດ ແຕ່ວັນທີ 20-31 ພຶດສະພາ 2024 ທີ່ສຸກສາລາ, ໂຮງໝໍເມືອງ, ໂຮງໝໍແຂວງ ແລະ ສະຖານທີ່ທີ່ກຳນົດອື່ນໆ ໃນທົ່ວປະເທດ ເຊິ່ງການສັກວັກຊິນ ສາມາດປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໄດ້ ແລະ ເປັນການປ້ອງກັນກຸ່ມເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ. ຂະບວນການດັ່ງກ່າວ, ແມ່ນໄດ້ຖືກຈັດຕັ້ງປະຕິບັດຂຶ້ນ ໃນໄລຍະຂອງສັບປະດາ ສັກຢາກັນພະຍາດສາກົນ 2024 ໂດຍເນັ້ນໜັກໃຫ້ເຫັນເຖິງ ຄວາມສຳຄັນຂອງວັກຊີນ ໃນການຮັກສາຊີວິດຂອງເດັກນ້ອຍ ເຊັ່ນດຽວກັນ.
ທ່ານ ນາງ ຈັນໃສ ປັດທໍາມະວົງ ຮອງຂະແໜງກັນພະຍາດ ດ້ວຍວັກຊີນແຫ່ງຊາດ ສູນສຸຂະພາບແມ່ ແລະ ເດັກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ເປັນພະຍາດທີ່ເກີດຈາກ ເຊື້ອໄວຣັດຊະນິດໜຶ່ງ ເຊິ່ງອັດຕາການແພ່ເຊື້ອ ແມ່ນໄວຖ້າພະຍາດດັ່ງກ່າວຫາກເຂົ້າໄປໃນກຸ່ມຊຸມຊົນໃດໜຶ່ງ ຫລື ບຸກຄົນ ແມ່ນຈະເຮັດໃຫ້ຜູ້ທີ່ຮັບການຕິດເຊື້ອ ມີຄວາມສ່ຽງອັນຕະລາຍ ຈາກການເສຍຊີວິດ ຖ້າບໍ່ໄດ້ຮັບການປິ່ນປົວ ໃຫ້ທັນເວລາ, ເຮັດໃຫ້ເກີດມີອາການສົນຕາມມາ ຖ້າບໍ່ມີການໂຕ້ຕອບຢ່າງທັນການ. ສະນັ້ນ, ການສັກວັກຊີນກັນໝາກແດງ ແມ່ນມີຄວາມປອດໄພ, ວັກຊີນກໍມີປະສິດທິພາບສູງ ໂດຍວັກຊິນທີ່ນໍາໃຊ້ໃນ ສປປ ລາວ ໄດ້ຜ່ານການກັ່ນຕອງ, ໄດ້ຮັບອະນຸຍາດ ຈາກອົງການ ອະນາໄມໂລກ. ພະຍາດໝາກແດງໃຫຍ່ ເປັນພະຍາດຕິດເຊື້ອທີ່ເກີດ ຈາກໄວຣັດທີ່ມີອັດຕາການແພ່ເຊື້ອສູງ ແລະ ເປັນສາເຫດໜຶ່ງທີ່ສໍາຄັນ ຂອງການເຈັບປ່ວຍ ແລະ ມີອັດຕາການຕາຍໃນໄວເດັກ ເຊັ່ນ: ຄວາມຈຳເສື່ອມ, ຕາບອດ ແລະ ພະຍາດອື່ນໆ ທີ່ກ່ຽວກັບການເບິ່ງເຫັນ, ເຊື້ອໄວຣັດຂອງພະຍາດໝາກແດງໃຫຍ່ ແພ່ກະຈາຍຜ່ານລະອອງຝອຍໃນອາກາດ ຫລື ຈາກການສໍາຜັດໂດຍກົງ ກັບບັນດາສານຄັດຫລັ່ງຈາກດັງ ແລະ ຮູຄໍ ຂອງຜູ້ຕິດເຊື້ອ. ເຖິງວ່າຈະມີວັກຊີນທີ່ປອດໄພ, ມີປະສິດທິພາບ ແລະ ລາຄາບໍ່ແພງກໍຕາມ, ພະຍາດໝາກແດງໃຫຍ່ຍັງເປັນສາເຫດສຳຄັນ ຂອງການເສຍຊີວິດທີ່ສາມາດປ້ອງກັນໄດ້ໃນທົ່ວໂລກ; ອາການເບື້ອງຕົ້ນ ຂອງພະຍາດໝາກແດງໃຫຍ່ ໂດຍທົ່ວໄປແລ້ວປະກອບມີ ໄຂ້, ອິດເມື່ອຍ, ໄອ, ເຍື່ອຕາອັກເສບ (ຕາແດງ) ແລະ ດັງອັກເສບ/ເປັນຫັວດ (ຂີ້ມູກຍ້ອຍ) ລັກສະນະຜື່ນແດງ (maculopapular) ຈະປະກົດຂຶ້ນພາຍໃນ 2-4 ມື້ ຫລັງຈາກເລີ່ມມີອາການຂອງພະຍາດ. ອາການແຊກຊ້ອນຂອງ ພະຍາດໝາກແດງໃຫຍ່ປະກອບມີ: ຖອກທ້ອງ, ຫູອັກເສບ (otitis media), ກ່ອງສຽງອັກເສບ (croup), ປອດອັກເສບ ແລະ ເຍື່ອຫຸ້ມສະໝອງອັກເສບ (encephalitis) ອາການປອດອັກເສບ, ຖອກທ້ອງ, ແລະ ກ່ອງສຽງອັກເສບ ເປັນສາເຫດສ່ວນໃຫຍ່ໃນການເສຍຊີວິດ. ໃນປະເທດທີ່ກໍາລັງພັດທະນາ, ອັດຕາການເສຍຊີວິດ ຂອງເດັກນ້ອຍອາດສູງເຖິງ 5-10%.
ສໍາລັບ ພະຍາດໝາກແດງນ້ອຍ ແມ່ນພະຍາດຕິດຕໍ່ໄວຣັດຊະນິດໜຶ່ງທີ່ຕິດຕໍ່ໄວ ແລະ ປົກກະຕິແລ້ວຈະມີຄວາມຮຸນແຮງລະດັບປານກາງ, ພະຍາດນີ້ຕິດຕໍ່ຜ່ານທາງເດີນຫາຍໃຈ ໄປຫາຄົນທີ່ອ່ອນແອ ທີ່ສໍາຜັດໂດຍກົງກັບຜູ້ຕິດເຊື້ອທີ່ ຈາມ ຫລື ໄອ, ພະຍາດໝາກແດງນ້ອຍ ມີອາການຄ້າຍຄືກັນ ກັບພະຍາດໝາກແດງໃຫຍ່ເຊັ່ນ: ໄຂ້, ອິດເມື່ອຍ, ເຍື່ອເມືອກຕາອັກເສບເລັກນ້ອຍ ໃນໄວໝຸ່ມ ແລະ ຜູ້ໃຫຍ່, ມັນສາມາດເຮັດໃຫ້ເກີດພະຍາດຂໍ້ອັກເສບ ແລະ ເຍື່ອຫຸ້ມສະໝອງອັກເສບ ເຊິ່ງໄລຍະການບົ່ມເຊື້ອແມ່ນ 12-23 ວັນ ໂດຍສະເລ່ຍແມ່ນຢູ່ທີ່ 18 ວັນ.
ພ້ອມນີ້, ທ່ານ ນາງ ຈັນໃສ ປັດທໍາມະວົງ ຍັງໃຫ້ຮູ້ອີກວ່າ: ໃນແມ່ຍິງຖືພາ, ເຊື້ອໄວຣັດສາມາດແຜ່ເຊື້ອ ແລະ ຕິດຕໍ່ໄປຍັງລູກໃນທ້ອງ ໃນມົດລູກຜ່ານທາງສາຍແຮ່ໄດ້; ເດັກທີ່ເປັນພະຍາດໝາກແດງນ້ອຍ ມາແຕ່ກຳເນີດ ອາດຈະຂັບຖ່າຍເຊື້ອໄວຣັດດັ່ງກ່າວອອກ ຜ່ານທາງສານຄັດຫລັ່ງ ແລະ ປັດສະວະ ເປັນເວລາ 1 ປີ ຫລື ອາດຈະດົນກ່ອນນັ້ນ, ການຕິດເຊື້ອໝາກແດງນ້ອຍ ຂອງແມ່ໃນເວລາຖືພາໃນໄລຍະທໍາອິດ ສາມາດສົ່ງຜົນກະທົບຕໍ່ລູກໃນທ້ອງຢ່າງຮຸນແຮງ ແລະ ສາມາດເຮັດໃຫ້ເກີດການຫລຸລູກໄດ້, ການເສຍຊີວິດ ຂອງລູກໃນໄລຍະຖືພາ ຫລັກໆແມ່ນມີພາວະພິການ ຊຶ່ງເອີ້ນວ່າພະຍາດໝາກແດງນ້ອຍແຕ່ກໍາເນີດ (CRS); ພະຍາດໝາກແດງນ້ອຍ ເປັນສາເຫດຫລັກທີ່ກໍ່ໃຫ້ເກີດ ຕໍ້ແກ້ວຕາໃນເດັກ ແລະ ເຮັດໃຫ້ເດັກຕາບອດ.
ຂ່າວ: ສົມຫວັງ
KPL