ເຈລະຈາຮ່າງສົນທິສັນຍາ ວ່າດ້ວຍ ການຮ່ວມມືລະຫວ່າງປະເທດທາງອາຍາ

06/11/2024 20:21
Email Print 1405
ຂປລ ຂປລ. ໃນລະຫວ່າງວັນທີ 6-7 ພະຈິກ 2024 ນີ້, ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມເຈລະຈາຮ່າງສົນທິສັນຍາ ການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ສົນທິສັນຍາວ່າດ້ວຍ ການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສປປ ລາວ- ສ ເກົາຫລີ ຜ່ານກອງປະຊຸມທາງໄກ


ຂປລ. ໃນລະຫວ່າງວັນທີ
6-7 ພະຈິກ 2024 ນີ້, ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມເຈລະຈາຮ່າງສົນທິສັນຍາ ການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ສົນທິສັນຍາວ່າດ້ວຍ ການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສປປ ລາວ- ສ ເກົາຫລີ ຜ່ານກອງປະຊຸມທາງໄກ ຕາງໜ້າຄະນະຜູ້ແທນຝ່າຍລາວນໍາໂດຍ ທ່ານ ສຸດສະກະ ບຸນມານິດ ຫົວໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ, ມີຜູ້ຕາງໜ້າຈາກ ຫ້ອງວ່າການ ສໍານັກງານປະທານປະເທດ, ສໍານັກງານ ນາຍົກລັດຖະມົນຕີ, ສະພາແຫ່ງຊາດ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ສານປະຊາຊົນສູງສຸດ, ກະຊວງຍຸຕິທໍາ ແລະ ຕາງໜ້າຄະນະຜູ້ແທນຝ່າຍ ສ ເກົາ ຫລີ ໂດຍ ທ່ານ ນາງ ຊອງມີຢາງ ຫົວໜ້າພະແນກສົນທິສັນຍາ ກະຊວງການ ຕ່າງປະເທດ ສ ເກົາຫລີ  ພ້ອມດ້ວຍຜູ້ຕາງໜ້າຈາກ ກະຊວງການຕ່າງປະເທດ, ກະຊວງຍຸຕິທໍາ, ອົງການໄອຍະການປະຊາຊົນສູງສຸດ, ສະຖານເອອັກຄະລັດຖະທູດ ເກົາຫລີ ປະຈໍາລາວ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຕີລາຄາສູງຕໍ່ເນື້ອໃນພື້ນຖານ ຂອງການຮ່າງສົນທິສັນຍາທັງສອງສະບັບດັ່ງກ່າວ ທີ່ຝ່າຍ ສ ເກົາຫລີ ໄດ້ຮ່າງຂຶ້ນໃນເບື້ອງຕົ້ນ, ພ້ອມກັນຄົ້ນຄວ້າ ປຶກສາຫາລື ແລະ ແລກປ່ຽນຄໍາເຫັນລະ ຫວ່າງສອງຝ່າຍ ກ່ຽວກັບຮ່າງສົນທິສັນຍາທັງສອງສະບັບ ຢ່າງກົງໄປກົງມາ ແລະ ໄດ້ມີຄວາມເປັນເອ ກະພາບກັນໂດຍພື້ນຖານ ໃນຫລາຍບັນຫາສໍາຄັນ ເຊິ່ງໄດ້ເຮັດໃຫ້ຮ່າງສົນທິສັນຍາສະບັບນີ້ ມີຄວາມຄົບຖ້ວນ, ສົມບູນ ແລະ ສອດຄ່ອງກັບກົດໜາຍພາຍ ໃນຂອງສອງປະເທດ ເພື່ອເປັນບ່ອນອີງໃຫ້ແກ່ການລົງນາມ ແລະ ໃຫ້ສັດຕະຍາບັນໃນຂັ້ນຕໍ່ໄປ.

ກອງປະຊຸມເຈລະຈາຮ່າງສົນທິສັນຍາໃນຄັ້ງນີ້, ເປັນບາດກ້າວສໍາຄັນ ໃນການຮ່ວມມືທາງດ້ານກົດໝາຍ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໂດຍສະເພາະ ວຽກງານຮ່ວມມືລະຫວ່າງປະເທດທາງອາຍາ (MLA) ແລະ ວຽກງານສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສອງຝ່າຍ ເຊິ່ງສົນທິສັນຍາທັງສອງສະບັບດັ່ງກ່າວ ເປັນການປະກອບສ່ວນສໍາຄັນ ໃຫ້ແກ່ການຮ່ວມມືກັນ ໃນການຕ້ານ ແລະ ສະກັດກັ້ນອາຊະຍາກໍາ, ການສືບສວນ-ສອບສວນ, ການດໍາເນີນຄະດີອາຍາ ໃຫ້ມີປະສິດທິພາບສູງຂຶ້ນ ແນໃສປົກປັກຮັກສາຄວາມເປັນ ລະບຽບຮຽບຮ້ອຍ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ ແລະ ພົນລະ ເມືອງຂອງທັງສອງປະເທດ ແລະ ຍັງເປັນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະ ເທດ ໃຫ້ນັບມື້ນັບກ້າວສູ່ລວງເລິກ ແລະ ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ.

ຂ່າວ-ພາບ: ອອປສ

KPL

ຂ່າວອື່ນໆ

    • ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ອາແຊັກໄບຊານການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ອາແຊັກໄບຊານ

      11/13/2026 10:07:55 AM

      ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດອາແຊັກໄບຊານ

    • ຫສພ ຕ້ອງນຳພາຍົກສູງບົດບາດ ແລະ ຄຸນນະພາບການເປັນເສນາການເມືອງ

      ຫສພ ຕ້ອງນຳພາຍົກສູງບົດບາດ ແລະ ຄຸນນະພາບການເປັນເສນາ

      11/12/2026 9:49:34 AM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ອົງຄະນະພັກ ຫ້ອງວ່າການ ສູນກາງພັກ ຄັ້ງທີ VIII ໃນວັນທີ 10 ພະຈິກ 2026, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກເນັ້ນໃຫ້ຫ້ອງວ່າການສູນກາງພັກ (ຫສພ) ເອົາໃຈໃສ່ຍົກສູງບົດບາດ ແລະ ຄວາມຮັບຜິດຊອບໃນການເປັນເສນາທິການຊ່ວຍວຽກການນຳແຕ່ລະຂັ້ນຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ.

    • ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ສຫພ ຄັ້ງທີ VIIIການເມືອງ

      ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ສຫພ ຄັ້ງທີ VIII

      11/12/2026 9:30:13 AM

      ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ດໍາເນີນ ແລະ ປິດລົງຢ່າງເປັນທາງການ ໃນວັນທີ 10 ພະ ຈິກ 2026 ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ.

    • ນາຍົກລັດຖະມົນຕີ ຕ້ອນຮັບອາສາສະໝັກຢີ່ປຸ່ນການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບອາສາສະໝັກຢີ່ປຸ່ນ

      11/12/2026 9:22:14 AM

      ໃນວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ (H.E Mr. KOIZUMI Tsutomu) ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho) ຮອງປະທານອາວຸໂສ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານ ໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຕິດຕາມສະພາບການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ.

    • ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນການເມືອງ

      ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນ

      11/11/2026 2:01:13 PM

      ພິທີປະກາດສ້າງຕັ້ງຄະນະພັກຮາກຖານ ສະຖານທູດລາວ ປະຈຳ ສປ ຈີນ ຈັດຂຶ້ນໃນວັນທີ 8 ພະຈິກ 2026 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຄະນະໜ່ວຍພັກສະຖານທູດ, ສະຖານກົງສຸນໃຫຍ່, ຄະນະກົມ ແລະ ຄະນະພະແນກຈາກກົມກ່ຽວຂ້ອງກະຊວງການຕ່າງປະເທດ, ພ້ອມດ້ວຍສະມາຊິກພັກສະຖານທູດ, ຕົວແທນບັນດາສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ສປ ຈີນ ເຂົ້າຮ່ວມ.

ads
ads

Top