ສາທາລະນະສຸກເມືຶຶອງທຸລະຄົມສຸມໃສ່ 4 ແຜນວຽກສຳຄັນ

26/08/2024 11:46
Email Print 15382
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ຫ້ອງການສາ ທາລະນະສຸກ ເມືອງທຸລະຄົມແຂວງ ວຽງຈັນ ຈະສຸມໃສ່ 4 ແຜນວຽກ ສໍາຄັນ ສໍາລັບ 6 ເດືອນທ້າຍປີ 2024 ເປັນຕົ້ນ ຍົກສູງຄຸນນະພາບ ທາງດ້ານວຽກງານການເມືອງ- ແນວຄິດ, ຄຸນສົມບັດຈັນຍາທຳແພດ ປະຊາຊົນ, ວຽກງານວິຊາການທາງ ດ້ານການແພດ ແລະ ເພີ່ມທະວີການ ຄຸ້ມຄອງພະນັກງານ ສາທາລະນະ ສຸກທຸກຂັ້ນ

    ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ຫ້ອງການສາທາລະນະສຸກ ເມືອງທຸລະຄົມແຂວງວຽງຈັນ ຈະສຸມໃສ່ 4 ແຜນວຽກສໍາຄັນ ສໍາລັບ 6 ເດືອນທ້າຍປີ 2024 ເປັນຕົ້ນຍົກສູງຄຸນນະພາບທາງດ້ານວຽກງານການເມືອງ- ແນວຄິດ, ຄຸນສົມບັດຈັນຍາທຳແພດປະຊາຊົນ, ວຽກງານວິຊາການທາງ ດ້ານການແພດ ແລະ ເພີ່ມທະວີການ ຄຸ້ມຄອງພະນັກງານສາທາລະນະສຸກທຸກຂັ້ນ; ບູລະນະລະບົບເບິ່ງແຍງ ສຸຂະພາບແກ່ປະຊາຊົນ ຕາມທິດຖືເອົາວຽກງານການປ້ອງກັນພະຍາດເປັນຕົ້ນຕໍ, ການປິ່ນປົວເປັນສຳຄັນ ສົມທົບຢາຫລວງ ແລະ ຢາພື້ນເມືອງ; ຍົກສູງຄວາມສາມາດໃນ ການຄວບຄຸມກວດການເຝົ້າລະວັງ ບັນດາປັດໄຈສ່ຽງຕໍ່ສຸຂະພາບປະຊາຊົນ ແລະ ສະກັດກັ້ນໂລກລະບາດຕ່າງໆ ທັງອັນເກົ່າ ແລະ ໃໝ່, ບັນດາພະຍາດທີ່ສາມາດປ້ອງກັນໄດ້ ແລະ ເປັນສາເຫດໃຫຍ່ຕ່ໍການຕາຍຂອງເດັກ, ຫລຸດຜ່ອນອັດຕາການຕາຍຂອງແມ່, ເຮັດໃຫ້ປະຊາຊົນບັນດາ ເຜົ່າມີອາຍຸຍືນສະເລ່ຍສູງຂຶ້ນ; ຂະ ຫຍາຍຕາໜ່າງການບໍລິການສຸຂະພາບ ທ່ີມີຄຸນນະພາບເໝາະສົມກັບທ້ອງຖ່ິນຮາກຖານ ໃຫ້ຄົບຕາມເຂດຈຸດສຸມພັດທະນາ.

      ທ່ານ ດຣ. ດິ້ງ ເລືອງໄຊ ຫົວໜ້າ ຫ້ອງການສາທາລະນະສຸກ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ເມື່ອບ່ໍດົນມານ້ີວ່າ: ທາງດ້ານຄາດໝາຍສູ້ຊົນຄະນະພັກ, ຄະນະນໍາຫ້ອງການສາທາລະນະສຸກ ເມືອງທຸລະຄົມໄດ້ວາງແຜນການໄວ້ 14 ວຽກຕົ້ນຕໍ ຄື: ຕ້ອງຍົກລະດັບຄວາມເຂົ້າໃຈແນວທາງ, ຄວາມຕື່ນຕົວດ້ານການເມືອງ, ທັດສະນະຫລັກໝັ້ນປະຕິວັດຂອງຖັນແຖວພະນັກງານແພດໝໍ ໃຫ້ສູງ ຢູ່ໃນການເຄື່ອນໄຫວຮັບຜິດຊອບວຽກງານວິຊາການທາງດ້ານ ການແພດ, ການຄຸ້ມຄອງສາທາລະນະສຸກ ຂອງພະນັກງານທຸກຂັ້ນໄປພ້ອມກັບການສຶກສາອົບຮົມ,  ການສະກັດກັ້ນ ແລະ ຈຳກັດບັນດາ ປະກົດການຫຍໍ້ທໍ້ໃນຂົງເຂດສາທາລະນະສຸກ ໃຫ້ມີການຫັນປ່ຽນໃໝ່ຢ່າງຈະແຈ້ງ ເປັນຕົ້ນຄຸນສົມບັດແພດປະຕິວັດ, ແພດປະຊາຊົນຈັນຍາທຳຂອງແພດ ແລະ ເພື່ອຮັກສາມູນເຊື້ອກໍ່ສ້າງໜ່ວຍພັກປອດໃສ, ເຂ້ັມແຂງ, ໜັກແໜ້ນ ໄວ້ຢ່າງໝັ້ນຄົງພ້ອມນີ້,  ໝົດປີ 2024 ບັນລຸໃຫ້ໄດ້ເປົ້າໝາຍສະຫະສະຫວັດ ເພື່ອການພັດທະນາດ້ານສຸຂະພາບ; ສູ້ຊົນປິ່ນປົວຮັກສາການຕິດເຊື້ອ HIV ແລະ ພະຍາດຕິດຕໍ່ທາງເພດສຳພັນ ໃຫ້ຢູ່ລະດັບຕ່ຳກວ່າ 1%, ເລັ່ງໃສ່ການໂຄສະນາສຸຂະສຶກສາໃຫ້ກຸ່ມເປົ້າໝາຍສ່ຽງ, ຂະຫຍາຍຕາໜ່າງການກວດເລືອດ ຢູ່ໂຮງໝໍເມືອງລົງຫາໂຮງໝໍນ້ອຍ ໃຫ້ໄດ້ 95%; ເຊື່ອມສານໃຫ້ໄດ້ວຽກແມ່ ແລະ ເດັກທີ່ເປັນບຸລິມະສິດແຖວໜ້າ ແລະ ວຽກງານຮັກສາສຸຂະພາບຂັ້ນພື້ນຖານ; ຊຸກຍູ້ສົ່ງເສີມການລ້ຽງລູກດ້ວຍນ້ຳແມ່ ຢ່າງດຽວຕັ້ງແຕ່ເກີດຮອດອາຍຸໄດ້ 6 ເດືອນ ແລະ ຕັ້ງໜ້າໃຫ້ຄວາມຮູ້ທາງດ້ານໂພຊະນາການ ເພື່ອລຶບລ້າງຄວາມຕ່ຳ, ເຕ້ຍ, ຈ່ອຍ ແລະ ການຂາດສານອາຫານທີ່ຮ້າຍແຮງ;  ແກ້ໄຂໃຫ້ໄດ້ຢ່າງແຂງແຮງ ວຽກສຸຂະສຶກສາເພື່ອໃຫ້ປະຊາຊົນເປັນ ເຈົ້າການປົກປ້ອງ ແລະ ສົ່ງເສີມສຸຂະພາບຂອງຕົນ ດ້ວຍການປ່ຽນແປງແບບແຜນດຳລົງຊີວິດ; ຄວບຄຸມສົ່ງເສີມໃຫ້ປະຊາຊົນ ໃຫ້ໄດ້ໃຊ້ນ້ຳສະອາດເຖິງ 100% ດຳລົງຊີວິດຖືກຫລັກອະນາໄມຖ່າຍໃສ່ວິດ 100%; ຫັນວຽກງານສາທາລະນະສຸກ ລົງເຮັດຮ່ວມກັບວຽກງານກ່ໍສ້າງຮາກຖານການເມືອງຢ່າງແຂງແຮງ, ສ້າງຂະບວນການອະນາໄມກັນພະຍາດຂອງປະຊາຊົນ ແຕ່ຫົວໜ່ວຍຄອບຄົວ ແລະ ບ້ານ ແນໃສ່ສ້າງເປັນບ້ານສາທາລະນະສຸກແບບຢ່າງໃຫ້ໄດ້ 1 ບ້ານຕໍ່ປີ; ຕ້ອງກັນພະຍາດໃຫ້ໄດ້ຕັ້ງແຕ່ຫົວທີ, ຕັ້ງແຕ່ບໍ່ເກີດຂອງພະຍາດ; ສືບຕໍ່ສູ້ຊົນເຮັດໃຫ້ຂົງເຂດສາທາລະນະສຸກມີຄຸນນະພາບ ແລະ ທັນສະໄໝດີຂ້ຶນ ເທື່ອລະກ້າວ; ຕ້ອງໃຫ້ມີການຮັບ ປະກັນໃນການຊົມໃຊ້ຢາ ແລະ ບໍລິ ໂພກອາຫານທ່ີປອດໄພ, ສ່ົງເສີມ ທ່າແຮງດ້ານຢາພື້ນເມືອງໃຫ້ເຂັ້ມ ແຂງ ໂດຍສົມທົບຢາພື້ນເມືອງ ແລະ ຢາຫລວງເຂົ້າໃນການປິ່ນປົວພະຍາດຢູ່ໂຮງໝໍຂັ້ນຕ່າງໆ; ການສ້າງ ແລະ ບັນຈຸພະນັກງານແພດໝໍ ເນັ້ນດ້ານປະລິມານສ້າງໃຫ້ສອດຄ່ອງກັບອັດຕາ 2,5/1.000 ປະຊາກອນ, ດ້ານໂຄງປະກອບສ້າງຕ້ອງໃຫ້ສອດຄ່ອງກັບວິຊາເພາະ; ລວບລວມບັນດາລະບຽບການ ແລະ ກົດໝາຍທີ່ເປັນກົນໄກ ແລະ ເຄື່ອງມືເພື່ອຄຸ້ມຄອງໃຫ້ເກີດມີປະສິດທິພາບ ແລະ ປະສິດທິຜົນ, ມີຄວາມເຂັ້ມແຂງ ແລະ ຍືນຍົງທັງສາມາດກວດສອບໄດ້ທຸກເວລາ ແລະ ໂປ່ງໃສ; ຍາດແຍ່ງການຊ່ວຍເຫລືອ, ການຮ່ວມມື, ການລົງທຶນຂອງສາກົນຢ່າງມີປະສິດທິຜົນໃນຂົງເຂດສາທາລະນະສຸກ.

ຂ່າວ: ບ່າວທົ່ງ-ລ້ອງງື່ມຂ່າວ: ບ່າວທົ່ງ-ລ້ອງງື່ມ


KPL

ຂ່າວອື່ນໆ

    • ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງໝໍນ້ອຍຢູ່ແຂວງໄຊຍະບູລີສາທາລະນະສຸກ

      ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງໝໍນ້ອຍຢູ່ແຂວງໄຊຍະບູລີ

      10/21/2026 9:49:13 AM

      ເມື່ອບໍ່ດົນມານີ້, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອລ້າມູນຄ່າ 109.000 ໂດລາສະຫະລັດ ເພື່ອປະຕິບັດ “ໂຄງການກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ໃນແຂວງໄຊຍະບູລີ”

    • ອົງການກາແດງແຫ່ງຊາດລາວເຄື່ອນໄຫວຮັບບໍລິຈາກເລືອດຢູ່ ຮວຜທສາທາລະນະສຸກ

      ອົງການກາແດງແຫ່ງຊາດລາວເຄື່ອນໄຫວຮັບບໍລິຈາກເລືອດຢູ່ ຮວຜທ

      10/21/2026 9:31:36 AM

      ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ເຄື່ອນໄຫວຮັບບໍລິຈາກເລືອດແບບສະໝັກໃຈຢູ່ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ໃນວັນທີ 20 ຕຸລາ 2026 ໂດຍມີ ສະຫາຍ ພັນໂທ ທອງສຸກ ອຸດົມພອນ ຮອງຫົວໜ້າຫ້ອງພະລາທິການ-ເຕັກນິກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ສະຫາຍ ພັນໂທ ເພັດສະໝອນ ແກ້ວສຸວັນ ຜູ້ປະສານງານວຽກງານບໍລິຈາກເລືອດຂອງກອງທັບ, ທ່ານ ສຸລິນ ສີປະມວນ ຫົວໜ້າພະແນກເກັບຮັກສາ ແລະ ແຈກຈ່າຍເລືອດ, ພ້ອມດ້ວຍພະນັກງານ-ນັກຮົບ, ນ້ອງນັກຮຽນ, ສະມາຊິກຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ.

    • ຄະນະຜູ້ແທນກະຊວງສາທາລະນະສຸກເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026ສາທາລະນະສຸກ

      ຄະນະຜູ້ແທນກະຊວງສາທາລະນະສຸກເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026

      10/21/2026 9:24:44 AM

      ໃນອາທິດຜ່ານມາ, ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026 (The World Conference on Traditional Medicine 2026), ມີຜູ້ຕາງໜ້າການນຳກະຊວງສາທາລະນະສຸກ, ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ, ຊ່ຽວຊານ, ນັກຄົ້ນຄວ້າ ແລະ ພາກສ່ວນທຸລະກິດຈາກທົ່ວໂລກ ເຂົ້າຮ່ວມ.

    • ກຽມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາສາທາລະນະສຸກ

      ກຽມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາ

      10/19/2026 9:59:20 AM

      ໃນທຸກໆປີ ສປປ ລາວ ໄດ້ຮ່ວມກັບປະຊາຄົມໂລກ ພ້ອມກັນສະເຫຼີມສະຫຼອງວັນສຳຄັນທີ່ຕິດພັນກັບວຽກງານດັ່ງກ່າວ ຊຶ່ງອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກຳນົດເອົາວັນທີ 16 ຕຸລາ ຂອງທຸກໆປີ ເປັນວັນອາຫານໂລກ ເລີ່ມແຕ່ປີ 1980 ແລະ ໄດ້ກຳນົດເອົາວັນທີ 17 ຕຸລາ ເປັນວັນສາກົນ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ແລະ ສປປ ລາວ ກໍໄດ້ກຳນົດເອົາວັນທີ 17-24 ຕຸລາ ຂອງທຸກໆປີ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.

    • ເປີດບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ອາຍຸສູງໂດຍບໍ່ເສຍຄ່າສາທາລະນະສຸກ

      ເປີດບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ອາຍຸສູງໂດຍບໍ່ເສຍຄ່າ

      10/14/2026 9:54:29 AM

      ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ຮ່ວມກັບບັນດາອົງການຈັດຕັ້ງສາກົນ ຈັດກິດຈະກຳບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ສູງອາຍຸໂດຍບໍ່ເສຍຄ່າ, ກິດຈະກຳກວດວັດແທກສາຍຕາໂດຍບໍ່ເສຍຄ່າ (ຟຣີ) ໃຫ້ແກ່ປະຊາຊົນຜູ້ທີ່ມີບັນຫາທາງສາຍຕາ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງການປົກຄອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ດຣ. ນາງ ສຸລິພອນ ສຸດາຈັນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ບົວໃສ ລຸນນະວົງສາ ຄະນະປະຈຳພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຫາດຊາຍຟອງ, ທ່ານ ດຣ. ຄຳຄູນ ໂຫຼານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ads
ads

Top