ເມືອງໄຊເສດຖາ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເກືອບ 200 ຄົນ, ເສຍຊີວິດ 2 ຄົນ

16/07/2024 11:48
Email Print 15638
ຂປລ ຂປລ. ປັດຈຸບັນ, ທົ່ວນະຄອນຫລວງວຽງຈັນ (ນວ) ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 1.000 ກວ່າຄົນ. ໃນນັ້ນ, ເມືອງໄຊເສດຖາ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເກືອບ 200 ຄົນ, ມີຜູ້ເສຍຊີວິດ 2 ຄົນ. ຈັດອັນດັບເປັນອັນ 4 ໃນ 9 ຕົວເມືອງ ນະຄອນຫລວງວຽງຈັນ ທີ່ມີການລະບາດຂອງພະຍາດໄຂ້ຍຸງລາຍ.



ຂປລ.  ປັດຈຸບັນ, ທົ່ວນະຄອນຫລວງວຽງຈັນ (ນວ) ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ
1.000 ກວ່າຄົນ. ໃນນັ້ນ, ເມືອງໄຊເສດຖາ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເກືອບ 200 ຄົນ, ມີຜູ້ເສຍຊີວິດ 2 ຄົນ. ຈັດອັນດັບເປັນອັນ 4 ໃນ 9 ຕົວເມືອງ ນະຄອນຫລວງວຽງຈັນ ທີ່ມີການລະບາດຂອງພະຍາດໄຂ້ຍຸງລາຍ.

ທ່ານ ຈັນທະໄລ ໄຊຍະວົງ ຫົວໜ້າຫ້ອງການສາທາລະນະສຸກ ເມືອງໄຊເສດຖາ ​ໄດ້​ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນ, ພະຍາດໄຂ້ຍຸງລາຍກຳລັງລະບາດ. ສະນັ້ນ, ເພື່ອສະກັດກັ້ນ ແລະ ປ້ອງກັນບໍ່ໃຫ້ລູກ-ຫລານ ແລະ ພໍ່ແມ່ ປະຊາຊົນ ເປັນພະຍາດໄຂ້ຍຸງລາຍ ຫລື ໄຂ້ເລືອດອອກ, ຫ້ອງການສາທາ ລະນະສຸກເມືອງໄຊເສດຖາ ຈຶ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນການປ້ອງກັນພະ ຍາດດັ່ງກ່າວ ​ເຊິ່ງ 6 ເດືອນຕົ້ນປີ 2024 ຫ້ອງການສາທາລະນະສຸກເມືອງ ໄດ້ສົມທົບກັບອຳນາດການປົກຄອງເມືອງ, ບ້ານ, ແພດອາສາສະໝັກບ້ານ (ອສບ) ສ້າງຂະບວນການ ທໍາລາຍແຫລ່ງເພາະພັນໜອນ ນໍ້າຍຸງລາຍຢູ່ບ້ານ ທີ່ມີຄວາມສ່ຽງ ເປັນຕົ້ນ ບ້ານໂພນພະເນົາ ເນື່ອງຈາກມີຄົນເສຍຊີວິດຍ້ອນໄຂ້ຍຸງລາຍ 1 ຄົນ. ພ້ອມນັ້ນ, ຍັງໄດ້ມອບໃຫ້ແຕ່ລະບ້ານ ເປັນເຈົ້າການໃນການເຝົ້າລະວັງ ດັດສະນີຂອງໜອນນໍ້າຍຸງລາຍ ເພື່ອໃຫ້ແຕ່ລະບ້ານ ໄດ້ປະຕິບັດເປັນປະຈຳ ທຸກໆອາທິດ ແລ້ວລາຍງານໃຫ້ຫ້ອງການສາທາລະນະ​ສຸກ​ເມືອງ ລົງໄປກວດກາ ແລະ ແກ້ໄຂໃຫ້ທັນເວລາ.



ເຖິງຢ່າງໃດກໍຕາມ, ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຍັງມີຂໍ້ຫຍຸ້ງຍາກ ເນື່ອງຈາກວ່າ ໃນປີນີ້, ການລະບາດຂອງພະຍາດໄຂ້ຍຸງລາຍ ຈະບໍ່ເປັນຈຸ້ມ
, ເກີດກະແຈກກະຈາຍບ້ານລະຄົນ, 2 ຄົນເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການສ້າງຂະບວນການຕ່າງໆ ເພື່ອທຳລາຍແຫລ່ງເພາະພັນ ໜອນນໍ້າຍຸງລາຍ.  ນອກຈາກນີ້, ພະຍາດໄຂ້ຍຸງລາຍ ຍັງເປັນພະຍາດລະດູການ ທີ່ເກີດໃນຊຸມຊົນແອອັດ, ຫ້ອງແຖວ ແລະ ອື່ນໆ ທີ່ມີຄວາມເປີະເປື້ອນ ຈຶ່ງເຮັດໃຫ້ຫ້ອງການສາທາລະນະສຸກ ບໍ່ສາມາດເຂົ້າເຖິງໄດ້, ພ້ອມນີ້ ຍັງອີງຕາມສະພາບເສດຖະກິດໃນປັດຈຸບັນ ຈຶ່ງເຮັດໃຫ້ບໍ່ສາມາດ ຕອບສະໜອງສານເຄມີ ຫລື ຢາຕ່າງໆເພື່ອ ນໍາໄປພົ່ນຂ້າໜອນນໍ້າຍຸງລາຍ, ງົບປະມານບໍ່ພຽງພໍຕໍ່ວຽກງງານດັ່ງກ່າວ, ຄວາມລື້ງເຄີຍຂອງປະຊາຊົນຕໍ່ພະຍາດໄຂ້ຍຸງລາຍ ຖືວ່າເປັນເລື່ອງທຳມະດາ.



ໂອກາດ​ນີ້, ທ່ານ ຈັນທະໄລ ໄຊຍະວົງ ຍັງຝາກເຖິງປະຊາຊົນໃຫ້ເອົາໃຈໃສ່ ໃນການຮັບຮູ້ຂໍ້ມູນຂ່າວສານ ທາງດ້ານໄຂ້ຍຸງລາຍ ຫລື ໄຂ້ເລືອດອອກ ເນື່ອງຈາກພະຍາດດັ່ງກ່າວ
, ເປັນພະຍາດບົ່ມຊ້ອນ, ມີຄວາມອັນຕະລາຍຮ້າຍແຮງເຖິງແກ່ຊີວິດໄດ້ ໂດຍສະເພາະ ປັດຈຸບັນເປັນລະດູຝົນ ເປັນລະດູການພະຍາດໄຂ້ຍຸງລາຍ, ຈົ່ງມີສະຕິໃນການປ້ອງກັນໂດຍປະຕິບັດຫລັກການ 5ປ ທີ່ກະຊວງສາທາລະນະສຸກວາງອອກ. ຖ້າລູກ-ຫລານ ຫລື ຄົນໃນຄອບຄົວບໍ່ສະບາຍ, ເຈັບເປັນບໍ່ຄວນຊື້ຢາມາກິນເອງ, ຄວນໄປປຶກສາແພດໝໍໂດຍດ່ວນເຊັ່ນ: ໂຮງໝໍສູນກາງ, ແຂວງ, ເມືອງ, ສຸກສາລາ, ສະຖານທີ່ໃຫ້ບໍລິການຕ່າງໆ, ສິ່ງສຳຄັນຂໍໃຫ້ສຳນັກງານ-ອົງການ, ຜູ້ປະກອບການຕ່າງໆ ເຫັນຄວາມສຳຄັນຮັກສາສິ່ງແວດ ລ້ອມຊ່ວຍກັນ ເປັນຕົ້ນ ການກຳຈັດຂີ້ເຫຍື້ອ, ການຈັດສັນຄວາມເປັນລະບຽບຮ້ອຍ ພາຍໃນບ້ານ-ເຮືອນ, ພາຊະນະບັນຈຸນໍ້າຕ່າງໆ. ໃນນັ້ນ, ຖ້າເຂດໃດ, ຈຸດໃດຂອງເມືອງໄຊເສດຖາ ມີການລະບາດພະ ຍາດໄຂ້ຍຸງລາຍ ຫລື ມີຄວາມສ່ຽງ, ມີຍຸງຈຳນວນຫລາຍ ກໍສາມາດແຈ້ງຫາຫ້ອງການ ສາທາລະນະສຸກໄດ້ ເພື່ອຈະໄດ້ກວດກາ ແລະ ແກ້ໄຂໃຫ້ທັນເວລາ.

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top