ອົງການຈັດຕັ້ງແມ່ຍິງ ຫ້ອງການສາທາລະນະສຸກ ເມືອງໄຊເສດຖາ ມີການຫັນປ່ຽນທີ່ຕັ້ງໜ້າ

16/07/2024 16:52
Email Print 15653
ຂປລ ຂປລ. ອົງການຈັດຕັ້ງ ຮາກຖານສະຫະພັນແມ່ຍິງ ຫ້ອງການສາທາລະນະສຸກ ເມືອງໄຊເສດຖາ ແມ່ນຢູ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງສະຫະພັນແມ່ຍິງ ເມືອງໄຊເສດຖາ ແລະ ການຊີ້ນໍາ-ນໍາພາຢ່າງໃກ້ ຊິດຂອງໜ່ວຍພັກຂອງຫ້ອງການ ສາລະນະສຸກເມືອງ.



ຂປລ. ອົງການຈັດຕັ້ງ ຮາກຖານສະຫະພັນແມ່ຍິງ ຫ້ອງການສາທາລະນະສຸກ ເມືອງໄຊເສດຖາ ແມ່ນຢູ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງສະຫະພັນແມ່ຍິງ ເມືອງໄຊເສດຖາ ແລະ ການຊີ້ນໍາ-ນໍາພາຢ່າງໃກ້ ຊິດຂອງໜ່ວຍພັກຂອງຫ້ອງການ ສາລະນະສຸກເມືອງ. ໃນໄລຍະຜ່ານມາ,
ດ້ວຍຄວາມບຸກ ບືນຫ້າວຫັນ ຂອງຄະນະສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກ ໄດ້ເຮັດໃຫ້ອົງການຈັດຕັ້ງ ສະຫະພັນແມ່ຍິງຫ້ອງ ການສາທາລະນະສຸກ ມີການຫັນປ່ຽນທີ່ຕັ້ງໜ້າ, ມີຜົນສໍເລັດຫລາຍດ້ານ, ທີ່ສໍາຄັນແມ່ນຮັກສາໄດ້ ຄວາມສາມັກຄີ, ຄວາມຈົງຮັກພັກດີ, ສາມາດເປັນ ກໍາລັງແຮງໃຫ້ພັກ, ປັບປຸງອົງການຈັດຕັ້ງແມ່ຍິງໃຫ້ ມີຄວາມໜັກແໜ້ນເຂັ້ມແຂງ



ທ່ານ ນາງ ສຸດາວັນ ພາລັງສີ ປະທານສະຫະພັນແມ່ຍິງໜ່ວຍຮາກຖານ ຫ້ອງການສາທາລະນະສຸກ ເມືອງໄຊເສດຖາ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ
69 ປີ (20/07/1955-20/07/2024) ໃນວັນທີ 16 ກໍລະກົດ 2024 ນີ້ວ່າ: ວັນສ້າງ ຕັ້ງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ເປັນວັນທີ່ມີຄວາມໝາຍສຳຄັນທາງປະຫວັດສາດ ເພື່ອລະນຶກເຖິງແມ່ຍິງລາວບັນດາເຜົ່າ ໃນການຕໍ່ສູ້ອັນພິລະອາດຫານ, ລະອິດລະອ້ຽວ ຍືດເຍື້ອຍາວ ນານບໍ່ຍອມຈຳນົນ ເພື່ອຄຽງບ່າຄຽງໄຫລ່ ກັບເພດຊາຍ ໃນພາລະກິດ ປົດປ່ອຍຊາດຂອງແມ່ຍິງ, ໄດ້ສ້າງວິລະກຳອັນຍິ່ງໃຫຍ່ ລະດັບແຖວໜ້າປະຫວັດສາດ ອັນສະຫວ່າງສະໄຫວ ຂອງຊາດລາວເຮົາ; ແມ່ຍິງລາວໄດ້ເປັນ ກຳລັງແຮງ ແລະ ມີບົດບາດທາງການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປະຕິບັດໜ້າທີ່ປົກປ້ອງສິດຜົນປະໂຫຍດ ອັນຊອບທຳຕິດພັນ ກັບການປະຕິບັດ ສິດສະເໝີພາບ ຍິງ-ຊາຍ ໃນການພັດທະ ນາຊີວິດການເປັນຢູ່ໃນຄອບຄົວ-ສັງຄົມ ປະກອບສ່ວນຢ່າງຕັ້ງ ໜ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.




ທ່ານ ນາງ ສຸດາວັນ ພາລັງສີ ຍັງໃຫ້ຮູ້ອີກວ່າ: ຕະຫລອດໄລຍະຜ່ານມາ ອົງການຈັດຕັ້ງ ຮາກຖານສະຫະພັນແມ່ຍິງ ຫ້ອງການສາທາລະນະສຸກ ມີຄວາມບຸກບືນຫ້າວຫັນ ເຮັດໃຫ້ອົງການຈັດຕັ້ງສະ ຫະພັນແມ່ຍິງເຮົາມີການຫັນປ່ຽນທີ່ຕັ້ງໜ້າ
, ມີຜົນສໍເລັດໃນຫລາຍດ້ານ, ທັງປະຕິບັດວຽກງານ ວິຊາສະເພາະ ແລະ ນອກຫລັກສູດ, ທັງບໍລິການກວດຄົນເຈັບຢູ່ໂຮງໝໍ, ລົງສັກຢາກັນພະຍາດ ວັນສັກຢາແຫ່ງຊາດ ໃຫ້ເດັກນ້ອຍທົ່ວເມືອງໄຊເສດຖາ, ລົງຢອດວິຕາມິນ A, ກວດສຸຂະພາບຢູ່ໂຮງຮຽນ, ໂຮງງານ, ລົງກວດຄລີນິກ, ກວດຮ້ານຂາຍຢາ, ໂຄສະນາສຸຂະສຶກສາ ຕາມບ້ານກ່ຽວກັບ ພະຍາດລະດູການ, ສໍາຫລວດໜອນນໍ້າ ແລະ ອື່ນໆ. ພ້ອມນີ້, ອົງການຈັດຕັ້ງສະຫະພັນແມ່ຍິງຮາກຖານຫ້ອງການສາທາ ລະນະສຸກເມືອງໄຊເສດຖາ ຍັງໄດ້ຮ່ວມກັບ ສະຫະພັນແມ່ຍິງເມືອງລົງ ເຜີຍແຜ່ບົດບາດຍິງ-ຊາຍ, ການແຕ່ງງານກ່ອນໄວ ແລະ ການຕ້ານການໃຊ້ຄວາມຮຸ່ນແຮງ ບົນພື້ນຖານທາງເພດ, ສຸຂະພາບຈະເລີນພັນ ໃຫ້ແມ່ຍິງຢູ່ເມືອງໄຊເສດຖາ ພາຍໃຕ້ການຊີ້ນໍາຈາກຄະນະ ບໍລິຫານງານສະຫະພັນແມ່ຍິງ ນະຄອນຫລວງວຽງຈັນ ຕື່ມອີກ.

ຂ່າວ-ພາບ: ສົມຫວັງ

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top