ກະສິກອນ ທົ່ວແຂວງຄໍາມ່ວນ ເກັບກູ້ ຜົນຜະລິດລະດູຝົນ ສໍາເລັດ 4.418 ເຮັກຕາ

05/11/2024 10:13
Email Print 1109
ຂປລ ຂປລ. ແຫລ່ງຂ່າວແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນລະດູການປູກພືດລະດູຝົນປີ 2024 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການປູກພືດທັງໝົດ 13.261 ເຮັກຕາ, ຄາດຄະເນຜົນຜະລິດ 213.831 ໂຕນ. ໃນນັ້ນ, ເນື້ອທີ່ແຜນການປູກພືດເປັນສະບຽງອາຫານ 2.534 ເຮັກຕາ,

        ຂປລ. ແຫລ່ງຂ່າວແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນລະດູການປູກພືດລະດູຝົນປີ 2024 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການປູກພືດທັງໝົດ 13.261 ເຮັກຕາ, ຄາດຄະເນຜົນຜະລິດ 213.831 ໂຕນ. ໃນນັ້ນ, ເນື້ອທີ່ແຜນການປູກພືດເປັນສະບຽງອາຫານ 2.534 ເຮັກຕາ, ຄາດຄະເນຜົນຜະລິດ 27.204 ໂຕນ, ເນື້ອທີ່ແຜນການປູກພືດເປັນສິນຄ້າ 10.727 ເຮັກຕາ, ຄາດຄະເນຜົນຜະລິດ 186.627 ໂຕນ. ມາຮອດປັດຈຸບັນ, ການເກັບກູ້ພືດລວມປະຕິບັດໄດ້ 4.418 ເຮັກຕາ ເທົ່າກັບ 19,93%. ໃນນີ້, ພືດເພື່ອເປັນສະບຽງອາຫານເກັບກູ້ໄດ້  355 ເຮັກຕາ ເທົ່າກັບ 14,42%, ພືດເພື່ອເປັນສິນຄ້າເກັບກູ້ໄດ້  4.062 ເຮັກຕາ ເທົ່າກັບ 20,62% .
    ນອກຈາກນີ້
, ກະສິກອນ ໃນເມືອງນາກາຍ ແລະ ເມືອງບົວລະພາ ຍັງໄດ້ປູກເຂົ້າເນີນສູງສໍາເລັດໃນເນື້ອທີ່ 308 ເຮັກຕາ. ໃນນັ້ນ ເມືອງບົວລະພາ 130 ເຮັກຕາ ແລະ ເມືອງນາກາຍ 178 ເຮັກຕາ. ສ່ວນເມືອງທີ່ມີເນື້ອທີ່ແຜນການປູກພືດລວມຫລາຍກວ່າໝູ່ແມ່ນເມືອງໄຊບົວທອງ, ເມືອງຄູນຄໍາ, ເມືອງຍົມມະລາດ, ເມືອງນາກາຍ ແລະ ເມືອງທ່າແຂກ .

ຂ່າວ-ພາບ: ແດງສະຫວັດ
KPL

ຂ່າວອື່ນໆ

    • ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍວັດທະນະທຳ-ສັງຄົມ

      ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ

      5/13/2026 10:47:45 AM

      ພິທີພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ,

    • ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1ວັດທະນະທຳ-ສັງຄົມ

      ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

      4/9/2026 9:37:49 PM

      ຂປລ. ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດ ນາມ ແລະ ສປປ ລາວ, ຮອງປະທານບໍລິຫານ ກຸ່ມບໍລິສັດ ຄາສເບີກ ພາກພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    •  ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບວັດທະນະທຳ-ສັງຄົມ

      ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບ

      3/5/2026 2:22:12 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກທ່ອງທ່ຽວຈາກປະເທດລາວ ສໍາຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.

    • ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ ວັດທະນະທຳ-ສັງຄົມ

      ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ

      1/26/2026 1:11:12 PM

      ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ແລະ ກໍຄ້າຍຄືກັນກັບບັນດາຊົນເຜົ່າມີເຊື້ອສາຍພົວພັນກັບຊົນຊາດຂອມ ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງຊີວິດຢູ່ບັນດາແຂວງພາກເໜືອລົງຮອດແຂວງຄໍາມວນ, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນເຕ້ຍນືມເປັນບຸນປົດປີ

    • ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມ

      12/31/2025 5:31:46 PM

      ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ (Nguyen Thi Phuong Thao) ປະທານສະພາການບໍລິຫານຍິງ ສາຍການບິນຫວຽດເຈັດ (Vietjet) ໄດ້ຮັບການປະດັບນາມມະຍົດ “ວິລະຊົນແຮງງານ”

ads
ads

Top