ອິນໂດເນເຊຍ-ສິງກະໂປ ເຊັນຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດ-ພະລັງງານສີຂຽວ

08/11/2024 15:20
Email Print 1375
ຂປລ ທ່ານ ບຣາໂບໂວ ຊູບຽນໂຕ(Prabowo Subianto) ປະທານາທິບໍດີ ອິນໂດເນເຊຍ ໄດ້ມີການພົບປະກັບ ທ່ານ ລໍເຣັນສ ວອງ (Lawrence Wong),ນາຍົກ ລັດຖະ ມົນຕີ ສິງກະໂປ ຢູ່ ວັງ ເມີເດກາ(Merdeka) ຢູ່ ນະຄອນຫລວງ ຈາກາຕາ ຂອງອິນໂດເນເຊຍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ເມື່ອບໍ່ດົນມານີ້, ທ່ານ ບຣາໂບໂວ ຊູບຽນໂຕ(Prabowo Subianto) ປະທານາທິບໍດີ ອິນໂດເນເຊຍ ໄດ້ມີການພົບປະກັບ ທ່ານ ລໍເຣັນສ ວອງ (Lawrence Wong),ນາຍົກ ລັດຖະ ມົນຕີ ສິງກະໂປ ຢູ່ ວັງ ເມີເດກາ(Merdeka) ຢູ່ ນະຄອນຫລວງ ຈາກາຕາ ຂອງອິນໂດເນເຊຍ. ນີ້ແມ່ນການຢ້ຽມຢາມ ຄັ້ງທຳອິດ ຂອງການນຳ ຕ່າງປະເທດ ມາຍັງ ອິນໂດເນເຊຍ ນັບແຕ່ເມື່ອ ທ່ານ Prabowo Subianto ຮັບດຳລົງຕຳແໜ່ງ ປະທານາທິບໍດີ ເມື່ອວັນທີ 20 ຕຸລາ ພ້ອມທັງ ສະແດງຄວາມຫວັງວ່າ ການຢ້ຽມຢາມ ສວມບົດບາດ ແມ່ນກຳລັງໜູນ ເພື່ອເພີ່ມທະວີ ການຮ່ວມມື ລະຫວ່າງ ສອງປະເທດ ກວ່າອີກ, ພິເສດ ໃນບັນດາຂົງເຂດ ຍຸດທະສາດ ແລະ ມີຄວາມ ສຳຄັນ ສຳລັບ ສອງຝ່າຍ.ການພົບປະ, ການນຳ ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບ ການເພີ່ມທະວີ ການຮ່ວມມື ໃນຫລາຍຂົງເຂດ ແລະໄດ້ລົງນາມ ໃນບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບ ການຮ່ວມມື ໃນຂົງເຂດ ປ້ອງກັນຊາດ ແລະ ພະລັງງານ ສະອາດ ພ້ອມທັງ ເຫັນດີ ຊູກຍູ້ ການຮ່ວມມື ໃນການສົ່ງອອກ ໄຟຟ້າຈາກ ອິນໂດເນເຊຍ ໄປຍັງ ສິງກະໂປ ແລະ ສ້າງສາຍ ກາບໃຕ້ທະເລໃນຄວາມມານະພະຍາຍາມ ແລກປ່ຽນ ພະລັງງານສີຂຽວ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

    • ຂະໜາດເສດຖະກິດຫວຽດນາມ ສືບຕໍ່ເປີດກວ້າງຂ່າວຕ່າງປະເທດ

      ຂະໜາດເສດຖະກິດຫວຽດນາມ ສືບຕໍ່ເປີດກວ້າງ

      7/15/2026 3:23:51 PM

      ຄະ​ນະຊີ້ນຳ ການ​ສຳຫລວດ​ ເສດ​ຖະ​ກິດ​ປີ 2026 ສູນ​ກາງ ໄດ້​ຈັດ​ກອ​ງ​ປະ​ຊຸມ ​ສະຫລຸບ​ ການ​ສຳຫລວດ ​ເສດ​ຖະ​ກິດ​ປີ 2026. ນີ້​ແມ່ນ 1 ໃນ 3 ການ​ສຳຫລວດ​ ສະ​ຖິ​ຕິ​ແຫ່ງ​ຊາດ ​ດ້ວຍຂະ​ໜາດ​ໃຫຍ່, ເຊິ່ງ​ມີ​ຄວາມ​ໝາຍ​ ຍຸດ​ທະ​ສາດ​ສຳ​ລັບ ​ການ​ປັບ​ປຸງ​ລະ​ບົບ ​ຂໍ້​ມູນ​ດ້ານ​ເສດ​ຖະ​ກິດ​ ແຫ່ງ​ຊາດ​ໃຫ້​ສົມ​ບູນ​ແບບ.

    • ການຂົນສົ່ງຂ້າມຊາຍແດນຜ່ານລົດໄຟຈີນ-ຫວຽດນາມ ຟື້ນຕົວດີຂຶ້ນຢ່າງໝັ້ນທ່ຽງຂ່າວຕ່າງປະເທດ

      ການຂົນສົ່ງຂ້າມຊາຍແດນຜ່ານລົດໄຟຈີນ-ຫວຽດນາມ ຟື້ນຕົວດີຂຶ້ນຢ່າງໝັ້ນທ່ຽງ

      7/15/2026 3:09:16 PM

      ກຸ່ມ​ບໍ​ລິ​ສັດ ​ທາງ​ລົດ​ໄຟ​ ແຫ່ງ​ຊາດ​ຈີນ​ຈຳ​ກັດ​ ສາ​ຂາ​ໜານ​ໜິງ​ ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ໄຕ​ມາດ​ທີ 2 ຂອ​ງ​ປີ​ນີ້, ຂະ​ບວນ​ລົດ​ໄຟ​ຈີນ-ຫວຽດ​ນາມ ​ຈາກ​ເຂດກວາງ​ຊີ​ຈີນ ໄດ້​ຂົນ​ສົ່ງ​ສິນ​ຄ້າ​ 8.940 ຕູ້​ມາດ​ຕະ​ຖານ, ເພີ່ມ​ຂຶ້ນ 13,5% ເມື່ອ​ທຽບ​ໃສ່ ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ການ​ຂົນ​ສົ່ງ​ຂ້າມ​ຊາຍ​ແດນ ຂອງ​ຂະ​ບວນ​ລົດ​ໄຟຈີນ-ຫວຽດ​ນາມ ​ຟື້ນ​ຕົວ​ດີ​ຂຶ້ນ ​ຢ່າງ​ໝັ້ນ​ທ່ຽງ.

    • ສປ ຈີນ ມີຈີດີພີຂະຫຍາຍຕົວເພີ່ມຂຶ້ນ 4,7%ຂ່າວຕ່າງປະເທດ

      ສປ ຈີນ ມີຈີດີພີຂະຫຍາຍຕົວເພີ່ມຂຶ້ນ 4,7%

      7/15/2026 2:53:24 PM

      ໃນ 6 ເດືອນຕົ້ນປີນີ້, ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂອງ ສປ ຈີນ ບັນລຸ ຫລາຍກວ່າ 69.000 ຕື້ຢວນ, ຂະຫຍາຍຕົວ ເພີ່ມຂຶ້ນ 4,7% ເມື່ອທຽບໃສ່ ປີກາຍ ຖ້າຄິດໄລ່ ດ້ວຍລາຄາ ທີ່ບໍ່ປ່ຽນແປງ.

    • ສປ ຈີນ-ສສ ຫວຽດນາມ ຊຸກຍູ້ການສ້າງ ຄູ່ຮ່ວມຊາຕາກໍາໃຫ້ກ້າວສູ່ລວງເລິກຂ່າວຕ່າງປະເທດ

      ສປ ຈີນ-ສສ ຫວຽດນາມ ຊຸກຍູ້ການສ້າງ ຄູ່ຮ່ວມຊາຕາກໍາໃຫ້ກ້າວສູ່ລວງເລິກ

      7/15/2026 2:53:15 PM

      ທ່ານ ວາງຮູ້ນິງ ກໍາມະການປະຈໍາ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ປະທານສະພາ ປຶກສາການ ເມືອງ ປະຊາຊົນແຫ່ງຊາດຈີນ ໄດ້ພົບປະຄະນະຜູ້ແທນ ພັກກອມມູນິດ ຫວຽດນາມ ທີ່ນໍາພາໂດຍ ທ່ານ ເລມິງຈີ ກໍາມະການ ກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງພາຍໃນ ສູນກາງພັກ ກອມມູນິດ ຫວຽດນາມ.

    • ສ.ອາເມລິກາ  ຈະໃຊ້ສັນຍາການຄ້າ-ການລົງທຶນ ກັບບັນດາປະເທດອ່າວເປີເຊຍຂ່າວຕ່າງປະເທດ

      ສ.ອາເມລິກາ ຈະໃຊ້ສັນຍາການຄ້າ-ການລົງທຶນ ກັບບັນດາປະເທດອ່າວເປີເຊຍ

      7/15/2026 2:51:58 PM

      ທ່ານ​ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ ສ.ອາ​ເມ​ລິກາ ໄດ້​ລົງ​ບົດ​ຄວາມ​ ໃນ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ບົນ​ພື້ນ​ຖານ​ ການ​ສົນ​ທະ​ນາ ​ກັບ​ຜູ້​ນຳ​ປະ​ເທດ ​ຕາ​ເວັນ​ອອກ​ກາງ​ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຕົນ​ໄດ້​ຕົກ​ລົງ​ ຈະ​ໃຊ້​ສັນ​ຍາ​ການ​ຄ້າ​ ແລະ ການ​ລົງ​ທຶນ ​​ທີ່​ບັນ​ດາ​ປະ​ເທດ ​ອ່າວ​ເປີ​ເຊຍ ເຊັນ​ກັບ ສ.​ອາ​ເມ​ລິກາ​ ມາປ່ຽນ​ແທນ​​ເກັບ ຄ່າ​ຂົນ​ສົ່ງ​ສິນ​ຄ້າ ​ຜ່ານ​ຊ່ອງ​ແຄບ​ ຮໍ​ມຸ​ສ​ ເປັນ 20%

ads
ads

Top