ນັກກິລາດອກປີກໄກ່ສະຖາບັນລາວ-ອາເມລິກາ ແລະ ສະຖາບັນການທະນາຄານຄອງຫຽນຄໍາຮ່ວມ

13/05/2024 10:51
Email Print 2678
ຂປລ ທ້າຍອາທິດຜ່ານມານີ້, ທີ່ເດີ່ນດອກປີກໄກ່ ເອທີ ສະປອດ ບ້ານໜອງ ວຽງຄຳ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ມີພິທີມອບຫລຽນກິລາດອກປີກໄກ່ ງານມະຫະກຳກິລາມະຫາວິທະຍາໄລລາວຄ້ັງ ທີ 2.

    *ທ້າຍອາທິດຜ່ານມານີ້, ທີ່ເດີ່ນດອກປີກໄກ່ ເອທີ ສະປອດ ບ້ານໜອງ ວຽງຄຳ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ມີພິທີມອບຫລຽນກິລາດອກປີກໄກ່ ງານມະຫະກຳກິລາມະຫາວິທະຍາໄລລາວຄ້ັງ ທີ 2 ໃຫ້ກຽດມອບຫລຽນໂດຍ ທ່ານ  ສົມໃຈ ລາດຊະວົງ ຮອງອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ, ຮອງປະທານຈັດງານມະຫະກໍາກິລາມະຫາວິທະຍາໄລລາວ ຄັ້ງທີ 2, ທ່ານ ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນກິລາດອກປີກໄກ່ແຫ່ງຊາດ, ທ່ານ ວົງປະສິດ ຈັນທະຄຸນ ຮອງອະທິການບໍດີມະຫາວະທະຍາໄລສຸພານຸວົງ, ທ່ານ ອໍາພາ  ທຸມມາລາ ຫົວໜ້າພະແນກຄຸ້ມຄອງ ນັກສຶກສາສະຖາບັນການທະນາຄານ ແລະ ທ່ານ ວົງສະທິດ ສຸວໍລະວົງ  ຜູ້ອໍານວຍການສະຖາບັນລາວ-ອາເມລິກາ ພ້ອມດ້ວຍຄະນະຈັດການແຂ່ງຂັນ, ຄູຝຶກ ແລະ ນັກກິລາແຕ່ລະພາກສ່ວນ, ກອງເຊຍເຂົ້າຮ່ວມ.  

    ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ມີການຊີງທັງໝົດ 5 ຫລຽນຄຳຄື: ລາຍການດ່ຽວຊາຍ, ຄູ່ຊາຍ, ດ່ຽວຍິງ, ຄູ່ຍິງ ແລະ  ທີມປະສົມເຊິ່ງຜົນປະກົດວ່າສະຖາບັນລາວ-ອາເມລິກາ ແລະ ສະຖາບັນການທະນາຄານ ສາມາດຍາດໄດ້ສະຖາບັນລະ 2 ຫລຽນຄຳ.ໃນນັ້ນ, ສະຖາບັນລາວ-ອາເມລິກາ ໄດ້ 2  ຫລຽນຄໍາ ຈາກລາຍການດ່ຽວຍິງ  ນາງ ທິດາຈັນ ສີປະເສີດ ແລະ ລາຍການຄູ່ປະສົມ ທ້າວ ນາມບຸນ ຫລວງ ອາມາດ ແລະ ນາງ ທິດາຈັນ ສີປະເສີດ. ຂະນະທີ່ສະຖາບັນການທະນາຄານ ໄດ້ 2 ຫລຽນຄໍາ ຈາກລາຍການດ່ຽວຊາຍ ທ້າວ ພອນສັກ ໂຊກທະວີ ແລະ ລາຍການຄູ່ຊາຍ ທ້າວ ດາວ ມີໄຊ ວໍລະສິງ ແລະ ທ້າວພອນສັກ ໂຊກທະວີ.    

     ສຳລັບການແຂ່ງຂັນດອກປິກໄກ່ ລາຍການດ່ຽວຍິງ ທີ 1 ຫລຽນຄໍາ ໄດ້ແກ່ ນາງ ທິດາຈັນ ສີປະເສີດ ຈາກສະຖາບັນລາວ-ອາເມລິກາ, ຫລຽນເງິນ ນາງ ວິລະກອນ ກົມມະນີວັນ ຈາກມະຫາວິທະຍາໄລ ວິທະຍາສາດສຸຂະພາບ ແລະ ຫລຽນທອງຮ່ວມ ນາງ ສົມສະໜິດ ຈັນ ສະຫວັນ ຈາກມະຫາວິທະຍາໄລ ວິທະຍາສາດສຸຂະພາບ ແລະ ນາງ ທິບພາວັນ ມູນໂພໄຊ ຈາກມະຫາວິທະຍາໄລແຫ່ງຊາດ. ລາຍການ ດ່ຽວຊາຍ ຫລຽນຄໍາ ໄດ້ແກ່ ທ້າວ ພອນສັກ ໂຊກທະວີ ຈາກສະຖາບັນການທະນາຄານ, ຫລຽນເງິນແມ່ນ ທ້າວ ໄຊຍະລາດ ສຸກສະຫວັນ ຈາກວິທະຍາໄລວິທະຍາສາດສຸຂະພາບ ແລະ ຫລຽນທອງຮ່ວມ ແມ່ນທ້າວ ທາວັນ ຈິດຖາວອນຈາກສະຖາບັນ ລາວ-ອາເມລິກາ ແລະ ທ້າວ ຄໍາ ຫລ້າເຊີນ ຈາກມະຫາວິທະຍາໄລ ສຸພານຸວົງ.    

    ລາຍການຄູ່ຍິງ ຫລຽນຄໍາ ໄດ້ ແກ່ ນາງ ພຸດທິດາ ມະນີວັນ ແລະ  ນາງ ແສງມະນີ ພົມມະຈັນ ຈາກມະຫາວິທະຍາໄລສຸພານຸວົງ, ຫລຽນເງິນ ແມ່ນນາງ ໝິວນິຕາ ພົມພອນ ສີ ແລະ ນາງ ທິດສະກີ ສອນດາວົງ  ຈາກສະຖາບັນຣັຕນະບໍລິຫານທຸລະກິດ ແລະ ຫລຽນທອງຮ່ວມ ແມ່ນ ນາງ ຕາດໍາ ບຸດດາຄໍາ ແລະ ນາງ ວິໄລພອນ ສິລິປັນໂຍຈາກມະຫາ ວິທະຍາໄລແຫ່ງຊາດ ແລະ ນາງ ປາລິສາ ທຸມມະວົງສາ ແລະ ນາງ ສົມສະໜິດ ຈັນສະຫວັນ ຈາກມະຫາ ວິທະຍາໄລວິທະຍາສາດສຸຂະພາບ. ລາຍການຄູ່ຊາຍ ຫລຽນຄໍາ ໄດ້ແກ່  ທ້າວ ດາວມີໄຊ ວໍລະສິງ ແລະ ທ້າວ ພອນສັກ ໂຊກທະວີ ສະຖາບັນການທະນາຄານ, ຫລຽນເງິນ ແມ່ນທ້າວ  ສົມສຸກ ພັນທະວົງ ແລະ ທ້າວ ວິທະຍາ ມະວົງສາ ຈາກສະຖາບັນລາວ- ອາເມລິກາ ແລະ ຫລຽນທອງຮ່ວມ ແມ່ນທ້າວ ມານັດ ເພຍສຸລິນ ແລະ ທ້າວ ໄຊຍະລາດ ສຸກສະຫວັດ ຈາກມະຫາວິທະຍາໄລວິທະຍາສາດສຸຂະພາບ ແລະ ທ້າວ ປາສິດ ສະຫວີວັນ ແລະ ທ້າວ ສາຍຟ້າ ສິຣິວົງ ຈາກມະຫາວິທະຍາໄລສຸພານຸວົງ. ລາຍການຄູ່ປະສົມ ຫລຽນຄໍາ  ໄດ້ແກ່ ທ້າວ ນາມບຸນ ຫລວງອາມາດ ແລະ ນາງ ທິດາຈັນ ສີປະເສີດ ຈາກສະຖາບັນລາວ-ອາເມລິກາ, ຫລຽນເງິນ ແມ່ນທ້າວ ມານັດ ເພຍ ສຸລິນ ແລະ ນາງ ວິລະກອນ ກົມ ມະນີວັນ ຈາກມະຫາວິທະຍາໄລວິທະຍາສາດສຸຂະພາບ ແລະ ຫລຽນທອງຮ່ວມ ແມ່ນ ທ້າວ ປາສິດ ສະຫວີວັນ ແລະ ນາງ ແສງມະນີ ພົມມະຈັນ ຈາກມະຫາວິທະຍາໄລສຸພານຸວົງ ແລະ ທ້າວ ແສງປະເສີດ ສົມບູນ ແລະ ນາງ ທິບພາວັນ ມູນໂພໄຊ ຈາກມະຫາວິທະຍາໄລແຫ່ງຊາດ.

ໂດຍ:ຢ່າຕົ່ງໂດຍ:ຢ່າຕົ່ງ

KPL

ຂ່າວອື່ນໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

ads
ads

Top