ຂປລ
ບົດລາຍງານ ດັດຊະນີ ສູນກາງ ການເງິນໂລກ (GFCI) ສະບັບທີ 40 ຈາກ ແຊດ/ເຢນ ກຣຸບ (Z/Yen Group) ເປັນອົງການ ຄົ້ນຄວ້າ ຂອງ ອັງກິດ ແລະ ສະຖາບັນ ເພື່ອການພັດທະນາ ແຫ່ງຊາດ ຈີນ ຢູ່ນະຄອນ ເຊິນເຈິນ
ຂປລ. ສຳນັກຂ່າວ ຊິນຮວາຂອງຈີນ, ເມື່ອບໍ່ດົນມານີ້, ບົດລາຍງານ ດັດຊະນີ ສູນກາງ ການເງິນໂລກ (GFCI) ສະບັບທີ 40 ຈາກ ແຊດ/ເຢນ ກຣຸບ (Z/Yen Group) ເປັນອົງການ ຄົ້ນຄວ້າ ຂອງ ອັງກິດ ແລະ ສະຖາບັນ ເພື່ອການພັດທະນາ ແຫ່ງຊາດ ຈີນ ຢູ່ນະຄອນ ເຊິນເຈິນ ທີ່ ໄດ້ປະເມີນສູນກາງ ການເງິນ 117 ແຫ່ງທົ່ວໂລກ ລະບຸວ່າ ເຂົດຮົ່ງກົງ (ຈີນ) ຍັງຄົງຄອງອັນດັບ 3 ຂອງໂລກ ແລະ ອັນດັບ 1 ຂອງພາກພື້ນອາຊີ-ປາຊີຟິກ ດ້ວຍຄະແນນລວມ 756 ຄະແນນ.
ບົດລາຍງານ ລະບຸວ່າ ເຂດຮົງກົງ ຍັງຄົງຄອງອັນດັບ 1 ຂອງ ໂລກ ດ້ານການໃຫ້ ບໍລິການ ເຕັກໂນໂລຊີ ການເງິນ ຫລື ຟິນເຕັກ (Fintech) ແລະ ຕິດອັນດັບສູງ ໃນ 5 ດ້ານການແຂ່ງຂັນ ເຊັ່ນ: ອັນດັບ 1 ຂອງໂລກ: ດ້ານການພັດທະນາ ພາກສ່ວນການເງິນ; ອັນດັບ 2 ຂອງໂລກ: ດ້ານທຶນມະນຸດ; ອັນດັບ 2 ໃນດ້ານທຶນມະນຸດ ແລະ ອັນດັບ 2 ໃນດ້ານ ສະພາບແວດລ້ອມ ທາງທຸລະກິດ ແລະ ໂຄງສ້າງພື້ນຖານ.
ນອກຈາກນີ້, ເຂດຮົງກົງ ຍັງຄົງມີຄະແນນ ໂດດເດັ່ນ ໃນການປະເມີນ ໂດຍຜູ້ປະກອບ ວິຊາຊີບ ໃນສາຂາຕ່າງໆ ຂອງ ອຸດສາຫະກຳ ການເງິນ ເພີ່ມຂຶ້ນ ຄອງອັນດັບ 1 ຂອງໂລກ ໃນສາຂາ ການບໍລິຫານ ການລົງທຶນ ແລະ ຍັງຄົງຄອງ ອັນດັບ 1 ຂອງໂລກ ໃນສາຂາ ການປະກັນໄພ ແລະ ການເງິນ. ທັງນີ້, ບົດລາຍງານ ດັດຊະນີສູນກາງ ການເງິນໂລກ ໄດ້ມີການ ເຜີຍແຜ່ ໃນເດືອນມີນາ ແລະ ເດືອນກັນຍາ ຂອງທຸກໆປີ ນັບຕັ້ງແຕ່ປີ 2007 ເປັນຕົ້ນມາ./
KPL