ຂປລ
ກະຊວງ ການເງິນ ສ.ອາເມລິກາ ເປີດເຜີຍຂໍ້ມູນ ວ່າ: ຍອດລວມ ການຖືຄອງ ພັນທະບັດ ສ.ອາເມລິກາ ໂດຍຊາວຕ່າງ ປະເທດ ໃນເດືອນ ກໍລະກົດ ຫລຸດລົງ 50,4 ຕື້ ໂດລາສະຫະລັດ ຍັງເຫລືອ 9,25 ພັນຕື້ ໂດລາ ສະຫະລັດ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ກະຊວງ ການເງິນ ສ.ອາເມລິກາ ເປີດເຜີຍຂໍ້ມູນ ວ່າ: ຍອດລວມ ການຖືຄອງ ພັນທະບັດ ສ.ອາເມລິກາ ໂດຍຊາວຕ່າງ ປະເທດ ໃນເດືອນ ກໍລະກົດ ຫລຸດລົງ 50,4 ຕື້ ໂດລາສະຫະລັດ ຍັງເຫລືອ 9,25 ພັນຕື້ ໂດລາ ສະຫະລັດ ເຊິ່ງເປັນ ລະດັບ ຕ່ຳສຸດ ໃນຮອບ 9 ເດືອນ (ນັບຕັ້ງແຕ່ ເດືອນຕຸລາ 2025) ເປັນຕົ້ນມາ.
ໂດຍ ຍີ່ປຸ່ນ ເຊິ່ງເປັນ ຜູ້ຖືຄອງ ພັນທະບັດ ສ.ອາເມລິກາ ລາຍໃຫຍ່ທີ່ສຸດ ໄດ້ຫລຸດ ລົງ 12,8 ຕື້ ໂດລາສະຫະລັດ ຍັງເຫລືອ ທີ່ລະດັບ 1,1 ພັນຕື້ ໂດລາສະ ຫະລັດ. ໂດຍສະເພາະ ເດືອນກໍລະກົດ, ຍີ່ປຸ່ນ ໄດ້ເຂົ້າແຊກແຊງຕະຫລາດ ເພື່ອຄໍ້າຊູ ມູນຄ່າເງິນເຢນ ເຊິ່ງຕົວເລກ ຫລ້າສຸດ ຈາກ ກະຊວງການເງິນ ຍີ່ປຸ່ນ ຊີ້ໃຫ້ເຫັນວ່າ ລັດຖະບານ ຍີ່ປຸ່ນ ອາດຈະຂາຍຫລັກຊັບ ຕ່າງປະເທດ ທີ່ຖືຄອງຢູ່ ໄປບາງສ່ວນ ເພື່ອນຳເງິນ ມາໃຊ້ ໃນການແຊກແຊງຄ່າເງິນເຢນ.
ດ້ານ ທ່ານ ສະກັອດ ເບສເຊັນ (Scott Bessent) ລັດຖະມົນຕີກະຊວງ ການເງິນ ສ.ອາເມລິກາ ໄດ້ຊີ້ແຈງຕໍ່ສະພາຕໍ່າ ວ່າ ເຫດຜົນໜຶ່ງ ທີ່ ສ.ອາເມລິກາ ຮ່ວມມືກັບ ຍີ່ປຸ່ນ ໃນການ ເຂົ້າແຊກແຊງ ຕະຫລາດ ດ້ວຍການຊື້ເງິນເຢນ ເມື່ອວັນທີ 31 ກໍລະກົດນັ້ນ ແມ່ນການຊ່ວຍຫລຸດ ຄວາມຈຳເປັນ ຂອງ ຍີ່ປຸ່ນ ໃນການ ຂາຍຊັບສິນ ສ.ອາເມລິກາ ທີ່ຖືຄອງຢູ່./
KPL