ອີຢູ ສະເໜີຫລາຍຂໍ້ລິເລີ່ມ ເພື່ອຮັບມືກັບບັນດາສິ່ງທ້າທາຍໃໝ່

18/09/2026 12:55
ຂປລ ທ່ານນາງ Ursula von der Leyen, ປະທານຄະນະກຳມະການ ເອີຣົບ (EC) ໄດ້ສະເໜີ ຫລາຍຂໍ້ລິເລີ່ມ ເພື່ອເພີ່ມທະວີ ຄວາມສາມາດ ດ້ານ ຄວາມໝັ້ນຄົງ, ຄຽງຄຸມຄວາມສ່ຽງ ຈາກປັນຍາ ປະດິດ (AI) ແລະ ປົກປ້ອງເດັກນ້ອຍ ທາງໄຊເບີ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 16 ກັນຍາ, ທ່ານ​ນາງ Ursula von der Leyen, ປະທານຄະນະກຳມະການ ເອີຣົບ (EC) ໄດ້ສະເໜີ ຫລາຍ​ຂໍ້ລິເລີ່ມ ເພື່ອເພີ່ມ​ທະ​ວີ ຄວາມສາມາດ ດ້ານ ຄວາມ​ໝັ້​ນ​ຄົງ, ຄຽງຄຸມຄວາມສ່ຽງ ຈາກປັນຍາ ປະດິດ (AI) ແລະ ປົກປ້ອງເດັກນ້ອຍ ທາງ​ໄຊ​ເບີ​.

Ursula von der Leyen ກ່າວຄຳເຫັນ​ຢູ່ ລັດຖະສະພາ ເອີຣົບ ໃນ Strasbourg, ປະເທດຝຣັ່ງ, ໂດຍ​ຖືວ່າ ເອີຣົບ ຕ້ອງການ ກົນໄກ ທີ່ ຄ້າຍຄືກັບ ອົງການ ສົນທິສັນຍາ ອັດລັງຕິກເໜືອ (NATO) ເພື່ອ​ສົມ​ທົບ​ກັນ​ ຮັບ​ມື​ກັບ​ບັນ​ດາ​ ການ​ແຊກ​ແຊງ ດ້ວຍ​ເຮືອ​ບິນ ບໍ່​ມີ​ຄົນ​ຂັບ (UAV), ການທຳລາຍ ແລະ ການໂຈມຕີ ທາງໄຊເບີ. ກ່ຽວກັບ AI, ປະທານ EC ຮຽກຮ້ອງ ໃຫ້ມີ ການຄວບຄຸມ ລະ​ດັບ​ ການພັດທະນາ ຮູບແບບ AI ທີ່ ກ້າວໜ້າທີ່ສຸດ, ຍ້ອນວ່າ ຄວາມສາມາດ ທີ່ນັບ​ມື້​​ນັບເພີ່ມຂຶ້ນ​ສູງ ຢ່າງຕໍ່ເນື່ອງ ອາດຈະ​ສ້າງຄວາມສ່ຽງ ທີ່ບໍ່ເຄີຍມີມາກ່ອນ.  ສ່ວນ ການອົບ​ພະ​ຍົ​ບ, ປະທານ EC ​ໃຫ້​ຮູ້ວ່າ ເອີຣົບ ສະເໜີ ກົນໄກ ການ​ຮັບ​ມື​ກັບ​ ສະ​ພາບ​ ການສຸກເສີນ ເອີ​ຣົບ ເພື່ອຊ່ວຍ ບັນດາປະເທດ ສະມາຊິກ ​ແກ້​ໄຂ​ ບັນ​ດາ​ ກະ​ແສ ​ອົບ​ພະ​ຍົບ ​ທີ່​ມີ ​ຂອບຂະໜາດໃຫຍ່. ນອກຈາກນັ້ນ, ການປົກປ້ອງ ເດັກນ້ອຍທາງ​ໄຊ​ເບີ,  ທ່ານນາງ von der Leyen ໄດ້ສະເໜີໃຫ້ ຫ້າມເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 13 ປີນຳໃຊ້ສື່ສັງຄົມ, ໃນຂະນະທີ່ ເດັກນ້ອຍ​ ທີ່ມີອາຍຸ 13 ຫາ 15 ປີ​​ ຈະພຽງແຕ່​ນຳໃຊ້ ​ບັນ​ດາ ບັນຊີ ທີ່​ຖືກຈຳກັດ ​ໂດຍພໍ່ແມ່ຂອງເຂົາເຈົ້າສ້າງ ແລະ ຕິດ​ຕາມເທົ່ານັ້ນ./

KPL

ຂ່າວອື່ນໆ

ads
ads

Top