ສະຫະປະຊາຊາດ ຮຽກຮ້ອງສ້າງຕັ້ງກົນໄກເພື່ອຄວບຄຸມເອໄອ

18/09/2026 12:55
ຂປລ ທ່ານ ອັນໂຕຣນິໂອ ກູເຕີຣເຣດ (Antonio Guterres) ເລຂາທິການໃຫຍ່ ສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ມີ ຄວາມພະຍາຍາມ ສົມທົບກັນ ໃນທົ່ວໂລກ ເພື່ອສ້າງຕັ້ງກົນໄກຄວບຄຸມ ຫລື “ຮົ້ວກີດຂວາງປ້ອງກັນ” ສຳລັບ ປັນຍາປະດິດ(AI).

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 16 ກັນຍາ, ທ່ານ ອັນໂຕຣນິໂອ ກູເຕີຣເຣດ (Antonio Guterres) ເລຂາທິການໃຫຍ່ ສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ມີ ຄວາມພະຍາຍາມ ສົມທົບກັນ ໃນທົ່ວໂລກ ເພື່ອສ້າງຕັ້ງກົນໄກຄວບຄຸມ ຫລື “ຮົ້ວກີດຂວາງປ້ອງກັນ” ສຳລັບ ປັນຍາປະດິດ(AI).
     ທ່ານ ອັນໂຕຣນິໂອ ກູເຕີຣເຣດ ກ່າວຄຳ​ເຫັນ​ ໃນກອງປະຊຸມ​ ຖະ​ແຫລງຂ່າວ ກ່ອນ​ຈັດ​ສັບ​ປະ​ດາ​ຂັ້ນ​ສູງ ​ຂອງກອງປະຊຸມ ​ສະ​ມັດ​ຊາ​ໃຫຍ່ ສະຫະປະຊາຊາດ 2026 ທີ່ ນະຄອນ ນິວຢອກ ຂອງ ສ.ອາເມລິກາ, ທ່ານ ອັນໂຕຣນິໂອ ກູເຕີຣເຣດ ຊີ້​ແຈ້ງວ່າ: ໂລກ ຕ້ອງ​ມີຄວາມເຂົ້າໃຈ​ລວມ ກ່ຽວກັບ ວິທີການ​ ຊຸກ​ຍູ້ການ ພັດທະນາເອໄອ ຕາມ​ທິດທີ່ປອດໄພ, ​ປິດ​ລັບ ແລະ ມີຄວາມຮັບຜິດຊອບ. ພ້ອມ​ກັນ​ນັ້ນ ກໍ່ກຳ​ນົດ​ຈຸດ​ເວ​ລາ​ ບັນ​ດາລະບົບທີ່​ນັບ​ມື້​ ນັບ​​ພັດ​ທະ​ນາ​ແຮງຂຶ້ນ​ ທີ່ຕ້ອງ​ມີ​ບັນ​ດາ​ ມາດຕະການປ້ອງກັນ ຢ່າງເຂັ້ມງວດກວ່າ ຫລື ​ມີ​ບັນ​ດາມາດຕະການ ເພີ່ມເຕີມ ເພື່ອຄຸ້ມຄອງຄວາມສ່ຽງ ທີ່ອາດ​ຈະເກີດຂຶ້ນ.      ສິ່ງດັ່ງ​ກ່າວ ຮຽກຮ້ອງໃຫ້ມີການ ຮ່ວມມື ສາກົນ​ຢ່າງແທ້ຈິງ ແລະ ​ມີຄວາມພະຍາຍາມ ​ສົມ​ທົບ​ກັນ​ ໃນ​ຂອບ​ເຂດ​ທົ່ວໂລກ.

    ທ່ານ ​ອັນໂຕຣນິໂອ ກູເຕີຣເຣດ ຖືວ່າ ໂລກຕ້ອງ​ມີ​ບັນ​ດາ​ກົນ​ໄກ ຄວບຄຸມ​ການ​ເຄື່ອນ​ໄຫວ ຢ່າງປອດໄພ ແລະ ​ຖືເອົາກຽດສັກສີ ຂອງມະນຸດ ເປັນໃຈກາງ.

KPL

ຂ່າວອື່ນໆ

ads
ads

Top