ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເຄື່ອນໄຫວວຽກງານ ຢູ່ດ່ານສາກົນລານຕຸ້ຍ ເມືອງຍອດອູ

10/05/2024 15:27
Email Print 1125
ຂປລ ຂປລ. ໃນວັນທີ 8 ພຶດສະພາ 2024 ຜ່ານມາ, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກ ຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ລົງເຄື່ອນໄຫວພົບປະເຮັດວຽກຮ່ວມ ກັບ ທ່ານ ຄໍາເຫລັກ ໃຈອີສານ, ຮອງເຈົ້າແຂວງຜົ້ງສາລີ

ຂປລ. ໃນວັນທີ 8 ພຶດສະພາ 2024 ຜ່ານມາ, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກ ຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ລົງເຄື່ອນໄຫວພົບປະເຮັດວຽກຮ່ວມ ກັບ ທ່ານ ຄໍາເຫລັກ ໃຈອີສານ, ຮອງເຈົ້າແຂວງຜົ້ງສາລີ, ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການ ກ່ຽວຂ້ອງຂອງ ແຂວງຜົ້ງສາລີ ເພື່ອຮ່ວມກັນລົງກວດກາ, ເກັບກຳຂໍ້ມູນ ແລະ ປະຊຸມປຶກສາຫາລື ກ່ຽວກັບ ຄວາມພ້ອມຂອງດ່ານ ສາກົນລານຕຸ້ຍ ເມືອງຍອດອູ ແຂວງຜົ້ງສາລີ ເພື່ອກະກຽມຄວາມພ້ອມ ໃນການເປີດເປັນດ່ານສາກົນ ຢ່າງສົມບູນ.

ການລົງໄປກວດກາ, ເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ເບື້ອງລາວ ຢູ່ດ່ານດັ່ງກ່າວໃນຄັ້ງນີ້, ເປັນການປະຕິບັດ ຕາມກົດໝາຍ ວ່າດ້ວຍຊາຍແດນແຫ່ງຊາດ; ດໍາລັດວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018 ພາກທີ II  ມາດຕາ 9, 10, 11, 13, 14  ແລະ 16  ແລະ ແຈ້ງການຂອງ ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ສະບັບເລກທີ 267/ຫສນຍ, ລົງວັນທີ 27 ກຸມພາ 2023 ເຫັນດີອະ ນຸມັດໃຫ້ບໍລິການດ່ານສາກົນລານຕຸ້ຍ ເມືອງຍອດອູ ແຂວງຜົ້ງສາລີ ຕາມການສະເໜີຂອງກະຊວງການຕ່າງປະເທດ ສືບຕໍ່ປັບປຸງໂຄງລ່າງພື້ນຖານ ເພື່ອເປີດເປັນດ່ານສາກົນຢ່າງສົມບູນແບບ. ດ່ານດັ່ງກ່າວ, ເປັນດ່ານຊາຍແດນ ລະ ຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ສາທະລະນະລັດ ປະຊາຊົນຈີນ, ມີເສັ້ນຊາຍແດນ ລະຫວ່າງ ລາວ-ຈີນ ຕັດຜ່ານ, ມີຫລັກໝາຍຊາຍແດນ ລາວ-ຈີນ ເລກທີ 7 ຕັ້ງຢູ່ບໍລິເວນດ່ານ, ຕັ້ງຢູ່ທິດຕາເວັນ ອອກຂອງເສັ້ນທາງບ້ານຫວຍອາຍ ເມືອງຍອດອູ ແຂວງຜົ້ງສາລີ ສປປ ລາວ ແລະ ບ້ານປ່າຄາ ສປ ຈີນ, ມີຄວາມສູງ 1024.9 ແມັດ.

ຜ່ານການລົງສໍາຫລວດ, ເກັບກໍາຂໍ້ມູນຢູ່ພື້ນທີ່ຕົວຈິງເຫັນວ່າ: ດ່ານດັ່ງກ່າວ, ເປັນຈຸດຍຸດທະສາດໃນການ ເຂົ້າ-ອອກດ່ານຊາຍແດນ ລະຫວ່າງ ສອງປະເທດ ແລະ ປະເທດທີສາມ, ເປັນປະຕູສູ່ຄວາມສີວິໄລ, ເຊິ່ງມີຄວາມ ສໍາຄັນ ໃນການປະກອບສ່ວນ ອຳນວຍຄວາມສະດວກ ຂອງການບໍລິການການຂົນສົ່ງສິນຄ້າ, ຜູ້ໂດຍສານ, ຍານພາຫະນະຕ່າງໆ, ນັກທ່ອງທ່ຽວ, ການເຂົ້າ-ອອກຂອງປະຊາຊົນ, ເປັນຈຸດທີ່ຈະສາມາດດຶງດູດນັກລົງທຶນເຂົ້າມາລົງທຶນ ໃນການພັດທະນາບໍລິເວນຊາຍແດນ ເພື່ອປະກອບສ່ວນ ສ້າງສາຍພົວພັນອັນດີ, ມິດຕະພາບທີ່ດີທີ່ມີມູນເຊື້ອມາ ຍາວນານ ຕາມທິດ 4 ດີ, ບັນດາປະເທດໃນພາກພື້ນ ແລະ ສາກົນ ແນໃສ່ເຮັດໃຫ້ການພັດທະນາ ເສດຖະກິດ ສັງຄົມແຫ່ງຊາດ ໃຫ້ມີການຂະຫຍາຍຕົວ ແລະ ຍືນຍົງ ໂດຍສະເພາະ ຊີວິດການເປັນຢູ່ ຂອງປະຊາຊົນ ແຂວງຜົ້ງສາລີ ກໍຄື ປະຊາຊົນລາວ ບັນດາເຜົ່າໃຫ້ມີຄວາມສົມບູນພູນສຸກຂຶ້້ນໄປເລື້ອຍໆ, ປະກອບສ່ວນເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີວິໄລ.

ຕາມການລາຍງານຂອງແຂວງຜົ້ງສາລີ, ມາເຖິງປັດຈຸບັນ ເຫັນວ່າພື້ນຖານໂຄງລ່າງຂອງດ່ານ ໂດຍສະເພາະ ແຜນຜັງລວມຂອງດ່ານ, ເສັ້ນທາງຄົມມະນາຄົມມີຄວາມສະດວກ, ລານຈອດລົດຂົນສົ່ງສິນຄ້າກວ້າງຂວາງ ສາມາດ ຮອງຮັບລົດບັນທຸກຂົນສົ່ງ ສິນຄ້າໄດ້ຫລາຍຮ້ອຍຄັນຕໍ່ມື້, ມີຕຶກອາຄານຫ້ອງການຂອງຂະແໜງການຕ່າງໆ ຂອງເຈົ້າ ໜ້າທີ່ກວດກາ ຄົນເຂົ້າ-ອອກເມືອງ, ເຈົ້າໜ້າທີ່ພາສີ ແລະ ຂະແໜງການອື່ນ, ເຮືອນພັກພະນັກງານ, ລະບົບໄຟຟ້າ, ນໍ້າປະປາ ແລະ ດ້ານອື່ນໆເຫັນວ່າມີຄວາມພ້ອມແລ້ວ.

ໃນກອງປະຊຸມປຶກສາຫາລື ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຮັບຟັງການລາຍງານກ່ຽວ ກັບ ສະພາບການຈັດຕັ້ງປະຕິບັດໜ້າທີ່ ຂອງຄະນະຄຸ້ມຄອງດ່ານ ໃນໄລຍະຜ່ານມາ, ພ້ອມທັງຮັບຟັງການປະກອບ ຄວາມຄິດເຫັນ ຂອງບັນດາຜູ້ຕາງໜ້າ ຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ແລະ ກອງປະຊຸມກໍ ເຫັນດີເປັນເອກະພາບ ໃຫ້ມີການເປີດດ່ານດັ່ງກ່າວຄືນໃໝ່ ເພື່ອເຮັດໃຫ້ການພົວພັນ, ການຄ້າຂາຍ, ການຂົນສົ່ງສິນ ຄ້າ, ການທ່ອງທ່ຽວ, ການໄປມາຫາສູ່ ຂອງປະຊາຊົນ ລະຫວ່າງ ສອງປະເທດ ໄດ້ສືບຕໍ່ນັບມື້ດີຂຶ້ນໄປເລື້ອຍໆ. ພາຍຫລັງທີ່ມີການປີດດ່ານ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19.

ໂອກາດນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຍັງໄດ້ໃຫ້ທິດຊີ້ນຳກ່ຽວກັບ ການກະກຽມຄວາມພ້ອມ ຂອງການເປີດ ດ່ານດັ່ງກ່າວຂຶ້ນເປັນດ່ານສາກົນ ຢ່າງສົມບຸນແບບ ແລະ ເປັນຮູບປະທໍາຄືນໃໝ່. ສະນັ້ນ, ສະເໜີໃຫ້ບັນດາຂະ ແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ແຂວງ ໃຫ້ມີການປະສານສົມທົບກັນໂດຍໄວ ເພື່ອກະກຽມປັບປຸງບູລະ ນະພື້ນຖານໂຄງລ່າງຂອງດ່ານ ຈໍານວນໜຶ່ງທີ່ເຫັນວ່າຍັງບໍ່ໄດ້ຕາມເງື່ອນໄຂ, ເພີ່ມຈໍານວນບຸກຄະລາກອນ ຂອງແຕ່ລະ ຂະແໜງການຄົບຕາມລະບຽບການ, ປະກອບເຄື່ອງມື ອຸປະກອນຮັບໃຊ້ ແລະ ດ້ານອື່ນໆໃຫ້ຄົບຖ້ວນ ຕາມມາດຕະ ຖານທີ່ໄດ້ກຳນົດໄວ້ໃນດຳລັດ 558/ລບ ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ເພື່ອເຮັດໃຫ້ການບໍລິ ການ ແລະ ສິ່ງອໍານວຍຄວາມສະດວກດ້ານຕ່າງໆ ຢູ່ດ່ານດັ່ງກ່າວ ໃຫ້ມີປະສິດທິຜົນສູງ ແລະ ຮັບປະກັນການ ປະຕິບັດໜ້າທີ່ວຽກງານ ເພື່ອສະເໜີເປີດເປັນດ່ານສາກົນຮ່ວມກັນຄືນໃໝ່.

KPL

ຂ່າວອື່ນໆ

    • ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບຜູ້ຕ່າງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນການເມືອງ

      ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບຜູ້ຕ່າງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນ

      1/14/2026 11:36:01 AM

      ໃນວັນທີ 13 ມັງກອນ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫລິວ ຮາຍຊິງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ.

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ ການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

ads
ads

Top