ຂປລ
ໃນວັນທີ 17 ພະຈິກ 2026, ທີ່ນະຄອນຫລວງມານິລາ, ສາທາລະນະລັດ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງນະຄອນຫລວງມານິລາ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 47 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 16-22 ພະຈິກ 2026 ໂດຍການເປັນເຈົ້າພາບຂອງລັດຖະສະພາ ແຫ່ງ ສາທາລະນະລັດ ຟີລິບປິນ.
ຂປລ. ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດລາວ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ເຟົາສຕີໂນ ໂບຈິຈີ. ດີທີ 3 (Faustino “Bojie” G. Dy III)ປະທານສະພາຜູ້ແທນລາສະດອນ ແຫ່ງ ສາທາລະນະລັດ ຟີລິບ ປິນ ໃນຖານະປະທານກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 47 ຮ່ວມກັບບັນດາຫົວໜ້າຄະນະຜູ້ແທນລັດຖະສະພາປະເທດສະມາຊິກໄອປາ, ເລຂາທິການໃຫຍ່ໄອປາ ແລະ ຮອງເລຂາທິການໃຫຍ່ອາຊຽນ ເພື່ອສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນການເປັນເຈົ້າ ພາບຈັດກອງປະຊຸມຄັ້ງສຳຄັນນີ້.
ການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 47 ຂອງຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໃນຄັ້ງນີ້ ແມ່ນການປະຕິບັດພັນທະ ແລະ ໜ້າທີ່ຄວາມຮັບຜິດຊອບອັນສຳຄັນ ໃນຖານະທີ່ສະພາແຫ່ງຊາດລາວ ເປັນສະມາຊິກສົມບູນຂອງໄອປາ. ຕະຫລອດໄລຍະການດຳເນີນກອງປະຊຸມ ຄະນະຜູ້ແທນລາວ ຈະໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະ ແລະ ກອງປະຊຸມກຳມາທິການປະຈຳດ້ານຕ່າງໆ ເພື່ອສະແດງທັດສະນະ, ແລກປ່ຽນບົດຮຽນ ແລະ ປະກອບຄຳຄິດຄຳເຫັນຢ່າງສ້າງສັນຕໍ່ບັນດາຮ່າງມະຕິ ແລະ ເນື້ອໃນສຳຄັນຂອງກອງປະຊຸມ ໃນຂອບວຽກງານການເມືອງ, ເສດຖະກິດ, ສັງຄົມ, ກອງປະຊຸມສະມາຊິກສະພາແຫ່ງ ຊາດເພດຍິງ (WAIPA), ກອງປະຊຸມສະມາຊິກສະພາແຫ່ງຊາດໜຸ່ມ (YPA) ລວມທັງກອງປະຊຸມປຶກສາຫາລືວຽກງານພາຍໃນຂອງໄອປາ.
ນອກຈາກການເຂົ້າຮ່ວມກອງປະຊຸມຫລັກແລ້ວ, ທ່ານປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຍັງຈະໄດ້ມີການພົບປະສອງຝ່າຍ ແລະ ແລກປ່ຽນຂ້ໍມູນຂ່າວສານກັບບັນດາຫົວໜ້າຄະນະຜູ້ແທນລັດຖະສະພາປະເທດເພື່ອນມິດ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ລະຫວ່າງ ລັດຖະສະພາປະເທດສະມາຊິກໄອປາ ກັບລັດຖະສະພາປະເທດຜູ້ສັງເກດການ ແລະ ອົງການຈັດຕັ້ງລັດຖະສະພາພາກພື້ນ ໃຫ້ນັບມື້ນັບແໜ້ນແຟ້ນ, ເຂົ້າສູ່ລວງເລິກ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນບັນດາປະເທດອາຊຽນ.
KPL