ກະຊວງການຕ່າງປະເທດ ສະຫລຸບວຽກງານກວດກາ ປະຈຳປີ 2023

27/04/2024 11:22
Email Print 498
ຂປລ ຂປລ. ໃນວັນທີ 26 ເມສາ 2024 ນີ້, ກະຊວງການຕ່າງປະເທດ ຈັດກອງປະຊຸມສະຫລຸບວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການປີ 2024, ພ້ອມທັງເຜີຍແຜ່ເອກະສານທີ່ກ່ຽວຂ້ອງ ຈຳນວນໜຶ່ງ



ຂປລ. ໃນວັນທີ 26 ເມສາ 2024 ນີ້
, ກະຊວງການຕ່າງປະເທດ ຈັດກອງປະຊຸມສະຫລຸບວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການປີ 2024, ພ້ອມທັງເຜີຍແຜ່ເອກະສານທີ່ກ່ຽວຂ້ອງ ຈຳນວນໜຶ່ງ  ໂດຍການເປັນປະທານຂອງ ທ່ານ ບຸນເຫລືອ ພັນດານຸວົງ ຄະນະປະຈໍາພັກ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ມີຄະນະພັກ-ຄະນະນໍາກະຊວງ, ບັນດາເລຂາໜ່ວຍພັກ, ບັນດາຄະນະກົມ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ນາງ ວິລິບ ບົວສີສະຫວັດ ຮອງຫົວໜ້າກົມກວດກາ ໄດ້ຍົກໃຫ້ເຫັນເຖິງການເຄື່ອນ ໄຫວວຽກງານກວດກາໃນໄລຍະ 1 ປີ ຜ່ານມາ ທັງດ້ານດີ, ດ້ານຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້, ຜ່ານການເຄື່ອນໄຫວວຽກງານຕິດຕາມ, ກວດກາ ໃນໄລຍະ 1 ປີ ຜ່ານມາ ເຫັນວ່າ ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ຕໍ່ວຽກງານຕິດຕາມ, ກວດກາ, ເອົາໃຈໃສ່ຕໍ່ການສະ ກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ພ້ອມທັງໄດ້ຮັບການຮ່ວມມືເປັນຢ່າງດີ ຈາກບັນດາເປົ້າໝາຍຖືກກວດກາ ແລະ ພາກສ່ວນກ່ຽວຂ້ອງ ເຊິ່ງສາມາດຕີລາຄາໄດ້ວ່າ ສະພາບການພາຍໃນກະຊວງ ການຕ່າງປະເທດມີຄວາມສະຫງົບ, ການປະຕິບັດວຽກງານມີຄວາມໂປ່ງໃສ ແລະ ມີຄວາມສາມັກຄີເອກະພາບ ໃນການເຄື່ອນໄຫວວຽກງານຢ່າງຮອບດ້ານ, ສາມາດສະກັດກັ້ນປະກົດການຫຍໍ້ທໍ້ໄດ້ຢ່າງທັນການ ແລະ ໄດ້ຮັບຜົນດີ.     



ພ້ອມກັນນີ້
, ທ່ານ ນາງ ໄກມະນີ ອໍລະບູ ກໍາມະການຄະນະພັກກະຊວງ, ຮອງປະທານຄະນະກວດກາພັກກະຊວງ, ຫົວໜ້າກົມກວດກາ ໄດ້ເຜີຍແຜ່ ຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 169/ຄລສພ, ລົງວັນທີ 15 ສິງຫາ 2022 ກ່ຽວກັບການເພີ່ມທະວີ ການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນຂອງການກວດກາ; ຄຳແນະນຳຂອງຄະນະກວດກາສູນກາງພັກ, ສະບັບເລກທີ 379/ຄກສພ, ລົງວັນທີ 7 ພະຈິກ 2023 ກ່ຽວກັບການປັບປຸງ ການຈັດຕັ້ງ ຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ;  ຄຳແນະນຳຂອງອົງການກວດກາແຫ່ງລັດ, ສະບັບເລກທີ 331/ອກຫລ, ລົງວັນທີ 3 ຕຸລາ 2023 ກ່ຽວກັບການຈັດ ຕັ້ງປະຕິບັດກົດ  ໝາຍວ່າດ້ວຍການກວດກາລັດ (ສະບັບປັບປຸງ).

ໃນຕອນທ້າຍ, ທ່ານ ບຸນເຫລືອ ພັນດານຸວົງ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳຕໍ່ກອງປະຊຸມໂດຍໄດ້ເນັ້ນໜັກ ໃຫ້ຄະນະກວດກາພັກກະຊວງ ແລະ ບັນດາຜູ້ຮັບຜິດຊອບວຽກງານກວດກາ ແຕ່ລະຂັ້ນຂອງກະຊວງການຕ່າງປະເທດ ຕ້ອງໄດ້ຄົ້ນຄວ້າ ແລະ ກໍາແໜ້ນບັນດາພາລະບົດບາດ, ສິດ ແລະ ໜ້າທີ່ ລວມທັງບັນດານິຕິກຳທີ່ກ່ຽວຂ້ອງກັບວຽກງານກວດກາ, ວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫລວງ; ຫັນວຽກງານກວດກາໃຫ້ໄປຕາມກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ແລະ ທິດຊີ້ນຳຂອງຂັ້ນເທິງເທື່ອລະກ້າວ; ຕ້ອງໄດ້ສືບຕໍ່ຖືເອົາວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ເປັນວຽກງານໜຶ່ງທີ່ສຳຄັນ ແລະ ຍົກລະດັບວຽກງານດັ່ງກ່າວຂຶ້ນເທື່ອລະຂັ້ນ; ເພີ່ມທະວີການແກ້ໄຂຜົນ ການກວດກາໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນສູງຂຶ້ນກວ່າເກົ່າ ແລະ  ຖືເອົາວຽກງານກວດກາ ເປັນໜຶ່ງໃນພາລະບົດບາດ ແລະ ແບບແຜນການນໍາພາທີ່ສຳຄັນ ຂອງພັກທີ່ຂາດບໍ່ໄດ້ ທັງເປັນຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກ-ຄະນະນໍາ ພ້ອມທັງຄົ້ນຄວ້າປັບປຸງກົນໄກ ການຕິດຕາມ-ກວດກາ ໃຫ້ຄົບຖ້ວນ, ມີຄວາມເຂົ້າໃຈເລິກເຊິ່ງຕໍ່ຄວາມສຳຄັນ ຂອງວຽກງານຕິດຕາມ-ກວດກາ.

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານ ພັກແຂວງ-ຮັກສາການເຈົ້າແຂວງບໍ່ແກ້ວ ຜູ້ໃໝ່ການເມືອງ

      ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານ ພັກແຂວງ-ຮັກສາການເຈົ້າແຂວງບໍ່ແກ້ວ ຜູ້ໃໝ່

      5/8/2024 1:39:51 PM

      ຂປລ. ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍ່ແກ້ວ (ຜູ້ເກົ່າ) ແລະ ທ່ານ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາຄະນະ ບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງບໍ່ແກ້ວ(ຜູ້ໃໝ່)

    • ປະທານປະເທດ ແຫ່ງ ສປປ ລາວ ເດີນທາງ ໄປຢ້ຽມຢາມ-ເຮັດວຽກ ທີ່ສະຫະພັນ ຣັດເຊຍການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ເດີນທາງ ໄປຢ້ຽມຢາມ-ເຮັດວຽກ ທີ່ສະຫະພັນ ຣັດເຊຍ

      5/8/2024 10:31:04 AM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ໃນຕອນຄໍ່າຂອງ ວັນທີ 7 ພຶດສະພາ 2024, ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວເຮັດວຽກ ຢູ່ ສະຫະ ພັນ ຣັດເຊຍ

    • ໂຮມຊຸມນຸມ ສະເຫລີມສະຫລອງວັນໄຊຊະນະບັ້ນຮົບດຽນບຽນຟູການເມືອງ

      ໂຮມຊຸມນຸມ ສະເຫລີມສະຫລອງວັນໄຊຊະນະບັ້ນຮົບດຽນບຽນຟູ

      5/7/2024 8:49:41 PM

      ຂປລ. ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງ ວັນໄຊຊະນະບັ້ນ​ຮົບດຽນບຽນຟູ ຄົບຮອບ 70 ປີ (7/5/1954-7/5/2024) ຈັດຂຶ້ນໃນວັນທີ 7 ພຶດສະພາ 2024 ໂດຍມີ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ພ້ອມດ້ວຍການນຳພັກ, ລັດ, ພະນັກງານລັດຖະກອນ ເຂົ້າຮ່ວມ.

    • ລາວ-ຣັດເຊຍ ເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ຣັດເຊຍ ເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ

      5/7/2024 8:33:19 PM

      ຂປລ. ​ທ່ານ ວາລາດິເມຍ ກາລິນນິນ (Vladimir Kalinin) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະພັນ ຣັດເຊຍ ປະຈຳ ສປປ ລາວ ໄດ້ຕີລາຄາສູງຕໍ່ ເດີນທາງໄປຢ້ຽມຢາມ ​ແລະ ເຮັດວຽກຢູ່ ສະຫະພັນ ຣັດເຊຍ ແຕ່ວັນທີ 7-11 ພຶດສະພາ 2024 ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ, ສະເຫລີມສະຫລອງຄົບຮອບ 30 ປີ

    • ຫວຽດນາມ ໂຮມຊຸມນຸມສະຫລອງ ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີການເມືອງ

      ຫວຽດນາມ ໂຮມຊຸມນຸມສະຫລອງ ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ

      5/7/2024 8:21:25 PM

      ຂປລ. ພິທີສະເຫລີມສະຫລອງ ວັນ​ໄຊຊະນະບັ້ນ​ຮົບ​ດຽນບຽນ​ຟູ ຄົບຮອບ 70 ປີ(07/05/1954-07/05/2024) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ຢູ່ເມືອງດຽນບຽນຟູ ແຂວງດຽນບຽນຟູ ສສ ຫວຽດນາມ​​ ໃນວັນທີ 7 ພຶດສະພາ 2024 ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ຟ້າມ ມິງຈິງ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກ ສປປ ລາວ

ads
ads

Top