ເພີ່ມທະວີການໃຫ້ວັກຊິນກັນພະຍາດ ຢ່າງມີປະສິດທິພາບ ໃນຂະບວນການ ວສຊ

08/05/2024 14:30
Email Print 191
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ຫ້ອງການສາທາລະນາສຸກ ເມືອງປາກອູ ແຂວງຫລວງພະບາງ ຈັດກອງປະຊຸມ ເພື່ອຊີ້ແຈງການຈັດຕັ້ງປະຕິບັດວຽກງານ ການສັກວັກຊິນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ໃນຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ (ວສຊ)

   ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ຫ້ອງການສາທາລະນາສຸກ ເມືອງປາກອູ ແຂວງຫລວງພະບາງ ຈັດກອງປະຊຸມ ເພື່ອຊີ້ແຈງການຈັດຕັ້ງປະຕິບັດວຽກງານ ການສັກວັກຊິນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ໃນຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ (ວສຊ) ປະຈໍາປີ 2024 ຢູ່ພາຍໃນເມືອງ ໃນວັນທີ 7 ພຶດສະພາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ຫຸມແພງ ວິລະໄຊ ຮອງເຈົ້າເມືອງປາກອູ, ທ່ານ ຫຸມພັນ ຈີລະສັກ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງ, ທ່ານ ຊາຍຄຳ ຈັນທະວົງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ພ້ອມດ້ວຍຄະນະກຳມະການເພື່ອແມ່ ແລະເດັກຂັ້ນເມືອງ, ວິຊາການຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.  ທ່ານ ຫຸມພັນ ຈີລະສັກ ໄດ້ມີຄຳເຫັນຊີ້ນຳທາງດ້ານວິຊາການ ເພື່ອໃຫ້ຄະນະຮັບຜິດຊອບ ສຸມໃສ່ການວາງແຜນການສັກວັກຊິນກັນພະຍາດໝາກແດງ ໃຫ້ບັນລຸຕາມແຜນການ ທັງເປີດໂອກາດໃຫ້ເດັກນ້ອຍ ທີ່ມີອາຍຸ ແຕ່ 9 ເດືອນ ຫາ 5 ປີ ໄດ້ຮັບການສັກວັກຊິນກັນພະຍາດໝາກແດງ ໃນຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ ທີ່ຈະມີຂຶ້ນໃນລະຫວ່າງວັນທີ 20-31 ພຶດສະພາ 2024 ນີ້ ຢ່າງທົ່ວເຖິງ ເພື່ອແນໃສ່ຮັບປະກັນ ການລົບລ້າງອັດຕາການແຜ່ເຊື້ອພະຍາດ ໝາກແດງໃຫຍ່-ໝາກແດງນ້ອຍ ໂດຍການເພີ່ມທະວີການໃຫ້ວັກຊິນ ກັນພະຍາດ ຢ່າງມີປະສິດທິພາບ ທັງນໍາໃຊ້ໂອກາດການເປີດຂະບວນການ ວສຊ ໃນການສະໜອງວິຕາມິນເອ ແລະ ສັກວັກຊິນໃນຮອບວຽນປົກກະຕິ ໃຫ້ເດັກນ້ອຍໃນຊຸມຊົນ ທີ່ເຂົ້າເຖິງຍາກ ແລະ ຊຸມຊົນທີ່ມີຄວາມສ່ຽງສູງ ເພື່ອຍົກສູງອັດຕາກັນພະຍາດໃນຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ ລວມທັງກັນພະຍາດໝາກແດງ ແລະ ຮອບປົກກະຕິໃຫ້ສູງຂຶ້ນກວ່າເກົ່າ.   ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງລາຍງານ ສະພາບການລະບາດ ຂອງພະຍາດໝາກແດງ ແລະ ຄວາມສໍາຄັນ ຂອງການຈັດຕັ້ງປະຕິບັດວຽກງານ ການໃຫ້ວັກຊິນ ໄລຍະຜ່ານມາ ແລະ ແຜນກະກຽມ ຈັດຕັ້ງຂະບວນການ ວສຊ, ການຂົນຂວາຍ ແລະ ປຸກລະດົມຊຸມຊົນ ຈາກຂະແໜງການທີ່ກ່ຽວຂ້ອງ ຂອງພະແນກສາທາລະນະສຸກແຂວງ. ພ້ອມດຽວກັນນີ້, ຍັງໄດ້ປຶກສາຫາລື ໃນການກະກຽມວຽກງານປີ່ນອ້ອມ ເພື່ອຕິດຕາມ, ຊຸກຍູ້ຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ ຕິດພັນກັບການໃຫ້ວັກຊິນປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້ຄື 95% ຂຶ້ນໄປຂອງກຸ່ມເປົ້າໝາຍ.

KPL

ຂ່າວອື່ນໆ

ads
ads

Top