ຫວຽດນາມ ໂຮມຊຸມນຸມສະຫລອງ ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ

07/05/2024 20:21
Email Print 269
ຂປລ ຂປລ. ພິທີສະເຫລີມສະຫລອງ ວັນ​ໄຊຊະນະບັ້ນ​ຮົບ​ດຽນບຽນ​ຟູ ຄົບຮອບ 70 ປີ(07/05/1954-07/05/2024) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ຢູ່ເມືອງດຽນບຽນຟູ ແຂວງດຽນບຽນຟູ ສສ ຫວຽດນາມ​​ ໃນວັນທີ 7 ພຶດສະພາ 2024 ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ຟ້າມ ມິງຈິງ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກ ສປປ ລາວ



ຂປລ. ພິທີສະເຫລີມສະຫລອງ ວັນ​ໄຊຊະນະບັ້ນ​ຮົບ​ດຽນບຽນ​ຟູ ຄົບຮອບ
70 ປີ(07/05/1954-07/05/2024) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ຢູ່ເມືອງດຽນບຽນຟູ ແຂວງດຽນບຽນຟູ ສສ ຫວຽດນາມ​​ ໃນວັນທີ 7 ພຶດສະພາ 2024 ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ຟ້າມ ມິງຈິງ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກ ສປປ ລາວ ນຳໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະຜູ້ແທນຂັ້ນສູງຈາກ ກຳປູເຈຍ ແລະ ການນໍາຈາກບັນດາປະເທດເພື່ອນມິດຫວຽດນາມ, ອະດີດການນໍາພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ນັກຮົບປະຕິວັດ, ພະນັກງງານອະວຸໂສບຳນານ, ບັນດາກົມ, ກະຊວງ, ອົງການຈັດຕັ້ງສູນກາງ, ແຂວງ, ນະຄອນ ແລະ ຜູ້ຕາງໜ້າຈາກແຂວງ ດຽນບຽນຟູ ຕະຫລອດຮອດປະຊາຊົນຫວຽດ ນາມ ເຂົ້າຮ່ວມ.



ສະຫາຍ ຟ້າມ ມິງຈິງ ໄດ້ກ່າວເປີດພິທີຢ່າງເປັນທາງການ ໂດຍໄດ້ຍົກໃຫ້ເຫັນມູນເຊື້ອ ແຫ່ງການຕໍ່ສູ້ອັນພິລະອາດຫານຂອງນັກຮົບວິລະຊົນ ຫວຽດນາມ ໃນບັນຮົບດຽນບຽນຟູ ເຊິ່ງວັນໄຊສະນະດຽນບຽນຟູ ໄດ້ຢັ້ງຢືນເຖິງຄວາມກ້າຫານ
, ຄວາມຊຳນິຊຳນານ, ການນຳພາອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ນໍາໂດຍ ປະທານ ໂຮ່ຈີ່ມິນ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນຫຽດນາມ, ພ້ອມທັງ ສະແດງໃຫ້ເຫັນເຖິງຄວາມ​ເຂັ້ມ​ແຂງ​ຂອງ ​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ອັນ​ຍິ່ງ​ໃຫຍ່ ​ຂອງ​ປະຊາຊົນ​ຫວຽດນາມ ແລະ ການປະກອບສ່ວນຢ່າງຈິງໃຈຈາກ ສປ ຈີນ, ອະດີດສະຫະພາບໂຊຫວຽດ, ບັນດາປະເທດສັງຄົມນິຍົມ ແລະ ບັນດາປະເທດເພື່ອນມິດ ທີ່ຮັກຫອມສັນຕິພາບທົ່ວໂລກ, ພິເສດ ແມ່ນ ສປປ ລາວ ແລະ ກຳປູເຈຍ ທີ່ຄຽງບ່າຄຽງໄຫລ່ຕໍ່ສູ້ຈົນໄດ້ຮັບໄຊຊະນະ ເຊິ່ງໄຊຊະນະດຽນບຽນຟູ ໄດ້ທຳລາຍແຜນການ ນາວາ ຢ່າງສິ້ນເຊິງ,  ເປັນໄຊຊະນະ​ອັນ​ໃຫຍ່​ຫລວງ​ຂອງ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ຂອງ 3 ປະ​ເທດ​ອິນ​ດູ​ຈີນ ຫວຽດນາມ-ລາວ-ກຳປູ​ເຈຍ ເຊິ່ງ ​ປະທານ ​ໂຮ່ຈີ່ມິນ ຢືນຢັນ​ວ່າ: ໄຊຊະນະ​ດຽນບຽນ​ຟູ ​ແມ່ນ​ຂີດ​ໝາຍ​ປະຫວັດສາດ​ອັນ​ສະຫງ່າ​ງາມ”, ນັ້ນ​ບໍ່ພຽງແຕ່ເປັນ​ໄຊຊະນະ​ອັນ​ໃຫຍ່​ຫລວງ​ ສຳລັບ​ປະຊາຊົນ​ຂອງ​ພວກ​ເຮົາ, ​ແຕ່​ຍັງ​ເປັນ​ໄຊຊະນະ​ທົ່ວ​ໄປ ​ຂອງ​ປະຊາຊົນ​ທີ່​ຖືກ​ກົດ​ຂີ່​ຂົ່ມ ​ເຫັງ​ທັງ​ໝົດ​ໃນ​ໂລກ. ໄຊຊະນະ​ດັ່ງກ່າວ, ຍັງເປັນບ່ອນອີງທີ່ໜັກແໜ້ນ, ທັງເປັນແວ່ນແຍງ ທີ່ໃສແຈ້ງ ໃຫ້ແກ່ບັນດາປະຊາຊາດທີ່ຕົກເປັນຫົວເມືອງຂຶ້ນ ໄດ້ລຸກຂຶ້ນຕໍ່ສູ້ຕ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງເມືອງຂຶ້ນ ຢູ່ຫລາຍບ່ອນໃນທົ່ວໂລກ, ປະກອບ ສ່ວນອັນສົມກຽດ ເຂົ້າໃນພາລະກິດຕໍ່ສູ້ອັນຍິ່ງໃຫຍ່ ຂອງມວນມະນຸດ ທີ່ກ້າວໜ້າເພື່ອສັນຕິພາບ, ເອກະ ລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າ ຂອງສັງຄົມ.



ໃນວັນ​ທີ
7 ພຶດສະພາ 1954 ທຸງ​ຊາດ​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ປິວສະບັດຂຶ້ນເໜືອຂຸມຄອງ ເປັນສັນຍາລັກສະແດງໃຫ້ເຫັນວ່າ ບັ້ນຮົບດຽນບຽນ​ຟູ ​ໄດ້​ສິ້ນ​ສຸດ​ລົງດ້ວຍໄຊຊະນະອັນສະຫງ່າງາມ ແລະ ເປັນໄຊຊະນະ ທີ່ສົ່ງສຽງກ້ອງກັງວານໄປທົ່ວ 5 ທະວີບ, ສັ່ນສະເທືອນໄປທົ່ວໂລກ, ໄດ້ຮັບການບັນທຶກໃນປະຫວັດສາດຂອງຊົນຊາດ ໃນສັດຕະວັດທີ 20, ມີຄວາມໝາຍອັນໃຫຍ່ຫລວງ ສຳລັບ ຊາວ​ຫວຽດນາມ ​ແລະ ປະຊາຊົນ ​ທີ່​ຮັກ​ຫອມ​ສັນຕິພາບ​ໃນ​ໂລກ ໄດ້ບັງຄັບ​ໃຫ້ ຈັກກະພັດລ່າເມືອງຂຶ້ນແບບເກົ່າ ລົງ​ນາມ​ໃນສົນທິ​ສັນຍາ ​ທີ່​ ນະຄອນ​ເຈ​ນີວາ ວ່າດ້ວຍ​ການ​ຢຸດຕິ​ສົງຄາມ ​ແລະ ຟື້ນ​ຟູ​ສັນຕິພາບ​ຢູ່​ອິນ​ດູ​ຈີນ; ໄຊຊະນະດຽນບຽນຟູ ໄດ້ກາຍເປັນຄວາມເອກອ້າງທະນົງໃຈ ຂອງປະຊາຊົນຫວຽດນາມ ໃນພາລະກິດສ້າງສາພັດທະນາປະເທດຊາດ ຊົ່ວກາລະນານ, ມານະຈິດຂອງດຽນບຽນຟູ ຍັງໃສແຈ້ງ, ຍັງເປັນກຳລັງແຮງປຸກລະດົມອັນຍິ່ງໃຫຍ່ ຂອງປະຊາຊົນຫວຽດນາມ ໃນພາລະກິດປ່ຽນແປງໃໝ່ ແນໃສ່ປະຕິບັດຈຸດໝາຍ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຄວາມສະເໝີພາບ, ປະຊາທິປະໄຕ, ສີວິໄລ”. ພ້ອມນີ້, ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະ ຂອງປະຊາ ຊົນຫວຽດນາມ ແຕ່ຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍຕົນເອງ.



ໃນໂອກາດດຽວກັນ
, ສະຫາຍ ຟ້າມ ມິງຈິງ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແລະ ລັດຖະບານ ປະດັບຫລຽນໄຊອິດສະຫລະ ຊັ້ນ 1 ໃຫ້ແກ່ ອົງຄະນະພັກ ອໍານາດການປົກຄອງ ແລະ ປະຊາຊົນ ດຽນບຽນຟູ ຕື່ມອີກ.

 ຂ່າວ-ພາບ: ທະນູທອງ
KPL

ຂ່າວອື່ນໆ

ads
ads

Top