ຄະນະຜູ້ແທນນະຄອນລາຍເຈົ່າ ສສ ຫວຽດນາມ ເຂົ້າຢ້ຽມຂໍານັບ ການນໍາແຂວງຜົ້ງສາລີ

08/05/2024 14:46
Email Print 193
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ຄະນະຜູ້ແທນນະຄອນລາຍເຈົ່າ ແຂວງລາຍເຈົ່າ ແຫ່ງ ສສ ຫວຽດນາມ ນໍາໂດຍສະຫາຍ ຕົ້ງແທ່ງບິ່ງ ກຳມະການປະຈໍາພັກແຂວງ ເລຂາພັກນະຄອນລາຍເຈົ່າ

   ຂປລ. ແຫລ່ງຂ່າວຈາກ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ຄະນະຜູ້ແທນນະຄອນລາຍເຈົ່າ ແຂວງລາຍເຈົ່າ ແຫ່ງ ສສ ຫວຽດນາມ ນໍາໂດຍສະຫາຍ ຕົ້ງແທ່ງບິ່ງ ກຳມະການປະຈໍາພັກແຂວງ ເລຂາພັກນະຄອນລາຍເຈົ່າ ໄດ້ເຂົ້າຢ້ຽມຂໍ່ານັບການນໍາແຂວງຜົ້ງສາລີ ໃນວັນທີ 7 ພຶດສະພາ 2024 ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ວີສອນ ລາວເມົາ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງຜົ້ງສາລີ ຜູ້ຊີ້ນໍາຂົງເຂດເສດຖະກິດ ພ້ອມດ້ວຍຄະນະ.  ໂອກາດນີ້, ສະຫາຍ ຕົ້ງແທ່ງບິ່ງ ໄດ້ແຈ້ງຈຸດປະສົງ, ແຜນການເຄື່ອນໄຫວ ແລະ ເຮັດວຽກຟູ່ແຂວງຜົ້ງສາລີ ໃນຄັ້ງນີ້ ພ້ອມທັງລາຍງານສະພາບຈຸດພິເສດ, ທີ່ຕັ້ງໃຫ້ການນໍາແຂວງຜົ້ງສາລີຊາບ.  ສະຫາຍ ວີສອນ ລາວເມົາ ໄດ້ຕີລາຄາສຸງຕໍ່ກັບຜົນງານ, ໄຊຊະນະຂອງນະຄອນລາຍເຈົ່າ ແລະ ແຜນການເຄື່ອນໄຫວເຮັດວຽກຄັ້ງນີ້. ພ້ອມດຽວກັນ, ກໍໄດ້ລາຍງານສະພາບທີ່ຕັ້ງ, ຈຸດພິເສດ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງຜົ້ງສາລີ ແລະ ການເຄື່ອນໄຫວພົວພັນຮ່ວມມື ລະຫວ່າງສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງຜົ້ງສາລີ ກັບແຂວງລາຍເຈົ່າ.  ທັງສອງຝ່າຍ ຍັງໄດ້ສະເໜີທິດທາງແຜນການຮ່ວມມື ເພື່ອສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແບບພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ລາວ-ຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນ ແລະ ໝັ້ນຄົງຂະນົງແກ່ນຊົ່ວກາລະນານ.

ຂ່າວ: ສິນນະກອນ ໂນລະສິນ
KPL

ຂ່າວອື່ນໆ

ads
ads

Top