ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂ

02/05/2024 14:44
Email Print 620
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ) ຈັດກອງປະຊຸມຖອດຖອນບົດຮຽນ ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ 6 ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II ​ເພື່ອເປັນການແລກປ່ຽນບົດຮຽນ, ຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາປະຊາ ຊົນຂັ້ນແຂວງ



ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ) ຈັດກອງປະຊຸມຖອດຖອນບົດຮຽນ ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ
5 ແລະ 6 ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II ​ເພື່ອເປັນການແລກປ່ຽນບົດຮຽນ, ຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາປະຊາ ຊົນຂັ້ນແຂວງ (ສພຂ) ໃຫ້ມີປະສິດທິພາບ ແລະ ຖືກຕ້ອງຕາມກົດໝາຍທີ່ກຳນົດໄວ້ ເປັນຕົ້ນ ການກະກຽມ, ການດໍາເນີນ, ການພິຈາລະນາ ແລະ ຮັບຮອງເນື້ອໃນກອງປະຊຸມ ເພື່ອເຫັນໄດ້ດ້ານດີທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງປັບປຸງແກ້ໄຂໃນຕໍ່ໜ້າ ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ,  ມີທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານ ສະມາຊິກສະພາແຫ່ງຊາດ, ມີຮອງປະທານ ກວສຊ, ປະທານ-ຮອງປະທານ ສພຂ ຈາກ 17 ແຂວງ ແລະ ຮອງປະທານສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ທ່ານ ຄຳໃບ ດຳລັດ ໄດ້ມີຄຳ​ເຫັນວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນຮັບຟັງບົດສະຫລຸບ, ບົດປະກອບຄໍາເຫັນຕໍ່ກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນ ຂັ້ນແຂວງທັງສອງຄັ້ງຜ່ານມາ ເພື່ອຖອດຖອນບົດຮຽນ, ຊອກໃຫ້ເຫັນດ້ານດີ ເພື່ອສືບຕໍ່ເສີມຂະ ຫຍາຍ ແລະ ຂໍ້ຄົງຄ້າງ ເພື່ອປັບປຸງແກ້ໄຂ ແນໃສ່ເຮັດໃຫ້ການກະກຽມ ແລະ ການດໍາເນີນກອງປະຊຸມຄັ້ງຕໍ່ໄປ ໄດ້ຮັບການປັບປຸງດ້ານຄຸນນະພາບສູງຂຶ້ນ ເປັນຕົ້ນ ການກະກຽມ ແລະ ພິຈາລະນາ-ຮັບຮອງເອົາບັນດານິຕິກຳ, ບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ແລະ ການຕິດຕາມກວດກາຂອງກອງປະຊຸມ ລວມທັງການກະກຽມ ແລະ ດໍາເນີນການປະເມີນບຸກຄະລາກອນທີ່ມາລາຍງານ, ຊີ້ແຈງ ແລະ ຕອບຄໍາຊັກຖາມ ໃນກອງປະຊຸມສະໄໝສາມັນແຕ່ລະຄັ້ງ.



ໃນກອງປະຊຸມ
, ຜູ້​ເຂົ້າ​ຮ່ວມໄດ້ຮັບຟັງການສະເໜີ ບົດລາຍງານກ່ຽວກັບການສະຫລຸບ, ຕີລາຄາຜົນສໍາເລັດການດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ 5 ແລະ 6 ຂອງ ສພຂ ຊຸດທີ II; ການກະກຽມ ແລະ ພິຈາລະນາ, ຮັບຮອງເອົາບັນຫາ ສຳຄັນພື້ນຖານ ຂອງທ້ອງຖິ່ນ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງ ສພຂ ຊຸດທີ II ຈາກປະທານ ສພຂ ຜົ້ງສາລີ; ການກະກຽມ ແລະ ພິຈາລະນາ, ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງທ້ອງຖິ່ນໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງ ສພຂ ຊຸດທີ II ຈາກປະທານ ສພຂ ຫລວງນໍ້າທາ; ການກະກຽມ ແລະ ພິຈາລະນາ, ຮັບຮອງເອົານິຕິກຳສຳຄັນຂອງທ້ອງຖິ່ນຂອງ ສພຂ ຊຸດທີ II ຈາກປະທານ ສພຂ ຄຳມ່ວນ; ການຕິດຕາມກວດກາຂອງກອງປະຊຸມ ສພຂ, ການກະກຽມ ແລະ ດຳເນີນການປະເມີນ ບຸກຄະລາກອນທີ່ມາລາຍງານ, ຊີ້ແຈງ ແລະ ຕອບຄຳຊັກຖາມ ໃນກອງປະຊຸມ ສພຂ ຊຸດທີ II ຈາກປະທານ ສພຂ ສາລະວັນ. ຈາກນັ້ນ, ບັນດາຜູ້ແທນກອງປະຊຸມ ໄດ້ເອົາໃຈໃສ່ສຸມສະຕິປັນຍາ ແລະ ເປັນເຈົ້າການໃນການຄົ້ນຄວ້າ, ແລກປ່ຽນຄໍາຄິດເຫັນຢ່າງສ້າງສັນ ແລະ ມີຈຸດສຸມ.

ຂ່າວ-ພາບ: ສຸພາວັນ ຫອມສະນິດ
KPL

ຂ່າວອື່ນໆ

ads
ads

Top