5865

lh k'7;k,g0A ,c0' .sh ]t[q [Ia dlk l5 0trk[la f.o]k; s;Pfok, 3I,-5 ,o5 ,lts]v' ;a ow--tot[A oIq [fPo[Po26 7q [Iv[ 70 xu 7totoe9kdl6 odk' c]t c0;' 8y f8k, dkora fmtokIv[fh ko 16j d5j ,[h ko9P'86 [ g,n v'-q oot[6 ]u gda [dj P; zq ozt]y fg0Q kokc-'leg]a f 100% ,v[{Ia [|h kmuj ]a f4t,q o8u dt-;'czodko c]t dko]q 'mb o xtmkoxtgmf csj ' lxx ]k; gfu omk'1h P,1k,mu j ltstra o ia fg-p lxx ]k; ltgs]u ,lts]v' ;a ow--tot[A oIq [fPo[Po26 7tot[= ]y sko'kol6 odk'ra d xx ]k; v;prvo ;a ow--tot[A oIq [fPo[Po26 7q [Iv[ 70 xu ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 08.05.2024 ປີທີ 23 ສະບັບທີ 5.924 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຂປລ. ເມື່ອບໍ່ດົນມານີ້, ທ່ານ ພົນ ຈັດຕະວາບົວໄລພົມລາວົງຮອງຫົວ ໜ້າກົມກໍ່ສ້າງຮາກຖານກົມໃຫຍ່ ຂປລ. ເນື່ອງໃນໂອກາດ ວັນໄຊຊະນະດຽນບຽນຟູ ຄົບຮອບ 70 ປີ (7/5/1954-7/5/2024), ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງໂທລະເລກອວຍພອນເຖິງຄະນະບໍລິຫານງານສູນ ກາງພັກກອມມູນິດຫວຽດນາມ. ເນື້ອໃນໂທລະເລກ ໄດ້ລະບຸວ່າ: ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ໄມຕີຈິດມິດຕະພາບອັນສະ ໜິດສະໜົມຖານສະຫາຍອ້າຍນ້ອງມາຍັງຄະນະບໍລິຫານງານສູນກາງ ພັກກອມມູນິດ ຫວຽດນາມ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທຸກ ຖ້ວນໜ້າ. ພາຍຫລັງການປະຕິວັດເດືອນສິງຫາ 1945, ຈັກກະພັດລ່າ ເມືອງ ຂຶ້ນຝຣັ່ງ ໄດ້ກັບຄືນມາຮຸກຮານຫວຽດນາມ ກໍຄື ອິນດູຈີນ ຄັ້ງທີ 2 ໂດຍ ໃຊ້ກໍາລັງປະກອບອາວຸດເປີດບັ້ນຮົບບຸກໂຈມຕີ. ປະຕິບັດແນວທາງການ ຕໍ່ສູ້ທົ່ວປວງຊົນ, ຮອບດ້ານ, ຍາວນານ, ອີງໃສ່ກໍາລັງແຮງຂອງຕົນ ເອງເປັນຫລັກ, ດ້ວຍອາວຸດທີ່ມີ ແລະ ຈິດໃຈເດັດດ່ຽວຕໍ່ສູ້ຈົນສາມາດ ຂປລ. ພິທີມອບ-ຮັບໜ້າທີ່ລະ ຫວ່າງ ສະຫາຍ ຄຳເຈນ ວົງໂພສີ ກໍາມະການສູນກາງພັກ, ເລຂາຄະ ນະພັກ ລັດຖະມົນຕີ ກະຊວງແຜນ ຂປລ. ໃນເມື່ອບໍ່ດົນມານີ້,ກະ ຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ຈັດກອງປະຊຸມເພື່ອນໍາສະເໜີ 2 ໂຄງການຄື: ໂຄງການ “ການເສີມ ສ້າງລະບົບຮັກສາສຸຂະພາບສັດ ເພື່ອການຫລຸດຜ່ອນໄພຂົ່ມຂູ່ທາງ ຊີວະພາບຢູ່ໃນອາຊີຕາເວັນອອກ ສ່ຽງໃຕ້” ແລະ ໂຄງການ “ການສະ ໜັບສະໜູນດ້ານວິຊາການໃນລະ ບົບການຮັກສາສຸຂະພາບສັດເພື່ອ ຮັບມືກັບພະຍາດສັດເກີດໃໝ່ ແລະ ]k;{ia fg-p glu ,0tspkp lkprq ;ra oIj ;,,n lv'/j kp ກະຊວງປ້ອງກັນປະເທດ, ທ່ານມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການ ແລະ ການລົງທຶນ (ຜູ້ໃໝ່) ຈັດຂຶ້ນ ໃນຕອນບ່າຍວັນທີ 6 ພຶດສະພາ 2024 ໂດຍການເຂົ້າຮ່ວມຂອງສະ ຫາຍ ສອນໄຊ ສີພັນດອນ ກໍາມະ ການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີຄະນະປະຈຳ ພັກ, ກຳມະການພັກ ແລະ ພະນັກ ງານຫລັກແຫລ່ງພາຍໃນກະຊວງ ເຂົ້າຮ່ວມ. ໃນພິທີ,ສະຫາຍ ຄໍາເຈນ ວົງໂພສີ ໄດ້ມີບາງຄໍາເຫັນ ເພື່ອລາຍງານ ສະພາບການປະຕິບັດໜ້າທີ່ວຽກ ງານຢູ່ກະຊວງແຜນການ ແລະ ການ ລົງທຶນ ເປັນເວລາ 2 ປີກວ່າວ່າ: ຕະ ຫລອດໄລຍະ 2 ປີກວ່າທີ່ຜ່ານມາ, ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໃນລະ ດູການຜະລິດເຂົ້ານາແຊງ ຂອງກະ ສິກອນ ເມືອງຊົນນະບູລີ ແຂວງສະ ຫວັນນະເຂດ ສາມາດເກັບກ່ຽວ ເຂົ້າ ສຳເລັດ 100% ເຖິງຢ່າງໃດກໍຕາມ ການເກັບກ່ຽວເຂົ້ານາແຊງປີນີ້ແມ່ນ ຫລຸດແຜນການທີ່ວາງໄວ້ 4% ທັງ ນາຫວ່ານແລະນາດໍາເນື່ອງຈາກນໍ້າ ບໍ່ພຽງພໍຕໍ່ການຜະລິດ, ປັດໄຈການ ຜະລິດຄ່າຈ້າງງານ ແລະ ຄ່າໄຟ ຟ້າ ສູງ ລວມທັງຄ່ານໍ້າມັນໃຊ້ເຂົ້າໃນ ການຜະລິດກໍສູງຂຶ້ນ. ທ່ານ ຄໍາສຸກ ອີນທະວົງ ຂປລ. ທ່ານ ວາລາດິເມຍ ກາ ລິນນິນ (Vladimir Kalinin) ເອກ ອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມແຫ່ງ ສະຫະພັນ ຣັດເຊຍ ທ່ານ ວາລາດິເມຍ ກາ ລິນນິນ ປະຈຳ ສປປ ລາວ ໄດ້ຕີລາຄາສູງຕໍ່ ເດີນທາງໄປຢ້ຽມຢາມ ແລະ ເຮັດ ວຽກຢູ່ສະຫະພັນ ຣັດເຊຍ ແຕ່ວັນທີ 7-11 ພຶດສະພາ 2024 ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເພື່ອສືບຕໍ່ຮັດ ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ, ສະເຫລີມສະຫລອງ ຄົບຮອບ 30 ປີ ການລົງນາມສົນທິ ສັນຍາວ່າດ້ວຍພື້ນຖານການພົວພັນ ມິດຕະພາບ ລະຫວ່າງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ກັບສະຫະພັນ ຣັດເຊຍ (1994-  ອ່ານຕໍ່ໜ້າ 2 ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງ ທ່ານ ວາລາ ດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ໃນຕອນຄໍ່າຂອງ ວັນທີ 7 ພຶດສະພາ 2024, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະ ຊາຊົນ ປະຕິວັດລາວ, ປະທານປະ ເທດແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ພ້ອມດ້ວຍຄະ ນະໄດ້ເດີນທາງໄປເຄື່ອນໄຫວເຮັດ ວຽກ ຢູ່ສະຫະພັນ ຣັດເຊຍ ໃນລະ ຫວ່າງວັນທີ7-11ພຶດສະພາ2024. ການເຄື່ອນໄຫວຢ້ຽມຢາມຢູ່ ສະຫະພັນ ຣັດເຊຍ ຄັ້ງນີ້ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານ ປະເທດແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ເພື່ອ ເປັນການຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີ ງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວຣັດເຊຍ ໂດຍສະເພາະເປັນການສະ ເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງ ການລົງນາມໃນສົນທິສັນຍາ ວ່າດ້ວຍພື້ນຖານການພົວພັນມິດຕະ ພາບ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນຣັດເຊຍ(1994-2024) ແລະ ເຂົ້າຮ່ວມເປັນແຂກກິດຕິມະ ການ ແລະ ການລົງທຶນ (ຜູ້ເກົ່າ) ແລະ ສະຫາຍ ເພັດ ພົມພິພັກ ກໍາ ມະການສູນກາງພັກ, ເລຂາຄະນະ ພັກ, ລັດຖະມົນຕີກະຊວງແຜນການ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 07/05/2024 xtgmf]k; ຄະນະບໍລິຫານງານສູນກາງພັກ... ມອບ-ຮັບໜ້າທີ່ລັດຖະມົນຕີ... ຫວຽດນາມ ໂຮມຊຸມນຸມ... ສປປ ລາວ ສະເຫລີມສະຫລອງ... ປະທານປະເທດ... ຍາດໄດ້ໄຊຊະນະ, ສາມາດຂະ ຫຍາຍເຂດປົດປ່ອຍ, ອໍານາດການ ປົກຄອງປະຊາທິປະໄຕປະຊາຊົນ ໄດ້ຮັບການປັບປຸງ, ກໍາລັງປະກອບ ອາວຸດປະຕິບັດໄດ້ເຕີບໃຫຍ່ເຂັ້ມ ແຂງ, ສະຖານະການສົງຄາມຢູ່ ຫວຽດນາມ ແລະ ອິນດູຈີນ ໄດ້ມີ ການປ່ຽນແປງຢ່າງຕັ້ງໜ້າ, ພາຍໃຕ້ ການນໍາພາອັນສະຫລາດສ່ອງໃສ ຂອງພັກ, ຂອງປະທານ ໂຮ່ຈີ່ມິງ ຜູ້ ນໍາທີ່ຍິ່ງໃຫຍ່, ກອງທັບ ແລະ ປະຊາ ຊົນຫວຽດນາມ ສາມາດທັບມ້າງ ບັນດາແຜນການຂອງຈັກກະພັດລ່າ ເມືອງຂຶ້ນຝຣັ່ງເທື່ອລະກ້າວ ແລະ ໄດ້ສ້າງວິລະກໍາປະຫວັດສາດ, ໄຊ ຊະນະອັນສະຫວ່າງສະໄຫວ ແລະ ລື ຊື່ ໃນບັ້ນຮົບດຽນບຽນຟູ ປີ 1954. ບົນຈິດໃຈ “ທຸກສິ່ງເພື່ອບັ້ນຮົບ”, “ທຸກຢ່າງເພື່ອແນວໜ້າ”, “ທັງໝົດ ເພື່ອໄຊຊະນະ”, ດ້ວຍກໍາລັງແຮງ ຂອງມະຫາສາມັກຄີທົ່ວປວງຊົນ ເປັນຈິດໜຶ່ງໃຈດຽວທັງຊາດ, ສຸມ ກໍາລັງຄົນ, ກໍາລັງວັດຖຸສິ່ງຂອງໃຫ້ ແກ່ບັັ້ນຮົມດຽນບຽນຟູ ແລະ ສົມ ທົບກັບກໍາລັງແຮງຂອງຍຸກສະໄໝ, ການສະໜັບສະໜູນ, ຊ່ວຍເຫລືອ ຂອງບັນດາປະເທດສັງຄົມນິຍົມ ແລະ ປະຊາຊົນຜູ້ກ້າວໜ້າ, ຮັກຫອມ ສັນຕິພາບຢູ່ໃນໂລກ ແລະ ອິນດູຈີນ, ກອງທັບ ແລະ ປະຊາຊົນ ຫວຽດ ນາມ ໄດ້ດໍາເນີນບັ້ນຮົບດຽນບຽນ ຟູທີ່ດຸເດືອດ, ຂ້ຽວຂາດ, ຕໍ່ສູ້ຢ່າງພິ ລະອາດຫານ ເພື່ອຍາດເອົາໄຊຊະ ນະທີ່ຕັດສິນຊີ້ຂາດ ນໍາເອົາຂະບວນ ການຕໍ່ສູ້ຕ້ານຈັກກະພັດຂອງປະຊາ ຊົນຫວຽດນາມ ໄປສູ່ໄຊຊະນະຢ່າງ ສົມບູນ. ໄຊຊະນະບັ້ນຮົບດຽນບຽນຟູ ພ້ອມກັບໄຊຊະນະໃນບັ້ນຮົບຕ່າງໆ ໃນໄລຍະປີ 1953-1954 ໄດ້ສ້າງ ເງື່ອນໄຂສະພາບແວດລ້ອມທີ່ເອື້ອ ອໍານວຍ ແລະ ທ່າໄດ້ປຽບໃນການ ເຈລະຈາແລະກ້າວໄປເຖິງການເຊັນ ສັນຍາເຊີແນວ ຢຸດຕິສົງຄາມແລະ ຟື້ນຟູສັນຕິພາບຢູ່ 3 ປະເທດ ອິນດູ ຈີນ: ຫວຽດນາມ, ລາວ, ກໍາປູເຈຍ ບົນພື້ນຖານເຄົາລົບເອກະລາດ, ອະ ຂປລ. ພິທີສະເຫລີມສະຫລອງ ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ(07/05/195407/05/2024) ໄດ້ຈັດຂຶ້ນຢ່າງຍິ່ງ ໃຫຍ່ ຢູ່ເມືອງດຽນບຽນຟູ ແຂວງ ດຽນບຽນຟູ ສສ ຫວຽດນາມ ໃນ ວັນທີ 7 ພຶດສະພາ 2024 ໃຫ້ກຽດ ເຂົ້າຮ່ວມມີສະຫາຍ ຟ້າມ ມິງຈິງ ກໍາມະການກົມການເມືອງສູນກາງ ພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກ ສປປລາວນຳໂດຍສະຫາຍພົນເອກ ຈັນສະໝອນຈັນຍາລາດກໍາມະການ ກົມການເມືອງສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ, ມີຄະນະຜູ້ ແທນຂັ້ນສູງຈາກ ກຳປູເຈຍ ແລະ ການນໍາຈາກບັນດາປະເທດ ເພື່ອນ ມິດຫວຽດນາມ, ອະດີດການນໍາພັກ, ລັດ, ແນວໂຮມປະເທດຊາດ ຫວຽດ ນາມ, ນັກຮົບປະຕິວັດ, ພະນັກ ງານອະວຸໂສບຳນານ, ບັນດາກົມ, ກະຊວງ, ອົງການຈັດຕັ້ງສູນກາງ, ແຂວງ, ນະຄອນ ແລະ ຜູ້ຕາງໜ້າ ຈາກ ແຂວງດຽນບຽນຟູ ຕະຫລອດ ຮອດປະຊາຊົນຫວຽດນາມ ເຂົ້າ ຮ່ວມ. ສະຫາຍ ຟ້າມ ມິງຈິງ ໄດ້ກ່າວ ເປີດພິທີຢ່າງເປັນທາງການ ໂດຍ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການຕໍ່ ສູ້ອັນພິລະອາດຫານຂອງນັກຮົບ ວິລະຊົນ ຫວຽດນາມ ໃນບັນຮົບ ດຽນບຽນຟູ ເຊິ່ງວັນໄຊຊະນະດຽນ ບຽນຟູ ໄດ້ຢັ້ງຢືນເຖິງຄວາມກ້າ ຫານ, ຄວາມຊຳນິຊຳນານ, ການນຳ ພາອັນສະຫລາດສ່ອງໃສຂອງພັກ ກອມມູນິດຫວຽດນາມ ນໍາໂດຍ ປະທານ ໂຮ່ຈີ່ມິງ ຜູ້ນໍາທີ່ແສນເຄົາ ລົບຮັກຂອງປະຊາຊົນຫຽດນາມ, ພ້ອມທັງສະແດງໃຫ້ເຫັນເຖິງຄວາມ ເຂັ້ມແຂງຂອງກອງທັບປະຊາຊົນ ຫວຽດນາມ ແລະ ກຳລັງແຮງແຫ່ງ ຄວາມສາມັກຄີອັນຍິ່ງໃຫຍ່ ຂອງ ປະຊາຊົນຫວຽດນາມ ແລະ ການປະ ກອບສ່ວນຢ່າງຈິງໃຈຈາກ ສປ ຈີນ, ອະດີດສະຫະພາບໂຊຫວຽດ, ບັນ ເປັນໄລຍະທີ່ທົ່ວພັກ, ທົ່ວປວງຊົນ ລາວທັງຊາດ ພວມກ້າວສູ່ປີທໍາອິດ ແຫ່ງການຈັດຕັ້ງປະຕິບັດມະຕິຄັ້ງ ທີ XI ຂອງພັກ, ແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ທັງ ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂເສດຖະ ກິດ-ການເງິນ ແລະ ບັນຫາຢາເສບ ຕິດ, ທັງເປັນໄລຍະເວລາແຫ່ງການ ຟື້ນຟູຄືນການປະຕິບັດວຽກງານ ອັນປົກກະຕິທຸກພາກສ່ວນໃນທົ່ວ ປະເທດ ພາຍຫລັງມີການລະບາດ ຂອງໂຄວິດ-19, ເປັນໄລຍະທີ່ສະ ພາບການຂອງໂລກ ແລະ ພາກພື້ນ ສືບຕໍ່ຜັນແປຢ່າງສະຫລັບສັບຊ້ອນ. ສໍາລັບປະເທດພວກເຮົາ, ແມ່ນສືບ ຕໍ່ເຊື່ອມໂຍງກັບສາກົນເຂົ້າສູ່ລວງ ເລິກຫລາຍຂຶ້ນ. ໃນສະພາບການດັ່ງ ກ່າວ, ຂ້າພະເຈົ້າພ້ອມກັບບັນດາສະ ຫາຍການນໍາ ກໍຄື ພະນັກງານ-ສະ ມາຊິກພັກ ໃນທົ່ວອົງຄະນະພັກກະ ຊວງ ໄດ້ພະຍາຍາມບຸກບືນສູ້ຊົນ ຜ່ານຜ່າທຸກຄວາມຫຍຸ້ງຍາກນາໆ ປະການ ເພື່ອປະຕິບັດໜ້າທີ່ ທີ່ໄດ້ ຮັບການມອບໝາຍດ້ວຍມາດຕະ ການຕ່າງໆອັນໄດ້ເຮັດໃຫ້ວຽກງານ ໃນທຸກດ້ານລວມທັງວຽກພັກ-ພະ ນັກງານ,ວຽກອົງການຈັດຕັ້ງມະຫາ ຊົນ ແລະ ວຽກງານວິຊາສະເພາະ ລ້ວນແຕ່ໄດ້ຮັບການຈັດຕັ້ງປະຕິ ບັດ ແລະ ມີການຫັນປ່ຽນຢ່າງຕັ້ງ ໜ້າເປັນກ້າວໆ; ເປັນຕົ້ນ ໄດ້ສໍາເລັດ ການດໍາເນີນກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະບໍລິຫານ ງານພັກ ກະຊວງ ຜທ ຄັ້ງທີ IV ໂດຍ ໄດ້ສະຫລຸບ, ຕີລາຄາການຈັດຕັ້ງ ປະຕິບັດມະຕິຂອງອົງຄະນະພັກກະ ຊວງແຜນການ ແລະ ການລົງທຶນ ຄັ້ງທີ IV ກາງສະໄໝ (ປີ20212023) ແລະ ທິດທາງແຜນການ ທ້າຍສະໄໝ (ປີ2024-2025); ໄດ້ສໍາເລັດການສ້າງແຜນການກະ ກຽມດຳເນີນກອງປະຊຸມໃຫຍ່3 ຂັ້ນ ໃນອົງຄະນະພັກກະຊວງ. ພ້ອມກັນ ນີ້, ສະຫາຍກໍໄດ້ລາຍງານໃຫ້ຮູ້ບາງ ດ້ານທີ່ຕ້ອງເອົາໃຈໃສ່ໃນຕໍໜ້າ. ໃນພິທີ, ສະຫາຍ ສອນໄຊ ສີພັນດອນ ກໍໄດ້ມີຄໍາເຫັນວ່າ: ດ້ວຍ ຄວາມຮຽກຮ້ອງຕ້ອງການຂອງໜ້າ ທີ່ວຽກງານໃນໄລຍະໃໝ່, ກົມການ ເມືອງ ແລະ ຄະນະເລຂາທິການສູນ ກາງພັກ ໄດ້ຕົກລົງຈັດວາງ-ສັບ ຊ້ອນພະນັກງານການນໍາຂັ້ນສູງ ບາງຕໍາແໜ່ງຄືນໃໝ່, ການສັບຊ້ອນ, ສັບປ່ຽນໜ້າທີ່ຮັບຜິດຊອບຂອງພະ ນັກງານການນໍາໃນລະບົບການຈັດ ຕັ້ງຂອງພັກ, ລັດ ແລະ ອົງການຈັດ ຕັ້ງມະຫາຊົນ ເປັນວຽກງານປົກກະ ຕິ ແລະ ແມ່ນຫລັກການອັນໜຶ່ງໃນ ວຽກງານພະນັກງານຂອງພັກເຮົາ. ດ້ານໜຶ່ງ ກໍເພື່ອຍົກລະດັບປະສົບ ການຄວາມສາມາດ, ຄວາມຖະໜັດ ສະເພາະດ້ານຂອງພະນັກງານການ ນໍາແຕ່ລະສະຫາຍ, ທັງເປັນການ ກໍ່ສ້າງພະນັກງານການນໍາໃຫ້ມີ ຄວາມຮູ້, ຄວາມສາມາດໃນວຽກ ງານຕົວຈິງຮອບດ້ານຫລາຍຂຶ້ນ; ອີກດ້ານໜຶ່ງ ກໍເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການຂອງ ຕໍາແໜ່ງງານ ກໍຄື ສືບຕໍ່ຈັດຕັ້ງປະຕິ ບັດແນວທາງການເມືອງ ແລະ ຄາດ ໝາຍສູ້ຊົນທີ່ກອງປະຊຸມໃຫຍ່ຂອງ ພັກວາງອອກ. ກົມການເມືອງ, ຄະ ນະເລຂາທິການສູນກາງພັກຈຶ່ງໄດ້ ຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງ ເອກະພາບ ກັນຍົກຍ້າຍສະຫາຍ ຄຳເຈນ ວົງໂພສີ ໄປປະຈໍາການຢູ່ ບ່ອນໃໝ່ຢູ່ສໍານັກງານນາຍົກລັດ ຖະມົນຕີ. ພ້ອມນີ້, ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມ ຊົມເຊີຍຕໍ່ ສະຫາຍ ຄໍາເຈນ ວົງໂພສີ ແລະ ບັນດາສະຫາຍໃນທົ່ວ ກະຊວງ ຜທ ທີ່ຍາດໄດ້ຜົນສຳເລັດໃນໄລຍະ ຜ່ານມາ ແລະ ສະແດງຄວາມເຊື່ອ ໝັ້ນວ່າ: ດ້ວຍຄວາມຮູ້ຄວາມສາ ມາດ ແລະ ປະສົບການທີ່ມີຂອງສະ ຫາຍຈະສືບຕໍ່ຮ່ວມແຮງຮ່ວມໃຈ ກັນພ້ອມກັບໝູ່ຄະນະຍູ້ແຮງຂະ ບວນການວຽກງານແຜນການ ແລະ ການລົງທຶນ, ວຽກງານສະຖິຕິແຫ່ງ ຊາດ, ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ແລະ ເຂດ ເສດຖະກິດພິເສດໃນຂອບເຂດທົ່ວ ປະເທດທີ່ ສະຫາຍ ຄຳເຈນ ວົງໂພສີ ພ້ອມໝູ່ຄະນະທີ່ເຄີຍໄດ້ນໍາພາໃນໄລ ຍະຜ່ານມາແລ້ວນັ້ນ ໃຫ້ນັບມື້ຂະ ຫຍາຍຕົວດີຂຶ້ນກວ່າເກົ່າ. ຂ່າວ-ພາບ: ສຸກສະຫວັນ ທິປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງແຕ່ລະປະເທດ. ຄຽງຄູ່ກັນ ນັ້ນ. ພາກເໜືອຫວຽດນາມ ກໍໄດ້ ຮັບການປົດປ່ອຍຢ່າງສົມບູນກ້າວ ຂຶ້ນສູ່ສັງຄົມນິຍົມອັນໄດ້ກາຍເປັນ ກໍາລັງແຮງຊຸກຍູ້ອັນໃຫຍ່ຫລວງ ໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍພາກ ໃຕ້ ແລະ ທ້ອນໂຮມປະເທດຊາດ ໄດ້ຢ່າງມີໄຊ. ພັກກອມມູນິດຫວຽດນາມ ທີ່ມີ ກຽດສະຫງ່າ ໄດ້ສືບຕໍ່ນຳພາປະຊາ ຊົນ ຫວຽດນາມ ຜ່ານຜ່າບັນດາຂໍ້ ຫຍຸ້ງຍາກ ແລະ ສິ່ງທ້າທາຍທົດ ສອບນາໆປະການ ໂດຍສະເພາະໃນ ເງື່ອນໄຂສະພາບການພາກພື້ນ ແລະ ສາກົນກໍາລັງຜັນແປໄປຢ່າງສະ ຫລັບສັບຊ້ອນໃນປັດຈຸບັນ, ສ້າງສາ ພັດທະນາປະເທດ ເພື່ອຄວາມສົມ ບູນພູນສຸກຂອງປະຊາຊົນ, ປົກປັກ ຮັກສາໝາກຜົນຂອງການປະຕິວັດ ໄວ້ໄດ້ຢ່າງໝັ້ນຄົງ ແລະ ປະຕິບັດ ແນວທາງການປ່ຽນແປງໃໝ່ ເພື່ອ ນຳເອົາປະເທດ ກ້າວຂຶ້ນຕາມທິດ ສັງຄົມນິຍົມຢ່າງໜັກແໜ້ນ ໂດຍສາ ມາດຍາດໄດ້ຜົນສໍາເລັດອັນເປັນ ພື້ນຖານແລະຮອບດ້ານ,ອັນໄດ້ເຮັດ ໃຫ້ ສສ ຫວຽດນາມ ມີສະຖຽນລະ ພາບທາງດ້ານການເມືອງຢ່າງໜັກ ແໜ້ນ,ວຽກງານປ້ອງກັນຊາດ,ປ້ອງ ກັນຄວາມສະຫງົບມີຄວາມເຂັ້ມ ແຂງ, ເສດຖະກິດມີການຂະຫຍາຍ ຕົວດ້ວຍຈັງຫວະສູງ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ ຮັບການປັບປຸງດີຂຶ້ນ, ການພົວພັນ ຮ່ວມມືແລະເຊື່ອມໂຍງສາກົນໄດ້ຮັບ ການເປີດກວ້າງ, ບົດບາດອິດທິພົນ ຂອງພັກກອມມູນິດຫວຽດນາມ, ສາ ທາລະນະລັດ ສັງຄົມນິຍົມຫວຽດ ນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີ ພາກພື້ນ ແລະ ສາກົນ. ໄຊຊະນະບັ້ນຮົບ ດຽນບຽນຟູ ປີ 1954 ເປັນໜຶ່ງໃນບັນດາມະຫາໄຊ ຊະນະຂອງພັກ, ກອງທັບ ແລະ ປະ ຊາຊົນຫວຽດນາມອ້າຍນ້ອງ ໃນພາ ລະກິດຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ, ຈັກກະພັດຜູ້ຮຸກຮານ, ເປັນສັນຍະ ລັກຂອງການປະສານສົມທົບຕໍ່ສູ້ ລະຫວ່າງປະຊາຊົນ, ກໍາລັງປະກອບ ອາວຸດຂອງຫວຽດນາມແລະລາວ, ເປັນກໍາລັງແຮງອັນມະຫາສານຊຸກ ຍູ້ຂະບວນການຕໍ່ສູ້ປົດປ່ອຍຊາດ ຂອງພັກ ແລະ ປະຊາຊົນລາວບັນ ດາເຜົ່າ ສໍາເລັດຜົນຢ່າງມີໄຊ. ພວກ ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນ ຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບ ອົກຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫລືອ ອັນໃຫຍ່ຫລວງ, ລ້ຳຄ່າມີປະສິດທິ ຜົນ ແລະ ທັນການແກ່ພາລະກິດ ການປະຕິວັດຂອງລາວໃນເມື່ອ ກ່ອນ ກໍຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ອີກເທື່ອໜຶ່ງ, ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸກ ອົກສຸດໃຈຕໍ່ບັນດາໄຊຊະນະ ແລະ ຜົນງານອັນໃຫຍ່ຫລວງ, ຮອບດ້ານ ທີ່ ພັກ, ລັດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງຍາດມາໄດ້ຕະຫລອ ດໄລຍະທີ່ຜ່ານມາ ແລະ ເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາ ພາອັນສະຫລາດສ່ອງໃສຂອງພັກ ກອມມູນິດຫວຽດນາມ ໂດຍມີສະ ຫາຍເລຂາທິການໃຫຍ່ ຫງວຽນ ຝູ໋ ຈ້ອງ ເປັນຜູ້ນໍາໜ້ານັ້ນ, ພັກ, ລັດຖະ ບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນສໍາ ເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນ ການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກໄດ້ຢ່າງມີໄຊ ໃນການຫັນປະເທດເປັນອຸດສາຫະ ກໍາຕາມທິດທັນສະໄໝ ແລະ ບັນລຸ ເປົ້າໝາຍ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະ ຊາທິປະໄຕ, ຍຸຕິທໍາ, ສີວິໄລ. ຂໍອວຍພອນໃຫ້ສາຍພົວພັນມິດ ຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສວຍສົດງົດງາມຕະຫລອດໄປ. ໃນໂອກາດດຽວກັນນີ້, ສະຫາຍ ທອງສະຫວັນ ພົມວິຫານກໍາມະ ການສູນກາງພັກ, ຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວກໍໄດ້ສົ່ງໂທ ລະເລກອວຍພອນ ເຖິງສະຫາຍ ເລຮວາຍຈຸງ ເລຂາທິການສູນກາງ ພັກ, ຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກກອມມູນິດຫວຽດ ນາມ ເຊັ່ນດຽວກັນ. ດາປະເທດສັງຄົມນິຍົມ ແລະ ບັນ ດາປະເທດເພື່ອນມິດ ທີ່ຮັກຫອມສັນ ຕິພາບທົ່ວໂລກ, ພິເສດ ແມ່ນ ສປປ ລາວ ແລະ ກຳປູເຈຍ ທີ່ຄຽງບ່າ ຄຽງໄຫລ່ຕໍ່ສູ້ຈົນໄດ້ຮັບໄຊຊະນະ ເຊິ່ງໄຊຊະນະດຽນບຽນຟູ ໄດ້ທຳ ລາຍແຜນການນາວາ ຢ່າງສິ້ນເຊິງ, ເປັນໄຊຊະນະອັນໃຫຍ່ຫລວງຂອງ ນ້ຳໃຈສາມັກຄີ, ມິດຕະພາບຂອງ 3 ປະເທດອິນດູຈີນຫວຽດນາມ-ລາວກຳປູເຈຍ ເຊິ່ງປະທານ ໂຮ່ຈີ່ມິງ ຢືນຢັນວ່າ: “ໄຊຊະນະດຽນບຽນຟູ ແມ່ນຂີດໝາຍປະຫວັດສາດອັນສະ ຫງ່າງາມ”, ນັ້ນບໍ່ພຽງແຕ່ເປັນໄຊ ຊະນະອັນໃຫຍ່ຫລວງ ສຳລັບປະ ຊາຊົນຂອງພວກເຮົາ, ແຕ່ຍັງເປັນ ໄຊຊະນະທົ່ວໄປຂອງປະຊາຊົນທີ່ ຖືກກົດຂີ່ຂົ່ມເຫັງທັງໝົດໃນໂລກ. ໄຊຊະນະດັ່ງກ່າວ, ຍັງເປັນບ່ອນ ອີງທີ່ໜັກແໜ້ນ, ທັງເປັນແວ່ນແຍງ ທີ່ໃສແຈ້ງ ໃຫ້ແກ່ບັນດາປະຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນ ໄດ້ລຸກຂຶ້ນ ຕໍ່ສູ້ຕ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງເມືອງຂຶ້ນຢູ່ຫລາຍ ບ່ອນໃນທົ່ວໂລກ, ປະກອບສ່ວນ ອັນສົມກຽດເຂົ້າໃນພາລະກິດຕໍ່ສູ້ ອັນຍິ່ງໃຫຍ່ຂອງມວນມະນຸດທີ່ກ້າວ ໜ້າເພື່ອສັນຕິພາບ, ເອກະລາດ, ປະ ຊາທິປະໄຕ ແລະ ຄວາມກ້າວໜ້າ ຂອງສັງຄົມ. ໃນວັນທີ 7 ພຶດສະພາ 1954 ທຸງຊາດກອງທັບປະຊາຊົນຫວຽດ ນາມໄດ້ປິວສະບັດຂຶ້ນ ເໜືອຂຸມຄອງ ເປັນສັນຍະລັກສະແດງ ໃຫ້ເຫັນວ່າ ບັ້ນຮົບດຽນບຽນຟູ ໄດ້ສິ້ນສຸດລົງ ດ້ວຍໄຊຊະນະອັນສະຫງ່າງາມ ແລະ ເປັນໄຊຊະນະ ທີ່ສົ່ງສຽງກ້ອງ ກັງວານ ໄປທົ່ວ 5 ທະວີບ, ສັ່ນສະ ເທືອນໄປທົ່ວໂລກ, ໄດ້ຮັບການບັນ ທຶກໃນປະຫວັດສາດຂອງຊົນຊາດ ໃນສັດຕະວັດທີ 20, ມີຄວາມໝາຍ ອັນໃຫຍ່ຫລວງ ສຳລັບຊາວຫວຽດ ນາມ ແລະ ປະຊາຊົນທີ່ຮັກຫອມສັນ ຕິພາບ ໃນໂລກ ໄດ້ບັງຄັບໃຫ້ຈັກກະ ພັດລ່າເມືອງຂຶ້ນແບບເກົ່າລົງນາມ ໃນສົນທິສັນຍາ ທີ່ນະຄອນເຈນີວາ ວ່າດ້ວຍການຢຸດຕິສົງຄາມແລະ ຟື້ນ ຟູສັນຕິພາບຢູ່ອິນດູຈີນ; ໄຊຊະນະ ດຽນບຽນຟູ ໄດ້ກາຍເປັນຄວາມ ເອກອ້າງທະນົງໃຈ ຂອງປະຊາຊົນ ຫວຽດນາມ ໃນພາລະກິດສ້າງສາ ພັດທະນາປະເທດຊາດ ຊົ່ວກາລະ ນານ, ມານະຈິດຂອງດຽນບຽນຟູ ຍັງໃສແຈ້ງ, ຍັງເປັນກຳລັງແຮງປຸກ ລະດົມອັນຍິ່ງໃຫຍ່ ຂອງປະຊາຊົນ ຫວຽດນາມ ໃນພາລະກິດປ່ຽນແປງ ໃໝ່ ແນໃສ່ປະຕິບັດຈຸດໝາຍ “ປະ ຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຄວາມສະເໝີພາບ, ປະຊາ ທິປະໄຕ, ສີວິໄລ”. ພ້ອມນີ້, ໄຊຊະ ນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊ ຊະນະຂອງປະຊາຊົນ ຫວຽດນາມ ແຕ່ຍັງແມ່ນໄຊຊະນະຂອງປະຊາ ຊົນລາວ ແລະ ປະຊາຊົນກຳປູເຈຍທີ່ ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງ ຕ້ານກັບສັດຕູໂຕດຽວກັນ ເພື່ອປົດ ປ່ອຍຕົນເອງ. ໃນໂອກາດດຽວກັນ, ສະຫາຍ ຟ້າມ ມິງຈິງ ໄດ້ຕາງໜ້າໃຫ້ຄະນະ ບໍລິຫານງານສູນກາງພັກກອມມູ ນິດ ຫວຽດນາມ, ປະທານປະເທດ ແລະ ລັດຖະບານ ປະດັບຫລຽນໄຊ ອິດສະຫລະ ຊັ້ນ 1 ໃຫ້ແກ່ອົງຄະ ນະພັກ ອໍານາດການປົກຄອງ ແລະ ປະຊາຊົນ ດຽນບຽນຟູ ຕື່ມອີກ. ຂ່າວ-ພາບ: ທະນູທອງ ສັກໃນພິທີສະເຫລີມສະຫລອງວັນ ໄຊຊະນະສົງຄາມປົກປ້ອງປິຕຸພູມ ຄັ້ງທີ 79 ເຊິ່ງຈະໄດ້ຈັດຂຶ້ນໃນວັນ ທີ 9 ພຶດສະພາ 2024. ໃນໂອກາດ ດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ເລ ຂາທິການໃຫຍ່, ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ຈະໄດ້ພົບປະເຮັດວຽກຮ່ວມກັບຄູ່ ຮ່ວມຕໍາແໜ່ງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດ ເຊຍ, ທ່ານ ເດິມິຕຣີ ມິດເວເດັບ, ຮອງປະທານສະພາຄວາມໝັ້ນ ຄົງແຫ່ງ ສ ຣັດເຊຍ, ປະທານພັກຣັດ ເຊຍ ເອກະພາບ ແລະ ເດີນທາງໄປ ຢ້ຽມຢາມມະຫາວິທະຍາໄລສ້າງ ຄູ ເກຣເຊັນນາ ທີ່ນະຄອນເຊັນປີເຕີ ສະເບີກ, ສະຫະພັນ ຣັດເຊຍ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດ ເຊຍ ໄດ້ສ້າງຕັ້ງສາຍພົວພັນການ ທູດນໍາກັນ ໃນວັນທີ 7 ຕຸລາ 1960. ຕະຫລອດໄລຍະ 64 ປີ ແຫ່ງການ ພົວພັນລະຫວ່າງສອງປະເທດ ແລະ 30 ປີແຫ່ງການລົງນາມ ໃນສົນທິ ສັນຍາວ່າດ້ວຍພື້ນຖານການພົວພັນ ມິດຕະພາບ, ການພົວພັນຮ່ວມມື ລາວ ແລະ ຣັດເຊຍ ໄດ້ຮັບການ ເສີມຂະຫຍາຍໃນຫລາຍຂົງເຂດ ແລະ ກ້າວເຂົ້າສູ່ລວງເລິກຢ່າງຕໍ່ ເນື່ອງ, ສະແດງອອກໃນການແລກ ປ່ຽນການຢ້ຽມຢາມຄະນະຜູ້ແທນ ຂັ້ນສູງສຸດລົງມາຮອດວິຊາການ, ການ ຮ່ວມມືໃນດ້ານວຽກງານປ້ອງ ກັນຊາດ-ປ້ອງຄວາມສະຫງົບ, ເສດ ຖະກິດ-ການຄ້າ, ການລົງທຶນ, ການ ສຶກສາ, ສາທາລະນະສຸກ, ດ້ານມະ ນຸດສະທໍາ ແລະ ອື່ນໆ. ຂປລ. ພິທີໂຮມຊຸມນຸມໃຫຍ່ສະ ເຫລີມສະຫລອງວັນໄຊຊະນະບັ້ນຮົບ ດຽນບຽນຟູ ຄົບຮອບ 70 ປີ (7/5/ 1954-7/5/2024) ຈັດຂຶ້ນໃນວັນທີ 7 ພຶດສະພາ 2024 ໂດຍມີ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມ ການເມືອງສູນກາງພັກ, ຮອງປະທານ ປະເທດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງ ພັກ, ນາຍົກລັດຖະມົນຕີພ້ອມດ້ວຍ ການນຳພັກ, ລັດ, ພະນັກງານລັດຖະ ກອນ ເຂົ້າຮ່ວມ. ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ ໄດ້ ກ່າວວ່າ: ມື້ນີ້ສູນກາງພັກ, ລັດຖະ ບານ, ສະພາແຫ່ງຊາດ, ກຳລັງປະ ກອບອາວຸດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ປະ ຊາຊົນລາວບັນດາເຜົ່າໄດ້ພ້ອມກັນ ສະເຫລີມສະຫລອງ ວັນໄຊຊະນະບັ້ນ ຮົບດຽນບຽນຟູ ຄົບຮອບ 70 ປີ ພ້ອມ ກັບພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ເພື່ອຫວນຄືນ ມູນເຊື້ອວິລະກຳອັນລໍ້າເລີດ, ຄວາມ ອາດຫານກ້າແກ່ນຂອງກອງທັບ ແລະ ປະຊາຊົນຫວຽດນາມ ໃນສະ ໜາມຮົບການຕໍ່ສູ້ທີ່ດຸເດືອດ, ຂ້ຽວ ຂາດ ທີ່ສຸດໃນພາລະກິດປະຕິວັດຊາດ ເພື່ອບຸກໂຈມຕີເອົາໄຊຊະນະພວກ ລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານ ແລະ ການແຊກແຊງຊ່ວຍໜູນຂອງຈັກ ກະພັດລ່າເມືອງຂຶ້ນແບບໃໝ່ທີ່ໃຊ້ ເວລາ 56 ວັນ; ເປັນການທົບທວນຄືນ ປະຫວັດສາດແຫ່ງການພົວພັນອັນ ຍາວນານຂອງສອງຊາດລາວຫວຽດນາມ ໃນການຮ່ວມສຳພັນສູ້ ຮົບຢ່າງໜຽວແໜ້ນ, ເປັນການຢັ້ງຢືນ ຢ່າງໜັກແໜ້ນເຖິງຄວາມຜູກພັນ ອັນໝັ້ນໜຽວ ດ້ວຍໄມຕີຈິດມິດຕະ ພາບອັນຍິ່ງໃຫຍ່,ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ທີ່ເປັນມູນເຊື້ອອັນດີງາມຕະ ຫລອດມາ. ໂອກາດນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ມີຄຳເຫັນວ່າ: ໄຊຊະນະ ດຽນບຽນຟູ ເປັນເຫດການທີ່ມີຄວາມ ໝາຍປະຫວັດສາດທີ່ຍິ່ງໃຫຍ່ ຂອງ ປະຊາຊົນຫວຽດນາມວິລະຊົນ, ສະ ແດງໃຫ້ເຫັນຄວາມເຂັ້ມແຂງຂອງ ກຳລັງແຮງ ຂອງມະຫາສາມັກຄີທົ່ ວ ປວງຊົນທັງຊາດ, ໃຫ້ເຫັນຄວາມມຸ່ງ ຫວັງອັນແຮງກ້າຂອງປະຊາຊົນຕໍ່ສັນ ຕິພາບ ແລະ ເອກະລາດ ແຫ່ງຊາດ; ໄຊຊະນະດຽນບຽນຟູ ສະແດງໃຫ້ ເຫັນເຖິງຄວາມສະຫລາດສ່ອງໃສ ໃນການນຳພາຂອງພັກແຮງງານ ຫວຽດນາມທີ່ມີປະທານໂຮ່ຈີ່ມິງ ເປັນ ຜູ້ນໍາໃນການວາງແນວທາງຕໍ່ສູ້ຍາວ ນານ, ຮອບດ້ານ, ປະດິດສ້າງ, ເສີມຂະ ຫຍາຍກຳລັງແຮງແຫ່ງຄວາມສາ ມັກຄີທົ່ວປວງຊົນທັງຊາດ. ນອກ ຈາກນີ້, ໄຊຊະນະດຽນບຽນຟູຍັງແມ່ນ ໄຊຊະນະແຫ່ງຄວາມສາມັກຄີ, ຮ່ວມ ຂຸມຄອງດຽວກັນ ໃນການຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນ ຂອງປະຊາ ຊົນຫວຽດນາມ, ລາວ ແລະ ກຳປູ ເຈຍ, ອັນເປັນການປະກອບສ່ວນທັບ ມ້າງລັດທິລ່າເມືອງຂຶ້ນແບບເກົ່າ ໃຫ້ ພັງທະລາຍລົງຢູ່ໃນໂລກ, ໄຊຊະນະ ດັ່ງກ່າວ ຍັງເປັນບ່ອນອີງທີ່ໜັກແໜ້ນ, ທັງເປັນແວ່ນແຍງທີ່ໃສແຈ້ງ ໃຫ້ແກ່ ບັນດາປະຊາຊາດທີ່ຕົກເປັນຫົວເມືອງ ຂຶ້ນ, ເພື່ອລຸກຂຶ້ນຕໍ່ສູ້ຕ້ານກັບການ ກົດຂີ່ຂູດຮີດ ແລະ ແອກຄອບຄອງຫົວ ເມືອງຂຶ້ນແບບເກົ່າຢູ່ຫລາຍບ່ອນ ໃນທົ່ວໂລກ; ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາ ຊົນຫວຽດນາມ, ແຕ່ຍັງເປັນການ ສະແດງເຖິງ ໄຊຊະນະຂອງກ້ອນກຳ ລັງສາມັກຄີ, ການຮ່ວມສຳພັນສູ້ຮົບ ແລະ ຄຽງບ່າຄຽງໄຫລ່ ຂອງປະຊາ ຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມຂຸມຄອງດຽວກັນ, ຕ້ານ ກັບສັດຕູ ໂຕດຽວກັນ ເພື່ອປົດປ່ອຍ ຕົນເອງ. ໄຊຊະນະດັ່ງກ່າວ, ໄດ້ດັບ ມອດເຈດຈຳນົງການຮຸກຮານຂອງ ລັດທິລ່າເມືອງຂຶ້ນແບບເກົ່າ, ບັງຄັບ ໃຫ້ລັດຖະບານຝລັ່ງ ຈຳຕ້ອງຍອມ ເຊັນສັນຍາເຊີແນວ ກ່ຽວກັບອິນດູ ຈີນໃນປີ 1954, ຮັບຮູ້ຄວາມເປັນ ເອກະລາດແຫ່ງຊາດ, ອຳນາດອະ ທິປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງຫວຽດນາມ, ລາວ ແລະ ກຳປູເຈຍ. ໄຊຊະນະດັ່ງກ່າວ, ກາຍເປັນ ຄວາມເອກອ້າງທະນົງໃຈຂອງປະ ຊາຊົນຫວຽດນາມ, ລາວ ແລະ ກຳ ປູເຈຍ ໃນພາລະກິດຕໍ່ສູ້ເພື່ອເອກະ ລາດ ຂອງຕົນໃນເວລາຊຸມປີຕໍ່ມາຈົນ ສາມາດປົດປ່ອຍປະເທດຊາດ ໄດ້ ຢ່າງສົມບູນໃນປີ 1975 ແລະ ດຳ ເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນ ປັດຈຸບັນ. ເຖິງວ່າວັນເວລາໄດ້ຜ່ານ ໄປເປັນເວລາ 70 ປີ ກໍຕາມ, ແຕ່ມາ ນະຈິດຂອງບັ້ນຮົບດຽນບຽນຟູຍັງ ໃສແຈ້ງ ແລະ ເປັນກຳລັງອັນ ແຮງ ກ້າປຸກລະດົມຈິດໃຈອັນຢ່າງໃຫຍ່ ຫລວງຂອງປະຊາຊົນສາມຊາດອິນ ດູຈີນ ໂດຍຕະຫລອດມາ. ຂ່າວ: ກິດຕາ, ພາບ: ອ່າຍຄຳ

[A oIq [fPo[Po26 ,u 75 o7j klb dlkvq [Iq ,7q oI5 j o|5 j , xtgmf]k; 3 08/05/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ©ດຍ ເŒÊ້ າານນໍ້າ (ເນື່ອງໃນໂອກາດວັນໄຊຊະນະດຽນບຽນຟູ ຄົບຮອບ 70 ປີ 7/5/1954 - 7/5/2024) —Ê ດ¤ເໜÇ ©ດຍ ž່າຕÊ່ Ž mu -u ra fmtok2k, g7nj vows;-j ;pgs]n vla '7q , ©ດຍ ທລຍ ເມÉ ອŽ¦ leg]a fdkoles];fvvdc[[dy f9tdepj vp rN o4ko37']j k'0t|kfoh vp 16j g,n v'7e c0;'-P'0;k' ໝາຍຂອງໂຄງການ. ໃນປີ 2023 ທລຍ ເມືອງຄໍາ ແຂວງຊຽງຂວາງ ໄດ້ສໍາເລັດການສໍາຫລວດອອກ ແບບໂຄງການຍ່ອຍຢູ່29ບ້ານເປົ້າ ໝາຍຊຸດທີ 2 ໂດຍການສຳຫລວດ ອອກແບບໂຄງການຍ່ອຍດັ່ງກ່າວ ໄດ້ເລີ່ມແຕ່ວັນທີ 2 ກໍລະກົດ 2023 ຫາ ວັນທີ 16 ສິງຫາ 2023 ໂດຍ ທາງທີມງານວິຊາການທລຍ, ຫ້ອງ ການທີ່ກ່ຽວຂ້ອງຂອງເມືອງ, ພະ ນັກງານ ທລຍ ຂັ້ນບ້ານ ແລະ ອົງ ການປົກຄອງບ້ານພ້ອມດ້ວຍພໍ່ແມ່ ກິດຈະກຳຍ່ອຍພື້ນຖານໂຄງ ລ່າງຂະໜາດນ້ອຍ ແມ່ນໜຶ່ງໃນ 3 ກິດຈະກຳຫລັກ ທີ່ສະໜັບສະໜູນ ໂດຍໂຄງການກອງທຶນຫລຸດຜ່ອນ ຄວາມທຸກຍາກ (ທລຍ) 3 ໄລຍະ ເພີ່ມທຶນ ໃຫ້ແກ່ບັນດາບ້ານເປົ້າ ກິໂລເເມັດ; ກິດຈະກຳສ້ອມແປງຂົວ ອູ່ 1 ແຫ່ງ, ຄວາມຍາວ 130 ເເມັດ. ບັນດາກິດຈະກຳ ໃນໂຄງການ ຍ່ອຍດັ່ງກ່າວໄດ້ຊຸກຍູ້ໃຫ້ຊີວິດການ ເປັນຢູ່ຂອງປະຊົນ ເມືອງຄຳ ນັບມື້ ດີຂຶ້ນ ທັງຊ່ວຍໃຫ້ປະຊາຊົນ ມີອາ ຊີບໝັ້ນຄົງ,ມີນໍ້າສະອາດໃຊ້, ໄດ້ຊົມ ໃຊ້ເສັ້ນທາງ ເພື່ອຂົນສົ່ງຜົນຜະລິດ ກະສິກຳອອກສູ່ຕະຫລາດ ຊຶ່ງທັງ ໝົດນັ້ນເຫັນວ່າຄວາມທຸກຍາກຂອງ ປະຊົນນັບມື້ຫລຸດລົງເປັນກ້າວໆ. ເນື່ອງໃນໂອກາດວັນໄຊຊະ ນະບັ້ນຮົບດຽນບຽນຟູ ທີ່ໝູນວຽນ ມາຄົບຮອບ 70 ປີ (07/5/195407/5/2024)ນີ້,ທ່ານຫງວຽນບ່າ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດ ນາມ ປະຈຳ ລາວ ໄດ້ໃຫ້ສຳພາດຕໍ່ ສື່ມວນຊົນລາວ ເຖິງບັ້ນຮົບດຽນ ບຽນຟູ ເຊິ່ງກໍມີຫລາຍໆເຫດການ ທີ່ໜ້າສົນໃຈຢູ່ໃນບັ້ນຮົບດັ່ງກ່າວ, ແຕ່ເຖິງຢ່າງໃດກໍດີ ມື້ນີ້ ຂໍຍົກເອົາ ບາງເນື້ອໃນຂຶ້ນມາສະເໜີໃຫ້ທ່ານ ຜູ້ອ່ານ ທັງເປັນມູນເຊື້ອ ເພື່ອສຶກສາ ອົບຮົມໃຫ້ແກ່ຄົນຮຸ່ນໜຸ່ມ ຫລື ລູກ ຫລານໃນອະນາຄົດ. ທ່ານ ຫງວຽນ ບ່າ ຮຸ່ງ ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອຳນາດ ເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວໃຫ້ຮູ້ວ່າ: ເຖິງແມ່ນວ່າ 70 ປີ ໄດ້ຜ່ານພົ້ນໄປກໍຕາມ ແຕ່ໄຊ ຊະນະຂອງບັ້ນຮົບດຽນບຽນຟູ ຍັງ ຮັກສາຄຸນຄ່າໃນການສຶກສາອົບ ຮົມປະຊາຊົນ, ໂດຍສະເພາະແມ່ນ ຮຸ່ນໄວໜຸ່ມແລະນັ້ນກໍຄືຄວາມໝາຍ ຂອງສົງຄາມປະຊາຊົນທົ່ວປວງ ຊົນບັ້ນໜຶ່ງ, ຮອບດ້ານ ເຊິ່ງສ້າງ ເປັນກຳລັງແຮງສັງລວມ ອັນໃຫຍ່ ຫລວງ ສາມາດປາບປາມກົງຈັກ ສົງຄາມອັນມະຫາສານຂອງພວກ ສັດຕູຜູ້ຮຸກຮານ; ຄວາມໝາຍຂອງ ການເສີມຂະຫຍາຍຈິດໃຈຮັກຊາດ, ມານະຈິດການຕໍ່ສູ້, ໄຊຊະນະເດັດ ຂາດຂອງທົ່ວພັກ, ທົ່ວກຳລັງ ແລະ ທົ່ວປວງຊົນ; ກ່ຽວກັບການເສີມຂະ ຫຍາຍຈິດໃຈເອກະລາດເປັນເຈົ້າ ຕົນເອງ, ເພິ່ງຕົນເອງກຸ້ມຕົນເອງ, ສ້າງເຂັ້ມແຂງດ້ວຍຕົນເອງ ແລະ ເຖິງວ່າ ການເຄື່ອນໄຫວແຈກ ອາຫານ ແລະ ນ້ຳໃຫ້ແກ່ສັງຄົມບໍ່ ຫລວງບໍ່ຫລາຍ, ແຕ່ກໍເປັນອີກໜຶ່ງ ນ້ຳໃຈ ແລະ ຄວາມຈິງໃຈຈາກ ທີຊີ ພັດທະນາຟາມ ການກະເສດຄົບວົງ ຈອນ ທີ່ໄດ້ຕັ້ງໜ້າເຄື່ອນໄຫວແຈກ ຢູ່ໂຮງໝໍ, ຄ້າຍຄຸມຂັງ ແລະ ໂຮງ ຮຽນ ເພື່ອປະກອບສ່ວນຊ່ວຍເຫລືອ ສັງຄົມໃນໄລຍະອາກາດຮ້ອນອົບ ເອົ້າດັ່ງປັດຈຸບັນ. ທ່ານ ຄຳຫລ້າ ດວງມະນີຈັນ ຜູ້ຊ່ວຍ ທີຊີ ພັດທະນາຟາມ ການ ກະເສດຄົບວົງຈອນໃຫ້ຮູ້ວ່າ: ການ ເຄື່ອນໄຫວແຈກອາຫານ ແລະ ນ້ຳ ໃຫ້ແກ່ສັງຄົມ ແມ່ນເປັນກິດຈະກຳ ໜຶ່ງທີ່ທາງ ທີຊີ ພັດທະນາຟາມ ຂອງພວກເຮົາ ໄດ້ຈັດຕັ້ງມາ ໂດຍ ຕະຫລອດ ເຊິ່ງການແຈກອາຫານ ແລະ ນ້ຳດັ່ງກ່າວ ໂດຍສ່ວນໃຫຍ່ ແມ່ນໄດ້ແຈກໃຫ້ໂຮງໝໍ, ຄ້າຍຄຸມ ຂັງ, ໂຮງຮຽນ,ວັດວາອາຮາມແລະ ເນື່ອງໃນໂອກາດວັນກຳມະກຳກອນ 1 ພຶດສະພາ ກໍໄດ້ເຄື່ອນໄຫວແຈກ ອາຫານ ແລະ ນ້ຳໃຫ້ແກ່ໂຮງໝໍມິດ ຕະພາບ (150 ຕຽງ) ເພື່ອໃຫ້ຍາດ ພີ່ນ້ອງຄົນເຈັບ ແລະ ແພດໝໍໄດ້ກິນ ທ່າມກາງສະພາບອາກາດຮ້ອນອົບ ເອົ້າ ໂດຍອາຫານທີ່ມາແຈກຄັ້ງນີ້ ມີຄວາມປະດິດສ້າງ, ກຳນົດໃນ ແນວທາງການປະຕິວັດ, ແນວທາງ ແລະ ສິລະປະການຕໍ່ສູ້; ກ່ຽວກັບ ການເສີມຂະຫຍາຍກຳລັງແຮງ ຂອງກ້ອນມະຫາສາມັກຄີທົ່ວປວງ ຊົນ ເຊິ່ງແກ່ນກາງແມ່ນພັນທະມິດ ຊົນຊັ້ນກຳມະກອນ-ຊາວນາ-ປັນຍາ ຊົນ. ບັນດາຄຸນຄ່າອັນໃຫຍ່ຫລວງ ໃນການຕໍ່ສູ້ປົດປ່ອຍຊາດທີ່ມີຄວາມ ໝາຍຄວາມສຳຄັນໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດ ຊາດໃນປັດຈຸບັນ ແລະ ອະນາຄົດ. ດ້ວຍເຫດນັ້ນ, ໃນປັດຈຸບັນ, ເມື່ອ ກ່າວເຖິງໄຊຊະນະບັ້ນຮົບດຽນ ບຽນຟູ ຊາວຫວຽດນາມ ແຕ່ລະຄົນ ເວົ້າລວມຄົນຮຸ່ນໜຸ່ມເວົ້າສະເພາະ ລ້ວນແລ້ວແຕ່ມີຄວາມຮູ້ສຶກຕື່ນຕັນ ໃຈ ແລະ ພູມໃຈຕໍ່ວິລະກຳອັນໂດ່ງ ດັງ, ຈິດໃຈລຸກຮື້ຂຶ້ນຕໍ່ສູ້ຢ່າງອົງ ອາດກ້າແກ່ນຂອງຮຸ່ນພໍ່ຮຸ່ນອ້າຍ, ຖືວ່ານີ້ ປຽບເໝືອນກຳລັງແຮງອັນ ໃຫຍ່ຫລວງ ເພື່ອຝຶກຝົນຫລໍ່ຫລອມ ຢ່າງຕັ້ງໜ້າ, ສູ້ຊົນ ແລະ ເຂົ້າຮ່ວມ ການປົກປັກຮັກສາ ແລະ ສ້າງສາ ປະເທດຊາດໂດຍກົງ. ທ່ານ ຫງວຽນ ບ່າ ຮຸ່ງ ຍັງໃຫ້ ຮູ້ວ່າ: ການສະເຫລີມສະຫລອງ 70 ປີແຫ່ງວັນໄຊຊະນະບັ້ນຮົບດຽນ ບຽນຟູຄັ້ງນີ້ ແມ່ນໂອກາດເພື່ອໂຄ ສະນາອົບຮົມແລະສຶກສາໂດຍຜ່ານ ຫລາຍຮູບການໃຫ້ບັນດາພະນັກ ງານ, ສະມາຊິກພັກຂອງບັນດາ ອົງການຜູ້ຕາງໜ້າຫວຽດນາມປະ ຈຳລາວ ກ່ຽວກັບປະຫວັດສາດອັນ ສະຫງ່າອົງອາດຂອງບັນພະບຸລຸດ ໃນພາລະກິດສ້າງສາ ແລະ ປົກປັກ ຮັກສາປະເທດຊາດ; ກ່ຽວກັບມູນ ເຊື້ອແຫ່ງຄວາມສາມັກຄີມິດຕະ ພາບຂອງສາມປະເທດອິນດູຈີນ, ໂດຍສະເພາະແມ່ນການຮ່ວມສຳພັນ ສູ້ຮົບລະຫວ່າງຫວຽດນາມ-ລາວ ໃນພາລະກິດປົດປ່ອຍປະເທດຊາດ ໃນເມື່ອກ່ອນກໍຄືໃນພາລະກິດສ້າງ ສາ ແລະ ປົກປັກຮັກສາປະເທດໃນ ປັດຈຸບັນ ເພື່ອໃຫ້ເຂົາເຈົ້າເຂົ້າໃຈ ຢ່າງເລິກເຊິງກ່ຽວກັບມູນເຊຶ້ອອັນ ດີງາມ ແລະ ສືບຕໍ່ປົກປັກຮັກສາ ແລະ ຖ່າຍທອດໃຫ້ຄົນຮຸ່ນຫລັງ. ນອກນີ້, ຍັງຈະຈັດຕັ້ງກິດຈະກຳສະ ແດງວັດທະນະທຳ, ສິລະປະ, ການ ເຊື່ອມຕໍ່ດ້ານເສດຖະກິດ ແລະ ການ ຄ້າ ພ້ອມທັງການແຂ່ງຂັນກິລາຈຳ ນວນໜຶ່ງ ເພື່ອສະເຫລີມສະຫລອງ ເຫດການປະຫວັດສາດ ດັ່ງກ່າວໃຫ້ ມີຄວາມໝາຍຄວາມສຳຄັນຢ່າງ ເລິກເຊິງ. ພາບປະກອບ ມີເຂົ້າປຽກເຂົ້າ, ເຂົ້າປຽກເສັ້ນແລະ ນ້ຳ ເພື່ອບັນເທົາຄວາມຮ້ອນໃຫ້ ແກ່ຍາດພີ່ນ້ອງຄົນເຈັບ. ຂະນະທີ່ ການແຈກອາຫານຄັ້ງນີ້ ກໍແມ່ນ ເທື່ອທີ 3 ໃນປີນີ້ ສະເພາະຢູ່ໂຮງໝໍ 150 ຕຽງ. ແນວໃດກໍດີ ກ່ອນວັນທີ 1 ພຶດສະນາ ຫລື ນັບແຕ່ປີ 2024 ເປັນຕົ້ນມາ ທາງ ທີຊີ ພັດທະນາ ຟາມ ກໍໄດ້ເຄື່ອນແຈກອາຫານໃຫ້ ແກ່ຄ້າຍຄຸມຂັງສົມສະຫງ່າ, ວັດ ຕ່າງໆແລະບັນດາໂຮງຮຽນທີ່ຂາດ ອຸປະກອນການສຶກສາ. ໃນນັ້ນ, ກໍ ໄດ້ມີການແຈກເຄື່ອງອຸປະໂພກ ບໍລິໂພກເຊັ່ນວ່າ: ເຂົ້າ, ໝີ່, ປ໋ອງປາ ເຫລົ່ານີ້ເປັນຕົ້ນ ແລະ ໃນຕໍ່ໜ້າກໍ ຈະສືບຕໍ່ເຄື່ອນໄຫວຊ່ວຍເຫລືອສັງ ຄົມຕາມທ່າແຮງຂອງ ທີຊີ ພັດທະ ນາຟາມຂອງພວກເຮົາ. ທ່ານ ຄຳຫລ້າ ດວງມະນີຈັນ ກ່າວຕື່ມວ່າ: ສຳລັບກິດຈະກຳຂອງ ທີຊີພັດທະນາຟາມ ການກະເສດຄົບ ວົງຈອນ ຫລັກໆແມ່ນການສົ່ງເສີມ ກະສິກອນຜະລິດເຂົ້າປອດສານພິດ ແລະ ເກັບຊື້ ເພື່ອມາ ເຂົ້າໂຮງສີແລ້ວ ຈຳໜ່າຍສູ່ສັງຄົມ ໂດຍມີວາງຂາຍ ຢູ່ບັນດາຮ້ານສະດວກຊື້. ນອກຈາກ ນີ້, ຍັງໄດ້ລ້ຽງງົວພັນ-ງົວພື້ນເມືອງ ຂອງລາວເຮົາ ລວມກວ່າ 200 ໂຕ. ຂະນະທີ່ປັດຈຸບັນກຳເລັ່ງກໍ່ສ້າງ ຟາມໄກ່ແລະຈະນຳເອົາໄກ່ມາລ້ຽງ ຕື່ມ ໃນໄວໆນີ້. ນອກຈາກນີ້, ຍັງມີ ການຈຳໜ່າຍເຄື່ອງການກະເສດ ອື່ນໆຕື່ມອີກ. ຢ່າງໃດກໍດີ ນອກຈາກເຄື່ອນ ໄຫວຊ່ວຍເຫລືອສັງຄົມທີ່ມີມາຕະ ຫລອດແລ້ວ, ທີຊີ ພັດທະນາຟາມ ການກະເສດຄົບວົງຈອນ ຍັງໄດ້ເປັນ ສ່ວນໜຶ່ງໃນການສ້າງວຽກເຮັດງານ ທຳໃຫ້ແກ່ປະຊາຊົນ ໂດຍສະເພາະຜູ້ ຜະລິດເຂົ້າ, ຜູ້ມາວຽກຢູ່ ທີຊີ ພັດທະ ນາຟາມ ມີລາຍຮັບມາແກ້ໄຂຄວາມ ທຸກຍາກຂອງເຂົາເຈົ້າອີກດ້ວຍ. ທີຊີ ພັດທະນາຟາມ ການກະເສດ ຄົບວົງຈອນ ຕັ້ງຢູ່ບ້ານຫົວນາ ທົ່ງ ເມືອງປາກງື່ມ (ເຂດຫລັກ 40). ປະຊາຊົນ ໃນບັນດາບ້ານເປົ້າໝາຍ ເຂົ້າຮ່ວມທັງ ໝົດ 3.236 ຄົນ (ຍິງ 2.043 ຄົນ), ຊົນເຜົ່າ 1.365 ຄົນ. ບັນດາ 29 ໂຄງການຍ່ອຍປະ ກອບດ້ວຍ: ກິດຈະກຳສ້ອມແປງ ຄອງເໝືອງ 5 ແຫ່ງ, 8 ຈຸດ, ຄວາມ ຍາວ 11,5 ກິໂລແມັດ; ກິດຈະກຳ ສ້ອມແປງຝາຍນ້ຳລົ້ນ 1 ແຫ່ງ, ຄວາມຍາວ 20 ກິໂລແມັດ; ກິດຈະ ກຳສ້ອມແປງນ້ຳລິນ ເພື່ອຮັບໃຊ້ ການຜະລິດກະສິກໍາ 5ແຫ່ງ, ຄວາມ ຍາວ 16,8 ກິໂລເເມັດ; ກິດຈະກຳ ສ້ອມແປງທາງເຂົ້າເຂດທຳການ ຜະລິດ8ແຫ່ງ11 ເສັ້ນ, ຄວາມຍາວ 44,7 ກິໂລເເມັດ; ກິດຈະກຳລ້ອມ ຮົ້ວໜາມໝາກຈັບອ້ອມສະຖານທີ່ ລ້ຽງສັດ 10 ຈຸດ ຢູ່ 4 ບ້ານ, ນໍາໃຊ້ ໝາມໝາກຈັບ 10.204 ກໍ້; ກິດຈະ ກຳກໍ່ສ້າງເຮືອນຕ່ຳຫູກ 2 ຫລັງ, ຂະໜາດ 8Y13 ແມັດ; ກິດຈະກຳ ກໍ່ສ້າງຂົວເບຕົງ 1 ແຫ່ງ, ຄວາມ ຍາວ 22 ແມັດ; ກິດຈະກຳຕໍ່ທໍ່ເອົາ ນ້ຳໃສ່ນາ 2 ແຫ່ງ, ຄວາມຍາວ 11

RkJQdWJsaXNoZXIy MTc3MTYxMQ==