ລາວ-ຣັດເຊຍ ເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ

07/05/2024 20:33
Email Print 287
ຂປລ ຂປລ. ​ທ່ານ ວາລາດິເມຍ ກາລິນນິນ (Vladimir Kalinin) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະພັນ ຣັດເຊຍ ປະຈຳ ສປປ ລາວ ໄດ້ຕີລາຄາສູງຕໍ່ ເດີນທາງໄປຢ້ຽມຢາມ ​ແລະ ເຮັດວຽກຢູ່ ສະຫະພັນ ຣັດເຊຍ ແຕ່ວັນທີ 7-11 ພຶດສະພາ 2024 ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ, ສະເຫລີມສະຫລອງຄົບຮອບ 30 ປີ



ຂປລ. ​ທ່ານ ວາລາດິເມຍ ກາລິນນິນ (
Vladimir Kalinin) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະພັນ ຣັດເຊຍ ປະຈຳ ສປປ ລາວ ໄດ້ຕີລາຄາສູງຕໍ່ ເດີນທາງໄປຢ້ຽມຢາມ ​ແລະ ເຮັດວຽກຢູ່ ສະຫະພັນ ຣັດເຊຍ ແຕ່ວັນທີ 7-11 ພຶດສະພາ 2024 ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ, ສະເຫລີມສະຫລອງຄົບຮອບ 30 ປີ ການລົງນາມສົນທິສັນຍາ ວ່າດ້ວຍພື້ນຖານ ການພົວພັນມິດຕະພາບ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບສະ ຫະພັນ ຣັດເຊຍ (1994-2024) ແລະ ເຂົ້າຮ່ວມເປັນແຂກກິດຕິມະສັກ ໃນພິທີສະເຫລີມສະຫລອງ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຣັດເຊຍ ຄົບຮອບ 79 ປີ ເຊິ່ງຈະຈັດຂຶ້ນໃນວັນທີ 9 ພຶດສະພາ 2024 ຢູ່ທີ່ນະຄອນຫລວງມົດສະກູ.

ທ່ານ ວາລາດິເມຍ ກາລິນນິນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະພັນ ຣັດເຊຍ ປະຈຳ ສປປ ລາວ ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ ໃນ​ວັນ​ທີ 6 ພຶດສະພາ 2024 ນີ້ວ່າ: ການພົວພັນຮ່ວມມື ລະຫວ່າງ​ສອງ​ປະ​ເທດ ລັດເຊຍ-ລາວ ​ແມ່ນມີລັກສະນະຮອບດ້ານ, ສອງປະເທດ ໄດ້ສືບຕໍ່ຊຸກຍູ້ສົ່ງເສີມ ​ເຊິ່ງກັນ ​ແລະ ກັນຕະຫລອດມາ ​ເປັນ​ຕົ້ນ ດ້ານການເມືອງ, ເສດຖະກິດ ແລະ ອື່ນໆ ໂດຍສະເພາະແມ່ນ ການແລກປ່ຽນການຢ້ຽມຢຽມ ຂອງການນຳຂັ້ນສູງຂອງ​ສອງ​ປະ​ເທດ ໃນເດືອນ ກັນຍາ 2023 ຜ່ານ​ມາ, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ໄດ້ພົບປະກັບ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ຢູ່​ໃນກອງປະຊຸມ ເວທີປາໄສ ເສດຖະກິດຕາເວັນອອກ ທີ່ນະຄອນ ວາດິໂວສະຕັອກ (ຣັດ​ເຊຍ), ທ່ານ ວະລາດີເມຍ ປູຕິນ ຍັງໄດ້ພົບປະໂອ້ລົມ ກັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຢູ່ກອງປະຊຸມເວທີປຶກສາຫາລື ໜຶ່ງແລວ ໜຶ່ງເສັ້ນທາງ ຄັ້ງທີ 3 ທີ່ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ສປ ຈີນ ໃນເດືອນຕຸລາຜ່ານມາ ໂດຍມີຜົນສະເລັດ ອັນເປັນພື້ນຖານ.

​ໂອກາດ​ນີ້, ທ່ານທູດຣັດເຊຍປະ​ຈໍາ​ລາວ ຍັງ​ໄດ້​ສະ​ແດງ​ຄວາມຢືນຢັນວ່າ: ຣັດເຊຍ ພ້ອມທີ່ຈະຮ່ວມມືກັບ ສປປ ລາວ ເພື່ອປະກອບສ່ວນ​ເຂົ້າ​ໃນ​ ການ​ຊຸກຍູ້​ສົ່ງ​ເສີມ​ການ​ພົວພັນ​ຮ່ວມ​ມື​ເຊິ່ງກັນ ​ແລະ ກັນ​ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ ​ເພື່ອ​ນໍາ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ ມາສູ່​ປະຊາຊົນ ສ​ອງປະ​ເທດ.ພ້ອມ​ນີ້, ຣັດເຊຍ ພ້ອມທີ່ຈະສະໜັບສະໜູນ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ ຢ່າງເຕັມສ່ວນ ກໍຄື ບັນດາບຸລິມະສິດຂອງການພັດທະນາອາຊຽນ.

ໃນຊຸມປີມໍ່ໆມານີ້, ສະຫະພັນ ຣັດເຊຍ ໄດ້ດໍາເນີນໂຄງການພັດທະນາຫລາຍໂຄງການຢູ່ ສປປ ລາວ ໃນຫລາຍຂົງເຂດ ເຊັ່ນ: ຂະແໜງສາທາລະນະສຸກ, ພັດທະນາຊັບພະຍາກອນມະນຸດ, ການພັດທະນາທັກສະວິຊາຊີບ ແລະ ການເກັບກູ້ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້ງຢູ່ ສປປ ລາວ (UXO). ນັບແຕ່ປີ 2022 ເປັນຕົ້ນມາ ໄດ້ຊ່ວຍສ້ອມແປງໂຮງໝໍມິດຕະພາບ ລາວ-ໂຊຫວຽດ (​ໂຮງໝໍ 150 ຕຽງ) ໂດຍການຮ່ວມມືກັບອົງການ ສະຫະປະຊາຊາດ ເພື່ອການບໍລິການໂຄງການ (UNOPS) ເຊິ່ງຣັດເຊຍ ໄດ້ຈັດສັນທຶນຮອນ ຢ່າງຫລວງຫລາຍ ໂດຍມີການອອກແບບ, ການກໍ່ສ້າງ ແລະ ການສ້າງຂີດຄວາມສາມາດ ທາງດ້ານສາທາລະນະສຸກ ຢູ່ ສປປ ລາວ.

ຂ່າວ: ສຸກ​ທະວີ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top