ປະທານປະເທດ ແຫ່ງ ສປປ ລາວ ເດີນທາງ ໄປຢ້ຽມຢາມ-ເຮັດວຽກ ທີ່ສະຫະພັນ ຣັດເຊຍ

08/05/2024 10:31
Email Print 274
ຂປລ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ໃນຕອນຄໍ່າຂອງ ວັນທີ 7 ພຶດສະພາ 2024, ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວເຮັດວຽກ ຢູ່ ສະຫະ ພັນ ຣັດເຊຍ

ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ໃນຕອນຄໍ່າຂອງ ວັນທີ 7 ພຶດສະພາ 2024, ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວເຮັດວຽກ ຢູ່ ສະຫະ ພັນ ຣັດເຊຍ ໃນລະຫວ່າງວັນທີ7-11 ພຶດສະພາ 2024.

ການເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສະຫະພັນ ຣັດເຊຍ ຄັ້ງນີ້ ຂອງ ທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຣັດເຊຍ ໂດຍສະເພາະເປັນການສະເຫລີມສະຫລອງ ຄົບຮອບ 30 ປີແຫ່ງການລົງນາມໃນສົນທິສັນຍາວ່າດ້ວຍພື້ນຖານການພົວພັນມິດຕະພາບ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ (1994-2024) ແລະ ເຂົ້າຮ່ວມເປັນແຂກກິດຕິມະສັກ ໃນພິທີສະເຫລີມສະຫລອງ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄັ້ງທີ 79 ​ເຊິ່ງຈະໄດ້ຈັດຂຶ້ນ ໃນວັນທີ 9 ພຶດ ສະພາ 2024. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ຈະໄດ້ພົບປະເຮັດວຽກ ຮ່ວມກັບຄູ່ຮ່ວມຕໍາແໜ່ງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ, ທ່ານ ເດິມິຕຣີ ມິດເວເດັບ, ຮອງປະທານສະພາຄວາມໝັ້ນຄົງແຫ່ງ ສ ຣັດເຊຍ, ປະທານພັກຣັດເຊຍເອກະພາບ ແລະ ເດີນທາງໄປຢ້ຽມຢາມມະຫາວິທະຍາໄລ ສ້າງຄູ ເກຣເຊັນນາ ທີ່ນະຄອນເຊັນປີເຕີສະເບີກ, ສະຫະພັນ ຣັດເຊຍ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ ໄດ້ສ້າງຕັ້ງສາຍພົວ ພັນການທູດນໍາກັນ ໃນວັນທີ 7 ຕຸລາ 1960. ຕະຫລອດໄລຍະ 64 ປີ ແຫ່ງການພົວພັນ ລະຫວ່າງ ສອງປະເທດ ແລະ 30 ປີ ແຫ່ງການລົງນາມ ໃນສົນທິສັນຍາວ່າດ້ວຍພື້ນຖານ ການພົວພັນມິດຕະພາບ, ການພົວພັນຮ່ວມມື ລາວ ແລະ ຣັດເຊຍ ໄດ້ຮັບການເສີມຂະຫຍາຍໃນຫລາຍຂົງເຂດ ແລະ ກ້າວເຂົ້າສູ່ ລວງເລິກຢ່າງຕໍ່ເນື່ອງ, ສະແດງອອກໃນການແລກປ່ຽນ ການຢ້ຽມຢາມຄະນະຜູ້ແທນຂັ້ນສູງສຸດ ລົງມາຮອດວິຊາການ, ການຮ່ວມມືໃນດ້ານວຽກງານ ປ້ອງກັນຊາດ-ປ້ອງຄວາມສະຫງົບ, ເສດຖະກິດ-ການຄ້າ,​ ການລົງທຶນ, ການສຶກສາ, ສາທາລະນະສຸກ, ດ້ານມະນຸດສະທໍາ ແລະ ອື່ນໆ.

KPL

ຂ່າວອື່ນໆ

ads
ads

Top