ແດ່ວັນກຳມະກອນສາກົນ 1 ພຶດສະພາ

02/05/2024 09:48
Email Print 542
ຂປລ ວັນກໍາມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 138 ປີ (1 ພຶດສະພາ 1886 - 1 ພຶດສະພາ 2024) ຫາກໍ່ຜ່ານມາທ່ານ ກາກມາກ ແລະ ອັງແກນ ໄດ້ຢັ້ງຢືນວ່າ ລັກສະນະອັນດີເລີດຂອງຊົນຊັ້ນກໍາມະກອນແມ່ນຊົນຊັ້ນທີ່ມີນໍ້າໃຈກ້າຫານຕໍ່ສູ້, ມີລະບຽບວິໄນເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມມານະອົດທົນສູງຢ່າງເດັດຂາດ.

*ວັນກໍາມະກອນສາກົນ ວັນທີ1 ພຶດສະພາ  ຄົບຮອບ 138 ປີ (1 ພຶດສະພາ 1886 - 1  ພຶດສະພາ 2024) ຫາກໍ່ຜ່ານມາທ່ານ ກາກ ມາກ ແລະ ອັງແກນ ໄດ້ຢັ້ງຢືນວ່າ ລັກສະນະອັນດີເລີດຂອງຊົນຊັ້ນກໍາ ມະກອນແມ່ນຊົນຊັ້ນທີ່ມີນໍ້າໃຈກ້າ ຫານຕໍ່ສູ້, ມີລະບຽບວິໄນເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມມາ ນະອົດທົນສູງ ຢ່າງເດັດຂາດ, ມີມາ ນະຈິດປະຕິວັດສູງສົ່ງສຸດກົກສຸດ ປາຍ; ເປັນຜູ້ທີ່ມີຄວາມດຸໝັ່ນຄົ້ນ ຄວ້າຮໍ່າຮຽນເອົາຄວາມຮູ້ວິທະຍາ ສາດເຕັກນິກນັບມື້ນັບສູງຈຶ່ງເປັນ ຊົນຊັ້ນທີ່ກ້າວໜ້າກວ່າໝູ່, ມີຄວາມ ສາມັກຄີເລິກເຊິ່ງກວ້າງຂວາງ ແລະ ສາມັກຄີສາກົນອັນຜ່ອງໃສ, ມີວິໄສທັດກວ້າງຂວາງໃນການຕີ ລາຄາບັນຫາ, ສັງລວມພຶດຕິກໍາ ຕົວຈິງໄດ້ກາຍເປັນທິດສະດີຊີ້ນໍາ.   ເມື່ອຫວນຄືນປະຫວັດສາດ, ສະພາບແວດລ້ອມຊົນຊັ້ນກຳມະ ກອນສາກົນ ໄດ້ກໍາເນີດເກີດຂື້ນໃນ ທ້າຍສັດຕະວັດ ທີ XVIII ຫາຕົ້ນ ສັດຕະວັດທີ XIX, ຫລາຍປະເທດ ໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ້ນລົ້ມລະບອບ ສັກດີນາ ແລະ ສ້າງຕັ້ງລະບອບນາຍ ທຶນຂຶ້ນແທນ. ວັນທີ14 ກໍລະກົດປີ 1889 ກອງປະຊຸມພັກກອມມູນິດ ສາກົນຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ ນະ ຄອນຫລວງປາຣີ (ປະເທດຝຣັ່ງ), ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງ ໝົດ 393 ຄົນ, ທີ່ມີຜູ້ແທນມາຈາກ 22 ປະເທດ ເອີຣົບ, ອາເມລິກາ  ແລະ ອາກຊັງຕິນ. ກອງປະຊຸມໄດ້ຜ່ານ ໂຄງການດຳເນີນງານສຳຄັນ ຄື: ຊົນ ຊັ້ນກຳມະກອນສາມັກຄີຕໍ່ສູ້ແມ່ນ ທວງເອົາສິດ ແລະ ຜົນປະໂຫຍດ ຂອງຕົນຢູ່ບັນດາປະເທດທຶນນິຍົມ  ແລະ ຣັດເຊຍ ໂດຍໂຄ້ນລົ້ມລະບອບ ນາຍທຶນເພື່ອປະຕິບັດຄຳຂວັນ  “ມື້ ໜຶ່ງເຮັດວຽກ 8 ຊົ່ວໂມງ”  ແລະ ກຳ ນົດເອົາວັນທີ 1 ພຶດສະພາ 1886  ເປັນວັນກຳມະກອນສາກົນ.  ນັບແຕ່ ນັ້ນມາ  ວັນທີ  1 ພຶດສະພາຂອງທຸກໆ ປີ ຈ່ຶງໄດ້ກາຍເປັນວັນບຸນໃຫຍ່ຂອງ ຊົນຊັ້ນກຳມະກອນໃນທົ່ວໂລກ.ໃນຕະຫລອດໄລຍະຜ່ານມາພາ ລະກໍາປະຫວັດສາດຂອງຊົນຊັ້ນກໍາ ມະກອນສາກົນໄດ້ຊ້ີໃຫ້ພວກເຮົາ ເຫັນຢ່າງຈະແຈ້ງວ່າ, ຊົນຊັ້ນກໍາ ມະກອນແມ່ນຊົນຊັ້ນທີ່ນໍາໜ້າຂອງ ຍຸກສະໄໝ ຕິດພັນກັບພື້ນຖານການ ຜະລິດ, ມີລະບຽບວິໄນ, ເປັນຜູ້ມີ ຫົວຄິດປະດິດສ້າງ. ສຳລັບປະເທດລາວເຮົາ ກໍາມະ ກອນ ແລະ ຊາວຜູ້ອອກແຮງງານ ລາວ ຕິດພັນກັບຂະບວນການປະ ຫວັດສາດໃນແຕ່ລະໄລຍະ, ປະ ກອບສ່ວນເຂົ້າໃນພາລະກິດຕໍ່ສູ້ ປົດປ່ອຍຊາດ ພາຍໃຕ້ການນໍາພາ ຂອງພັກ ຢ່າງສໍາເລັດຜົນ ແລະ ສືບ ຕໍ່ປະຕິບັດພາລະກິດປັກປັກຮັກສາ ແລະ ພັດທະນາປະເທດຊາດ ຢ່າງ ຕັ້ງໜ້າ, ມີຜົນສໍາເລັດ.ການສະເຫລີມສະຫລອງວັນກໍາ ມະກອນສາກົນ ປີ 2024 ຢູ່ ສປປ ລາວ ໄດ້ມີຫລາຍກິດຈະກໍາເປັນ ຕົ້ນ ການປາຖະກະຖາມູນເຊື້ອວັນ ກໍາມະກອນສາກົນຄົບຮອບ 138 ປີ; ກິດຈະກໍາຖາມ-ຕອບ ຄວາມຮູ້ ກ່ຽວກັບວັນກໍາມະກອນສາກົນ; ກິດ ຈະກໍາຍ່າງເພື່ອສຸຂະພາບຢູ່ທີ່ສວນ ປະຕູໄຊ ນະຄອນຫລວງວຽງຈັນ; ຂະບວນການແຂ່ງຂັນກິລາມິດຕະ ພາບ, ອະນາໄມສະຖານທີ່ສຳນັກ ງານ, ອົງການ ແລະ ສະຖານທີ່ສາ ທາລະນະ ຕ່າງໆຕາມເງື່ອນໄຂຕົວ ຈິງແຕ່ລະບ່ອນ.ເພື່ອເສີມຂະຫຍາຍບົດບາດ ລັກສະນະດີເລີດຂອງຊົນຊັ້ນກໍາມະ ກອນ ຈຶ່ງມີຄໍາເຫັນແລກປ່ຽນບັນ ດາທ່ານ, ໃນຖານະຊົນຊັ້ນກໍາມະ ກອນຊາວຜູ້ອອກແຮງງານລາວ, ພວກເຮົາສືບຕໍ່ນໍ້າໃຈກ້າຫານ, ເດັດ ດ່ຽວໜຽວແໜ້ນ ແລະ ມະນາຈິດ ປະຕິວັດອັນສູງສົ່ງໃຫ້ສຸກກົກສຸດ ປາຍ; ດຸໝັ່ນຄົ້ນຄວ້າຮໍ່າຮຽນເອົາ ຄວາມຮູ້ວິທະຍາສາດ ເຕັກໂນໂລ ຊີທັນສະໄໝ ນໍາໃຊ້ໃນໜ້າທີ່ວຽກ ງານສົມຄູ່ກັບຍຸກສະໄໝ ຈຶ່ງຈະສົມ ເປັນຊົນຊັ້ນທີ່ກ້າວໜ້າກວ່າໝູ່; ເສີມ ຂະຫຍາຍຄວາມສາມັກຄີພາຍໃນ ໃຫ້ເລິກເຊິ່ງ-ກວ້າງຂວາງ, ສາມັກ ຄີສາກົນຢ່າງຜ່ອງໃສ; ມີລະບຽບ ວິໄນເຂັ້ມງວດ, ມີສະຕິຕື່ນຕົວຕໍ່ ການຈັດຕັ້ງສູງ, ທັງຮູ້ສົມທົບກົມ ກຽວລະຫວ່າງຜົນປະໂຫຍດສ່ວນ ບຸກຄົນ-ລວມໝູ່ ແລະ ຂອງຊາດ; ມີຄວາມມານະອົດທົນ, ຕື່ນຕົວດ້ວຍ ຕົນເອງ; ເປັນຜູ້ມີວິໄສທັດກວ້າງ ໄກໃນການຕີລາຄາບັນຫາ, ສັງ ລວມພຶດຕິກໍາຕົວຈິງພາວະວິໄສ.

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

ads
ads

Top