ທ່ານ ກາກມາກ ນັກປັດຊະຍາ ແລະ ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊົນຊັ້ນກຳມະຊີບ

02/05/2024 16:06
Email Print 678
ຂປລ * ເດືອນພຶດສະພາ ມີຫລາຍວັນສຳຄັນທາງປະຫວັດສາດ, ທັງຂອງຊາດ ແລະ ສາກົນ ເຊິ່ງໜຶ່ງໃນນັ້ນມີວັນເກີດຂອງທ່ານ ກາກມາກ ຜູ້ທີ່ໄດ້ໃຫ້ກໍາເນີດປັດຊະຍາມາກສິດ: ລັດທິວັດຖຸນິຍົມສັດຈະວິພາກ, ລັດທິວັດຖຸນິຍົມປະຫວັດສາດ ເສດຖະສາດການເມືອງ ແລະ ລັດທິກອມມູນິດວິທະຍາສາດ. ໃນສອງສາມວັນນີ້, ໜັງສືພິມປະເທດລາວ ຂໍນຳເອົາປະຫວັດສາດ ແຫ່ງຊີວິດ ແລະ ການເຄື່ອນໄຫວຂອງທ່ານ ກາກມາກ ມານໍາສະເໜີໃຫ້ທຸກທ່ານ ພ້ອມກັນທົບທວນຫວນຄືນນໍາກັນ ຕື່ມອີກເທື່ອໜຶ່ງ.

* ເດືອນພຶດສະພາ ມີຫລາຍວັນສຳຄັນທາງປະຫວັດສາດ, ທັງຂອງຊາດ ແລະ ສາກົນ ເຊິ່ງໜຶ່ງໃນນັ້ນມີວັນເກີດຂອງທ່ານ ກາກມາກ ຜູ້ທີ່ໄດ້ໃຫ້ກໍາເນີດປັດຊະຍາມາກສິດ: ລັດທິວັດຖຸນິຍົມສັດຈະວິພາກ, ລັດທິວັດຖຸນິຍົມປະຫວັດສາດ ເສດຖະສາດການເມືອງ ແລະ ລັດທິກອມມູນິດວິທະຍາສາດ. ໃນສອງສາມວັນນີ້, ໜັງສືພິມປະເທດລາວ ຂໍນຳເອົາປະຫວັດສາດ ແຫ່ງຊີວິດ ແລະ ການເຄື່ອນໄຫວຂອງທ່ານ ກາກມາກ ມານໍາສະເໜີໃຫ້ທຸກທ່ານ ພ້ອມກັນທົບທວນຫວນຄືນນໍາກັນ ຕື່ມອີກເທື່ອໜຶ່ງ.

ທ່ານ ກາກມາກ ເກີດເມື່ອວັນທີ 5 ພຶດສະພາ 1818 ທີ່ເມືອງ ເດີເຣຍ, ແຂວງ ເຣນ ປະເທດ ເຢຍລະມັນ ໃນຄອບຄົວປັນຍາຊົນ, ແຕ່ຍັງເຍົາໄວ ກາກມາກ ໄດ້ຮັບການສຶກສາອົບຮົມ ແລະ ຫລໍ່ຫລອມບົນຈິດໃຈ ຜູ້ກໍ່ຕັ້ງລັດທິເສລີພາບ, ມະນຸດສະທໍາ, ຮຽນຈົບການສຶກສາຂັ້ນມັດທະຍົມຢູ່ເມືອງເຕີເຣຍ ດ້ວຍການຂຽນບົດວິກະຍານິພົນຈົບຊັ້ນ ຊື່ວ່າ:ການຮິ່ນຕອງຂອງຊາຍສະກັນໃນການເລືອກເຟັ້ນອາຊີບບົດວິທະຍານິພົນດັ່ງກ່າວ ໄດ້ ສ່ອງແສງໃຫ້ເຫັນຜົນກະທົບທາງດ້ານຈິດໃຈ ຕໍ່ການສ້າງຕັ້ງລັດທິເສລີພາບ ຂອງເພິ່ນແຕ່ຄາວຍັງເຍົາໄວ, ຮຽນຈົບສຶກສາປະລິນຍາຕີທາງກົດໝາຍຢູ່ມະຫາວິທະຍາໄລແບກແລງ, ຮຽນຈົບປະລິນຍາໂທ ແລະ ເອກຢູ່ມະຫາວິທະຍາໄລເຈນາ. ໃນບົດວິທະຍານິພົນ ປ້ອງກັນປະລິນຍາເອກ ກາກມາກໂດ້ຢືນຢູ່ບົນຫລັກໝັ້ນຂອງນັກປະຊາທິປະໄຕ ປະຕິວັດ ເພື່ອແກ້ໄຂບັນຫາສັງຄົມ ຂອງປະເທດເຢຍລະມັນໃນເວລານັ້ນ. ພາຍຫລັງຮຽນຈົບມະຫາວິທະຍາໄລ ກາກມາກ ໄດ້ເຂົ້າເຮັດວຽກເປັນນັກໜັງສືພິມຢູ່ແຂວງ ເຮນ, ຫລັງຈາກນັ້ນເຄິ່ງປີຄື: ເດືອນ 10 ປີ 1842 ເພິ່ນໄດ້ກາຍເປັນເຈົ້າຂອງໜັງສືພິມສະບັບນັ້ນ. ພາຍໃຕ້ການຊີ້ນໍາຂອງມາກ ໜັງສືພິມດັ່ງກ່າວ ໄດ້ນໍາສະເໜີແນວຄິດປະຊາທິປະໄຕອອກນັບມື້ນັບແຈ້ງ, ກາກມາກ ໄດ້ຫັນໜັງສືພິມຈາກອົງການທີ່ສະໜັບສະໜູນລັດຖະບານ ໄປເປັນອົງການຕໍ່ຕ້ານລັດຖະບານ, ໄດ້ໂຈມຕີລັດຖະບານເຢຍລະມັນຢ່າງແຂງແຮງ.

ເພື່ອດໍາເນີນການຕໍ່ສູ້ການເມືອງຕ້ານລັດຖະບານ ກາກມາກ ເຫັນວ່າມີຄວາມຈໍາເປັນຕ້ອງ ຢືນຢູ່ຄຽງຂ້າງມະຫາຊົນຊາວຜູ້ອອກແຮງງານ, ຜູ້ທຸກຍາກ, ປົກປ້ອງສິດຜົນປະໂຫຍດ ແລະ ຊັບສິນ ຂອງພວກເຂົາເຈົ້າ, ໄລຍະເຮັດວຽກຢູ່ໜັງສືພິມ, ທ່ານໄດ້ຂຽນບົດຄວາມອອກໜັງສືພິມ ເພື່ອປຸກລະດົມຊົນກໍາມາຊີບໃຫ້ລຸກຂຶ້ນຕໍ່ຕ້ານພວກນາຍທຶນທີ່ກົດຂີ່ຂູດຮີດ. ຍ້ອນລັກສະນະທາດແທ້ປະຕິວັດຂອງ ໜັງສືພິມ ປີ 1843 ໜັງສືພິມຂອງທ່ານ ໄດ້ຖືກລັດຖະບານເຢຍລະມັນສັ່ງປິດ. ທ້າຍປີ 1843 ກາກມາກພ້ອມກັບ ອາກໂນນຣູເກີ ( ຝ່າຍເຣແກນຫນຸ່ມ ) ໄດ້ເດີນທາງໄປ ນະຄອນຫລວງ ປາຣີ ເພື່ອຈໍາໜ່າຍວາລະສານລາຍປີ ຝຣັ່ງ - ເຢຍລະມັນໂດຍໄດ້ຮັບການ ຮ່ວມມີຈາກ ຟ.ອັງແກນ ແລະ ຣາຍເນີ ( ນັກກະວີປະຕິວັດຜູ້ຍິ່ງໃຫຍ່ຂອງເຢຍລະມັນ ) ການຈໍາໜ່າຍວາລະສານດັ່ງກ່າວໄດ້ສົ່ງຜົນສະທ້ອນໃຫຍ່ຫລວງຕໍ່ຊີວິດການເມືອງ - ສັງຄົມຍຸກນັ້ນ. ປີ 1844 ກາກມາກ ແລະ ຟ.ອັງແກນ ໄດ້ຮ່ວມກັນຂຽນວັນນະກໍາຫລາຍເລື່ອງ, ພວກເພິ່ນ ເນັ້ນໜັກເປັນພິເສດ ບົດບາດຂອງມະຫາຊົນຊາວຜູ້ອອກແຮງງານ, ຊາວກໍາມາຊີບໃນປະຫວັດສາດ. ເດືອນ 2 ປີ 1845 ກາກມາກ ຖືກລັດຖະບານຝຣັ່ງຄໍາສັ່ງເນລະເທດ ທ່ານຈໍາຕ້ອງໄປນະຄອນ ຫລວງ ບຣຸກແຊນ ປະເທດແບນຊິກ, ຍ້ອນນະຄອນຫລວງບຸກແຊນເວລານັ້ນ ໄດ້ກາຍເປັນໃຈກາງ ຂອງຂະບວນການປະຊາທິປະໄຕຂອງໂລກ, ຢູ່ທີ່ນັ້ນ ມາກ ແລະ ອັງແກນ ໄດ້ຮ່ວມກັນສ້າງທິດສະດີ ປະຕິວັດ ແລະ ໂຄສະນາເຜີຍແຜ່ເຂົ້າໃນຂະບວນການກໍາມະກອນ.

ທ່ານ ມາກໄດ້ຮ່ວມມືກັບທ່ານ ອັງແກນ ເພື່ອນຮ່ວມຮົບ ຜູ້ໃກ້ຊິດຂອງທ່ານ ຄົ້ນຄວ້າ ບັນຫາຕ່າງໆ ທີ່ເປັນພື້ນຖານທາງດ້ານແນວຄິດ ແລະ ທິດສະດີປະຕິວັດ ວິທະຍາສາດເພື່ອລົບລ້າງສັງຄົມເກົ່າ, ກໍ່ສ້າງສັງຄົມໃໝ່ ສັງຄົມນິຍົມ ແລະ ສັງຄົມກອມມູນິດ ເຊິ່ງປາສະຈາກການກົດຂີ່ຂູດ ແລະ ບໍ່ມີການຕໍ່ສູ້ຂັດແຍ່ງກັນ. ຈາກນັ້ນທ່ານ ກໍໄດ້ສ້າງຕັ້ງອົງການສະຫະພັນແຮງງານສາກົນ. ເປັນຂີດໝາຍອັນໜຶ່ງທີ່ສະແດງໃຫ້ເຫັນເຖິງຜົນສໍາເລັດໃນພາລະກິດ ຂອງທ່ານ ກາກມາກ. ທ່ານ ກາກມາກ ໄດ້ໃຫ້ກໍາເນີດປັດຊະຍາ ມາກຊິດ ລວມມີ: ລັດທິວັດຖຸນິຍົມສັດຈະວິພາກ, ລັດທິວັດຖຸນິຍົມ ປະຫວັດສາດ, ເສດຖະສາດການເມືອງ ແລະ ລັດທິກອມມູນິດວິທະຍາສາດ. ທ່ານ ໄດ້ຍົກໃຫ້ເຫັນຢ່າງແຈ່ມແຈ້ງວ່າ ກໍາລັງແຮງຂອງມະຫາຊົນເປັນຜູ້ສ້າງປະຫວັດສາດ ແລະ ການຕໍ່ສູ້ຊົນຊັ້ນແມ່ນກໍາລັງແຮງຕັດສິນການຂະຫຍາຍຕົວຂອງສັງຄົມທີ່ມີຊົນຊັ້ນຂູດຮີດ ແລະ ທ່ານ ໄດ້ ພິສູດວ່າການລົບລ້າງລັດທິທຶນນິຍົນ ໄປສູ່ເສັ້ນທາງສັງຄົມນິຍົມ ແມ່ນຈະຕ້ອງໄປຕາມບັນດາກົດ ເກນພາວະວິໄສຂອງການຂະຫຍາຍຕົວຂອງສັງຄົມມະນຸດ.

ຈາກຜົນງານ ແລະ ຄຸນງາມຄວາມດີຂອງເພິ່ນ, ທ່ານ ກາກມາກ ຈິ່ງໄດ້ຮັບການຍອມຮັບ ຈາກບັນດານັກປາດທາງດ້ານການເມືອງທີ່ສໍາຄັນ ແລະ ດີເດັ່ນຂອງໂລກ. ທ່ານ ກາກມາກ ເປັນນັກ ທິດສະດີຜູ້ຍິ່ງໃຫຍ່, ເປັນຜູ້ນໍາທີ່ປີຊາສາມາດ ແລະ ເປັນອາຈານຜູ້ຍິ່ງໃຫຍ່ຂອງຂະບວນກໍາມະກອນສາກົນ, ເປັນຜູ້ໃຫ້ກໍາເນີດລັດທິກອມມູນິດວິທະຍາສາດ ເຊິ່ງເປັນທິດສະດີປ່ຽນແປງ ແລະ ດັດສ້າງໂລກ.

KPL

ຂ່າວອື່ນໆ

ads
ads

Top