ໂຮມຊຸມນຸມ ສະເຫລີມສະຫລອງວັນໄຊຊະນະບັ້ນຮົບດຽນບຽນຟູ

07/05/2024 20:49
Email Print 323
ຂປລ ຂປລ. ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງ ວັນໄຊຊະນະບັ້ນ​ຮົບດຽນບຽນຟູ ຄົບຮອບ 70 ປີ (7/5/1954-7/5/2024) ຈັດຂຶ້ນໃນວັນທີ 7 ພຶດສະພາ 2024 ໂດຍມີ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ພ້ອມດ້ວຍການນຳພັກ, ລັດ, ພະນັກງານລັດຖະກອນ ເຂົ້າຮ່ວມ.



ຂປລ. ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງ ວັນໄຊຊະນະບັ້ນ​ຮົບດຽນບຽນຟູ ຄົບຮອບ
70 ປີ (7/5/1954-7/5/2024) ຈັດຂຶ້ນໃນວັນທີ 7 ພຶດສະພາ 2024 ໂດຍມີ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ພ້ອມດ້ວຍການນຳພັກ, ລັດ, ພະນັກງານລັດຖະກອນ ເຂົ້າຮ່ວມ.



ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ
, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: ມື້ນີ້ ສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ກຳລັງປະກອບອາວຸດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນສະເຫລີມສະຫລອງ ວັນໄຊຊະນະບັ້ນຮົບດຽນບຽນຟູ  ຄົບຮອບ 70 ປີ ພ້ອມກັບພັກ, ລັດຖະບານ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງ ເພື່ອຫວນຄືນມູນເຊື້ອວິລະກຳອັນລໍ້າເລີດ, ຄວາມອາດຫານກ້າແກ່ນຂອງກອງທັບ ແລະ ປະຊາຊົນຫວຽດນາມ ໃນສະໜາມຮົບ ການຕໍ່ສູ້ທີ່ດຸເດືອດ, ຂ້ຽວຂາດທີ່ສຸດໃນພາລະກິດປະຕິວັດຊາດ ເພື່ອບຸກໂຈມຕີເອົາໄຊຊະນະ ພວກລ່າເມືອງຂຶ້ນ​ແບບ​ເກົ່າຜູ້ຮຸກຮານ ແລະ ການແຊກແຊງຊ່ວຍໜູນຂອງ ຈັກກະພັດລ່າ​ເມືອງ​ຂຶ້ນ​ແບບ​ໃໝ່ ທີ່ໃຊ້ເວລາ 56 ວັນ; ເປັນການທົບ ທວນຄືນປະຫວັດສາດ ແຫ່ງການພົວພັນອັນຍາວນານ ຂອງສອງຊາດລາວ-ຫວຽດນາມ ໃນການຮ່ວມສຳພັນສູ້ຮົບຢ່າງໜຽວແໜ້ນ, ເປັນການຢັ້ງຢືນຢ່າງໜັກແໜ້ນ ເຖິງຄວາມຜູກພັນອັນໝັ້ນໜຽວ ດ້ວຍໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ເປັນມູນເຊື້ອອັນດີງາມຕະຫລອດມາ.

  
ໂອກາດນີ້
, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ມີ​ຄຳ​ເຫັນວ່າ: ໄຊຊະນະດຽນບຽນຟູ ເປັນເຫດ ການທີ່ມີຄວາມໝາຍປະຫວັດສາດທີ່ຍິ່ງໃຫຍ່ ຂອງປະຊາຊົນຫວຽດນາມວິລະຊົນ, ສະແດງໃຫ້ເຫັນຄວາມເຂັ້ມແຂງ ຂອງກຳລັງແຮງ ຂອງມະຫາສາມັກຄີ ທົ່ວປວງຊົນທັງຊາດ, ໃຫ້ເຫັນຄວາມມຸ່ງຫວັງອັນແຮງກ້າ ຂອງປະຊາຊົນຕໍ່ສັນຕິພາບ ແລະ ເອກະລາດ ແຫ່ງຊາດ; ໄຊຊະນະດຽນບຽນຟູ ສະແດງໃຫ້ເຫັນເຖິງຄວາມສະຫລາດສ່ອງໃສ ໃນການນຳພາຂອງພັກແຮງງານຫວຽດນາມ ທີ່ມີປະທານ ໂຮ່ຈີ່ມິນ ເປັນຜູ້ນໍາໃນການວາງແນວທາງ ຕໍ່ສູ້ຍາວນານ, ຮອບດ້ານ, ປະດິດສ້າງ, ເສີມຂະຫຍາຍກຳລັງແຮງ ແຫ່ງຄວາມສາມັກຄີທົ່ວປວງຊົນທັງຊາດ. ນອກຈາກນີ້, ໄຊຊະນະດຽນບຽນຟູ ຍັງແມ່ນໄຊຊະນະແຫ່ງຄວາມສາມັກຄີ, ຮ່ວມຂຸມຄອງດຽວກັນ ໃນການຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນ​ ຂອງປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ, ອັນເປັນການປະກອບສ່ວນ ທັບມ້າງລັດທິລ່າເມືອງຂຶ້ນແບບເກົ່າ ໃຫ້ພັງທະລາຍລົງຢູ່ໃນໂລກ, ໄຊຊະນະດັ່ງກ່າວ ຍັງເປັນບ່ອນອີງທີ່ໜັກແໜ້ນ, ທັງເປັນແວ່ນແຍງທີ່ໃສແຈ້ງ ໃຫ້ແກ່ບັນດາ ປະຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນ, ເພື່ອລຸກຂຶ້ນຕໍ່ສູ້ກ້ານກັບ ການກົດຂີ່ຂູດຮີດ ແລະ ແອກຄອບຄອງຫົວເມືອງຂຶ້ນແບບເກົ່າ ຢູ່ຫລາຍບ່ອນໃນທົ່ວໂລກ; ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະ ຂອງປະຊາຊົນຫວຽດນາມ, ແຕ່ຍັງເປັນການສະແດງ ເຖິງ ໄຊຊະນະ ຂອງກ້ອນກຳລັງສາມັກຄີ, ການຮ່ວມສຳພັນສູ້ຮົບ ແລະ ຄຽງບ່າຄຽງໄຫລ່ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມຂຸມຄອງດຽວກັນ, ຕ້ານກັບສັດຕູ ໂຕດຽວກັນ ເພື່ອປົດປ່ອຍຕົນເອງ. ໄຊຊະນະດັ່ງກ່າວ, ໄດ້ດັບມອດເຈດຈຳນົງ ການຮຸກຮານ ຂອງລັດທິລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ລັດຖະບານຝລັ່ງ ຈຳຕ້ອງຍອມເຊັນສັນຍາເຊີແນວ ກ່ຽວກັບອິນດູຈີນໃນປີ 1954, ຮັບຮູ້ຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ລາວ ແລະ ກຳປູເຈຍ.



ໄຊຊະນະດັ່ງກ່າວ
, ກາຍເປັນຄວາມເອກອ້າງທະນົງໃຈ ຂອງປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ໃນພາລະກິດຕໍ່ສູ້ເພື່ອເອກະລາດ ຂອງຕົນໃນເວລາຊຸມປີຕໍ່ມາ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນໃນປີ 1975 ແລະ ດຳເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ເຖິງວ່າວັນເວລາໄດ້ຜ່ານໄປເປັນເວລາ 70 ປີ ກໍຕາມ, ແຕ່ມານະຈິດຂອງບັ້ນຮົບດຽນບຽນຟູ ຍັງໃສແຈ້ງ ແລະ ເປັນກຳລັງອັນແຮງກ້າ ປຸກລະດົມຈິດໃຈອັນຢ່າງໃຫຍ່ຫລວງ ຂອງປະຊາຊົນສາມຊາດອິນດູຈີນ ໂດຍຕະຫລອດມາ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top